ຂ່າວສານ ຄອສພ

ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ(08-12/06/2020)

ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ(08-12/06/2020) ກອງປະຊຸມສູນກາງຄັ້ງທີ 10 ໄດ້ສຸມສະຕິປັນຍາທັງລະດົມແນວຄວາມຄິດໃນທົ່ວພັກປະກອບຄຳເຫັນໃສ່ບັນດາບັນຫາທີ່ສຳຄັນຂອງພັກຂອງຊາດ ເພື່ອແນ່ໃສ່ບັນລຸເປົ້າໝາຍສ້າງປະເທດລາວໃຫ້ຈະເລີນຮຸ່ງເຮືອງ, ປະຊາຊົນມີຊີວິດການເປັນຢູ່ທີ່ດີ ແລະ ມີຄວາມຍຸດຕິທຳໃນສັງຄົມດັ່ງປະທານກອງປະຊຸມໄດ້ສະຫຼຸບຕີລາຄາແຕ່ລະບັນຫາດັ່ງນີ້:

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນວັນທີ 03 ມີຖຸນາ 2020 ທີ່ສະໂມສອນໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມ ປະກອບຄຳເຫັນໃສ່ຮ່າງລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ກຽດເປັນປະທານໂດຍທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມມີ: ຄະນະພັກ, ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂັ້ນສູງຈຳນວນໜື່ງ.

ກອງປະຊຸມສ່ອງແສງລາຍງານ ຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານວິດີໂອຄອນເຟີເຣນ(Video conference).

ກອງປະຊຸມສ່ອງແສງລາຍງານ ຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານວິດີໂອຄອນເຟີເຣນ(Video conference). ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2020, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງລາຍ ງານ ຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານວິດີໂອຄອນເຟີເຣນ (Video conference); ໂດຍການເປັນປະທານຂອງທ່ານ ປອ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ; ເຂົ້າຮ່ວມມີ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຄະນະພັກກະຊວງ, ອົງການ ແລະ ທ້ອງ ຖິ່ນ, ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຊັ້ນ 5 ມີຄະນະພັກ, ຄະນະກົມຈໍານວນໜຶ່ງເຂົ້າຮ່ວມ ໂດຍຜ່ານລະບົບປະຊຸມທາງໄກ ວິດີໂອຄອນເຟີເຣນ (Video conference) ເຊິ່ງເປັນຄັ້ງທໍາອິດທີ ຄະນະໂຄສະນາອົບຮົມສູນກາງພັກ ປະຊຸມຜ່ານລະບົບປະຊຸມທາງໄກ ເຊິ່ງມີ 46 ພາກສ່ວນເຂົົ້າຮ່ວມປະຊຸມຄັ້ງນີ້ ນັບທັງສູນກາງ ແລະ ທ້ອງຖິ່ນ. […]

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງສາທາລະນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19).

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງສາທາລະນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19).

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.       ໃນວັນທີ 25 ກຸມພາ 2020 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ແລະ ທ່ານ ບຸນຕາ ເທບພະວົງ ຮອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າ ຮ່ວມມີ: ຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຕາງໜ້າບັນດາກົມພາຍໃນ ຄອສພ, ຫົວໜ້າກົມ, ຮອງກົມທີ່ມາຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຊາວໜຸ່ມບັນດາອົງການພັກອ້ອມຂ້າງ ຄອສພ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມ ຄອສພ ທັງໝົດ 108 ສະຫາຍ, ຍິງ 54 ສະຫາຍ ກໍເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ທ່ານ ລິດສະໄໝ ເພັງສະຫວັນ […]

1 59 60 61 62 63 65