ສໍາມະນາວິທະຍາສາດ “ການຫັນເປັນອຸດສາຫະກຳແລະ ທັນສະໄໝ ຢູ່ ສປປ ລາວ”

ສໍາມະນາວິທະຍາສາດ ການຫັນເປັນອຸດສາຫະກຳແລະ ທັນສະໄໝ ຢູ່ ສປປ ລາວ

ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຢູ່ ສປປ ລາວ” ຂຶ້ນໃນວັນທີ 10 ພະຈິກນີ້ ທີ່ຫ້ອງປະຊຸມໃຫຍ່ຂອງສະພາດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ. ເປັນກຽດເຂົ້າຮ່ວມກອງປະຊຸມ, ມີສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ, ບັນດາສະຫາຍຄະນະປະຈຳ ແລະ ສະມາຊິກສະພາທິດສະດີສູນກາງພັກ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ.

ໂຄງການຄົ້ນຄວ້າ ພາຍໃຕ້ຫົວຂໍ້: “ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ ສປປ ລາວ”,ເປັນໜຶ່ງໃນ 9 ໂຄງການຄົ້ນຄວ້າລະດັບຊາດ ຂອງພັກເຮົາ ທີ່ສະພາວິທະຍາສາດສັງຄົມແຫ່ງຊາດ ເມື່ອກ່ອນວາງອອກ ແລະ ສະພາທິດສະດີສູນກາງພັກ ໃນປັດຈຸບັນ.

ຜ່ານການດຳເນີນງານຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບຂອງຄະນະໂຄງການ “ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ ສປປ ລາວ” ໄດ້ສຳເລັດຂັ້ນພື້ນຖານ, ສະນັ້ນ, ສະພາທິດສະດີສູນກາງພັກ ຈຶ່ງຈັດກອງປະຊຸມສໍາມະນາວິທະຍາສາດນີ້ຂຶ້ນ ແລະ ເຊີນບັນດາທ່ານທີ່ມີຄວາມຊ່ຽວຊານດ້ານເສດຖະກິດ ເພື່ອພ້ອມກັນປະກອບຄວາມຄິດຄວາມເຫັນຕໍ່ກັບເນື້ອໃນຂອງບົດຄົ້ນຄວ້ານີ້, ແນໃສ່ເຮັດໃຫ້ບົດຄົ້ນຄວ້າດັ່ງກ່າວນີ້ ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ, ໃຫ້ສົມກັບວ່າເປັນບົດຄົ້ນຄວ້າ “ການຫັນເປັນອຸດສາຫະກຳ ແລະ ທັນສະໄໜ ຢູ່ ສປປ ລາວ” ສະບັບທໍາອິດຂອງ ສປປ ລາວ ຂອງພວກເຮົາ.

ບົດຄົ້ນຄວ້າສະບັບນີ້ ແມ່ນທົບທວນຄືນຄວາມຮັບຮູ້ດ້ານທິດສະດີ ແລະ ພຶດຕິກໍາຂອງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ທົບທວນຂະບວນວິວັດ ແລະ ຕີລາຄາການຫັນເປັນອຸດສາຫະກໍາແລະ ທັນສະໄໝ ໃນໄລຍະຜ່ານມາ (1976-2021) ຂອງ ສປປ ລາວ; ຂໍ້ສະເໜີແນະທາງດ້ານວິໄສທັດ ແລະ ຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຮອດປີ 2030; ເພື່ອຫັນປ່ຽນຮອບດ້ານຮູບແບບການຜະລິດ, ການບໍລິການ, ການຄຸ້ມຄອງເສດຖະກິດ-ສັງຄົມ ແລະ ແບບແຜນການດຳລົງຊີວິດ, ບົດຄົ້ນຄວ້ານີ້ໄດ້ອີງໃສ່ວິໄສທັດຮອດ 2030 ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ X ໃນປີ 2016 ໂດຍຕິດພັນກັບມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ ແລະ ໄດ້ສະເໜີວິໄສທັດຂອງການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຄື: “ຮອດປີ 2030, ສປປ ລາວ ກາຍເປັນປະເທດທີ່ມີລາຍຮັບໃນລະດັບປານກາງສູງ, ມີພື້ນຖານເສດຖະກິດທີ່ໜັກແໜ້ນບໍ່ຕົກໃນແຮ້ວຂອງປະເທດທີ່ມີລາຍຮັບປານກາງ ແລະ ຫັນເປັນປະເທດເສດຖະກິດພູມປັນຍາຢ່າງຕັ້ງໜ້າ ໂດຍມີການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ແຮງງານມີສີມືເປັນກຳລັງແຮງ ແລະ ພາຫະນະບຸກທະລຸທີ່ມີປະສິດທິຜົນສູງໃນການຊຸກຍູ້ ແລະ ຂັບເຄື່ອນການຜະລິດຂອງທຸກຂະແໜງການ; ມີພື້ນຖານການຜະລິດ ການບໍລິການທີ່ໜັກແໜ້ນມີປະສິດທິພາບ ແລະ ປະສິດທິຜົນສູງ, ສາມາດເຊື່ອມຈອດກັບເຄືອຂ່າຍການຜະລິດ ແລະ ການບໍລິການຂອງພາກພື້ນ ແລະ ສາກົນໄດ້; ມີຮູບການບໍລິການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທີ່ທັນສະໄໝເຊື່ອມໂຍງກັບແລວທາງການຂົນສົ່ງຂອງພາກພື້ນ, ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝສາມາດນຳຜົນປະໂຫຍດ ແລະ ເຮັດໃຫ້ຄຸນນະພາບຊີວິດ ແລະ ສະພາບແວດລ້ອມການດໍາລົງຊີວິດຂອງປະຊາຊົນດີຂຶ້ນ”.

(ຂ່າວ: ສະພາທິດສະດີສູນກາງພັກ)