ຂ່າວສານ ຄອສພ

ກອງປະຊຸມສ່ອງແສງລາຍງານ ຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານວິດີໂອຄອນເຟີເຣນ(Video conference).

ກອງປະຊຸມສ່ອງແສງລາຍງານ ຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານວິດີໂອຄອນເຟີເຣນ(Video conference). ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2020, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງລາຍ ງານ ຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານວິດີໂອຄອນເຟີເຣນ (Video conference); ໂດຍການເປັນປະທານຂອງທ່ານ ປອ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ; ເຂົ້າຮ່ວມມີ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຄະນະພັກກະຊວງ, ອົງການ ແລະ ທ້ອງ ຖິ່ນ, ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຊັ້ນ 5 ມີຄະນະພັກ, ຄະນະກົມຈໍານວນໜຶ່ງເຂົ້າຮ່ວມ ໂດຍຜ່ານລະບົບປະຊຸມທາງໄກ ວິດີໂອຄອນເຟີເຣນ (Video conference) ເຊິ່ງເປັນຄັ້ງທໍາອິດທີ ຄະນະໂຄສະນາອົບຮົມສູນກາງພັກ ປະຊຸມຜ່ານລະບົບປະຊຸມທາງໄກ ເຊິ່ງມີ 46 ພາກສ່ວນເຂົົ້າຮ່ວມປະຊຸມຄັ້ງນີ້ ນັບທັງສູນກາງ ແລະ ທ້ອງຖິ່ນ. […]

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງສາທາລະນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19).

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງສາທາລະນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ -19).

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.       ໃນວັນທີ 25 ກຸມພາ 2020 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ແລະ ທ່ານ ບຸນຕາ ເທບພະວົງ ຮອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າ ຮ່ວມມີ: ຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຕາງໜ້າບັນດາກົມພາຍໃນ ຄອສພ, ຫົວໜ້າກົມ, ຮອງກົມທີ່ມາຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຊາວໜຸ່ມບັນດາອົງການພັກອ້ອມຂ້າງ ຄອສພ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມ ຄອສພ ທັງໝົດ 108 ສະຫາຍ, ຍິງ 54 ສະຫາຍ ກໍເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ທ່ານ ລິດສະໄໝ ເພັງສະຫວັນ […]

ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມວຽກງານຕ້ານສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມວຽກງານຕ້ານສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ  ວັນທີ 21 ກຸມພາ 2020 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕ້ານສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍການເປັນປະທານຮ່ວມຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ; ເຂົ້າຮ່ວມມີ: ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທັງໝົດພາຍໃນ ຄອສພ . ໃນພິທີ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ກຽດກ່າວເປີດພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມຂອງສາກົນ, ສະພາບລວມພາຍໃນ ສປປ ລາວ, ການກຳເນີດ ນິຕິກຳທີ່ເປັນພຶ້ນຖານ, ການປະເມີນກ່ຽວກັບການຈັດຕັ້ງປະຕິບັດກົດໜາຍວ່າດ້ວຍ ການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະ […]

ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VII

ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VII       ໃນວັນທີ 18 ກຸມພາ 2020 ຜ່ານມາ, ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VII ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ, ມີຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບ ຮົມສູນກາງພັກ, ຄະນະບໍລິຫານງານສະຫະພັນແມ່ຍິງຄອສພ, ແຂກຖືກເຊີນພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທົ່ວ ຄອສພ ເຂົ້າຮ່ວມທັງໝົດ 77 ສະຫາຍ. ໃນກອງປະຊຸມທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ປະທານສະຫະພັນແມ່ຍິງ ຄອສພ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ […]

1 69 70 71 72 73 75