ກອງປະຊຸມເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ

ກອງປະຊຸມເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ

    ໃນຕອນເຊົ້າວັນທີ 24 ກຸມພາ 2022 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງອົງການ ແລະ ທ້ອງຖິ່ນ ໃຫ້ກຽດເປັນປະທານກອງປະຊຸມ ແລະ ເຜີຍແຜ່ 2 ເອກະສານດ່ັງກ່າວ ໂດຍທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມມີ: ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນ ຄອສພ ທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມເພື່ອເຮັດໃຫ້ພະນັກງານ-ລັດຖະກອນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບການຈັດຕັ້ງປະຕິບັດການປັບປຸງກົງຈັກການຈັດຕັ້ງໃນທົ່ວລະບົບການເມືອງໃຫ້ເລິກເຊິ່ງເພື່ອປັງປຸງວຽກງານກົງຈັກການຈັດຕັ້ງ ໃຫ້ສອດຄ່ອງ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ແລະ ການເຊື່ອມໂຍງກັບບັນດາປະເທດໃນພາກພຶ້ນ ແລະ ສາກົນ; ໃນໄລຍະຜ່ານມາສູນກາງພັກ ແລະ ລັດຖະບານໄດ້ເອົາໃຈໃສ່ຊີ້ນຳ-ນຳພາການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນໃຫ້ກະທັດຮັດ, ສົມເຫດສົມຜົນຕິດພັນກັບການກຳນົດຕຳແໜ່ງງານ ແລະ ຮັບປະກັນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ສືບຕໍ່ປັບປຸງ, ແກ້ໄຂໃຫ້ຂາດຕົວເປັນຕົ້ນການຊ້ຳຊ້ອນດ້ານພາລະບົດບາດ ແລະ ກົງຈັກໃຫຍ່ໂຕ, ມີຫຼາຍຂອດບໍລິຫານ.

ເພື່ອໃຫ້ການປັບປຸງກົງຈັການຈັດຕັ້ງໃນທົ່ວລະບົບການເມືອງດຳເນີນໄປຖືກຕ້ອງຕາມທິດກະທັດຮັດ ແລະ ສອດຄ່ອງກັບສະພາບຕົວຈິງ, ຂະແໜງໜຶ່ງໃຫ້ຮັບຜິດຊອບຫຼາຍວຽກ, ວຽກໃດຄ້າຍຄືກັນໃຫ້ໂຮມເຂົ້າກັນເຮັດໃຫ້ຂະໜາດຂອງກົງຈັັກບໍ່ໃຫຍ່ໂຕ, ການຈັດຕັ້ງມີຄວາມໜັກແໜ້ນ, ເຂັ້ມແຂງ, ລັດຖະກອນມີຈຳນວນຫຼຸດລົງ, ແຕ່ຄຸນນະພາບເພີ່ມຂຶ້ນສາມາດປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ໃນພິທີ ທ່ານ ສາຄອນ ພົມມະລາດ ຄະນະພັກ, ຫົວໜ້າຫ້ອງການຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ກຽດເຜີຍແຜ່ແຜນດຳເນີນງານຂອງຄະນະປັບປຸງກົງຈັກການຈັດຕ້ັງ ຄອສພ ສະບັບເລກທີ 01/ຄອສພ, ລົງວັນທີ 15 ກຸມພາ 2022 ຈຸດປະສົງເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ ແລະ ທິດຊີ້ນຳຂອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກ່ຽວກັບການປັບປຸງວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃຫມ່, ຮັບປະກັນບາດກ້າວຂັ້ນຕອນຢ່າງຕໍ່ເນື່ອງໃນໄລຍະເວລາທີ່ກຳນົດໄວ້, ທັງຮັບປະກັນລັກສະນະວິທະຍາສາດ, ສອດຄ່ອງ ແລະ ແທດກັບຕົວຈິງ ແນ່ໃສ່ເຮັດໃຫ້ກົງຈັກ ຄອສພ ເປັນລະບົບຄົບຊຸດສາມາດເຄື່ອນໄຫວຕາມພາລະບົດບາດຢ່າງມີປະສິດທິພາບ, ຕອບສະໜອງການເລ່ັງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່.

ຫຼັງຈາກນັ້ນ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານໄດ້ໃຫ້ກຽດເຜີຍແຜ່ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຄະນະໂຄສະນາອົບຮົມສູນກາງພັກ ແລະ ດຳລັດວ່າດ້ວຍການກຳນົດຕຳແໜ່ງງານສະບັບເລກທີ 734/ລບ, ລົງວັນທີ 31/12/2021 ເພື່ອເປັນບ່ອນອີງໃນການກຳນົດຕຳແໜ່ງງານຢ່າງຖືກຕ້ອງ ແລະ ເປັນລະບົບແນ່ໃສ່ຮັບປະກັນການປັບປຸງກົງຈັກ, ການບັນຈຸ, ການຊັບຊ້ອນ, ການປະເມີນຜົນພະນັກງານລັດຖະກອນໃຫ້ໄດ້ຮັບຜົນດີ.