ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
ວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນວຽກງານ ໄອທີລະຫວ່າງ ຫນັງສືພິມເຢີນເຢີນ (ຫວຽດນາມ) ແລະ ຫນັງສືພິມປະຊາຊົນ (ລາວ) ໃນວັນທີ 24 ເມສາ 2023ທີ່ຜ່ານມານີ້ ຢູ່ທີ່ສຳນັກງານຂອງໜັງສືພິມປະຊາຊົນ ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານໄອທີ ລະຫວ່າງຫນັງສືພິມເຢີນເຢີນ (ຫວຽດນາມ)
ມອບ-ຮັບປຶ້ມເລື່ອງສັ້ນຂອງທ່ານ ຄໍາມາ ພົມກອງ ໃນຕອນບ່າຍຂອງວັນທີ 21 ເມສາ 2023 ທີ່ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6), ທ່ານ ນາງ ສີອານົງ ພົມກອງ ແລະ ທ່ານ ພົງສະຫວັນ ພົມກອງ ເຊິ່ງເປັນລູກສາວ-ລູກຊາຍ ຂອງທ່ານ ຄໍາມາ ພົມກອງ ໄດ້ນໍາເອົາປຶ້ມເລື່ອງສັ້ນ “ຟອງເດືອນ 9 ແລະ ກີບເຂົ້າຕົ້ມຈີ້ເອົາປືນ” ທີ່ຂຽນໂດຍທ່ານ ຄໍາມາ ພົມກອງ ມາມອບໃຫ້ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ.
ສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມອບປື້ມໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນເຊົ້າ ຂອງວັນທີ 30 ມີນາ 2023 ທີ່ຫ້ອງສະໝຸດ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີການມອບ-ຮັບປື້ມ ລະຫວ່າງສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມອບໃຫ້ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວມອບໂດຍ ທ່ານ ນາງ ສົມມະທອນ ບັນນາວົງ ຮອງຜູ້ອໍານວຍການສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ພ້ອມດ້ວຍຄະນະ ກ່າວຮັບໂດຍ ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ, ຮອງພະແນກຫ້ອງສະໝຸດສໍາເນົາພ້ອມດ້ວຍພະນັກງານວິຊາການ. ປື້ມທີ່ນໍາມາມອບໃນຄັ້ງນີ້ປະກອບມີ 15 ຫົວເລື່ອງ ( ຫົວເລື່ອງລະ 3 ຫົວ) […]
ກອງປະຊຸມສ່ອງແສງລາຍງານ ການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສຶ່ເອເລັກ ໂຕຼນິກ (ເວບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ (video conference). ໃນຕອນເຊົ້າຂອງ ວັນທີ 28 ມີນາ 2023 ພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານການຈັດ ຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຜູ້ຊີ້ນໍາວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງທົ່ວປະເທດ […]
ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຈັດຊຸດຝຶກອົບຮົມລະບົບໂປຣແກຣມລົງທະບຽນອອນລາຍ. ໃນຕອນເຊົ້າຂອງວັນທີ 23 ມີນາ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ເປີດຊຸດຝຶກອົບຮົມລະບົບໂປຮແກຣມລົງທະບຽນອອນລາຍດ້ວຍມືຖື ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ ຫ້ອງອິນເຕີເນັດ ຊັ້ນ 3 ຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ໃຫ້ກຽດກ່າວເປີດຊຸດຝຶກອົບຮົມໂດຍທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ສະຫາຍ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໃຫ້ກຽດຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົບຮົມລະ ບົບໂປຮແກຣມລົງທະບຽນອອນລາຍຄັ້ງນີ້ແມ່ນ ເພືື່ອແນ່ໃສ່ປັບປຸງພັດທະນາວຽກງານ, ບໍາລຸງຍົກລະດັບຄວາມຮູ້ […]