ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ຢູ່ທີ່ສູນບໍລິຫານລັດດິຈິຕອນ.

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ຢູ່ທີ່ສູນບໍລິຫານລັດດິຈິຕອນ.

     ໃນວັນທີ 29 ກຸມພາ 2024 ຕາງໜ້າພະນັກງານຈາກຄະນະໂຄສະນາອົບຮົມສູນກາງພັກ  ຈຳນວນ 2 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ທີ່ສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໃນກອງປະຊຸມ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວຈຸດປະສົງຂອງການຈັດກອງປະຊຸມປະເມີນຜົນຄັ້ງນີ້ ເຊີ່ງທ່ານໄດ້ຊີ້ໃຫ້ເຫັນ ພາບລວມຂອງວຽກງານ  ແລະ ນະໂຍບາຍຂອງລັດຖະບານຕໍ່ກັບການຫັນເປັນທັນສະໄໝຂອງ ສປປ ລາວ ພ້ອມນັ້ນ, ທ່ານຍັງຍົກໃຫ້ເຫັນຄວາມສຳຄັນຂອງການນຳໃຊ້ບັນດາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນຕ່າງໆ ໂດຍສະເພາະການນຳໃຊ້ລະບົບຈົດໝາຍເອເລັກໂຕຣນິກ ທີ່ບຸກຄະລາກອນຂອງພັກ-ລັດ ຕ້ອງເຂົ້າໃຈ ແລະ ພ້ອມກັນນໍາໃຊ້ເຂົ້າໃນວຽກງານການບໍລິຫານລັດ.

ຈາກນັ້ນ, ໄດ້ຮັບຟັງການສະເໜີສະພາບລວມຂອງການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດໃນປັດຈຸບັນ ແລະ ຮັບຟັງການແນະນຳວິທີເຂົ້ານຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຜ່ານເວັບບາວເຊີ, ການຕິດຕັ້ງ ແລະ ນຳໃຊ້ຜ່ານໂທລະສັບມືຖື ຈາກພະແນກກ່ຽວຂ້ອງ ແລະ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມປະກອບຂໍ້ມູນເຂົ້າໃນຟອມປະເມີນຜົນການນຳໃຊ້ລະບົບດັ່ງກ່າວ ເພື່ອສັງລວມເອົາຄວາມຄິດເຫັນໄປປັບປຸງແກ້ໄຂ ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສອບຖາມ, ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນຢ່າງກົງໄປກົງມາ.

ຂ່າວ: ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄອສພ.

ຮູບພາບ: ຫ້ອງການ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.