Day: June 3, 2024

ຮັບຮອງເນື້ອໃນຜົນການຄົ້ນຄວ້າ ໂຄງການຄົ້ນຄວ້າ ລະດັບຊາດ ພາຍໃນຫົວຂໍ້: “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ”

ຮັບຮອງເນື້ອໃນຜົນການຄົ້ນຄວ້າ  ໂຄງການຄົ້ນຄວ້າ ລະດັບຊາດ ພາຍໃນຫົວຂໍ້:  “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ” ສະພາທິດສະດີສູນກາງພັກ ໄດ້ເປີດກອງປະຊຸມວິທະຍາສາດ ເພື່ອພິຈາລະນາ-ຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດໃນຫົວຂໍ້ “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສ​ປ​ປ ລາວ”  ໃນວັນທີ 03 ມິຖຸນາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສໍານັກງານສະພາທິດສະດີສູນກາງພັກ (ຫຼັກ 06), ໂດຍການເປັນປະທານ ຂອງ ທ່ານ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ,

ອົບຮົມການເມືອງ-ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ກຸ່ມບ້ານກ້ອນຕື່ນ ເມືອງປາກທາ ແຂວງບໍ່ແກ້ວ

  ຄະນະໂຄສະນາອົບຮົແຂວງບໍ່ແກ້ວສົມທົບກັບຄະນະໂຄສະນາອົບຮົມສູນກາງພັກຈັດຊຸດອົບຮົມການເມືອງ-ແນວຄິດຂຶ້ນໃນວັນທີ 29 ພຶດສະພາ 2024 ທີ່ໂຮງຮຽນມັດທະຍົມກຸ່ມບ້ານກ້ອນຕື່ນ ເມືອງປາກທາ ແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານ ຂອງສະຫາຍ ອຸ່ນແສງ ທຸນອິນໃຈ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນໂຄສະນາອົບຮົມສູນກາງພັກ, ສະຫາຍ ຄໍາມູນ ສີຫານຸວົງ ກໍາມະການພັກເມືອງ ຜູ້ຊີ້ນໍາກຸ່ມບ້ານກ້ອນຕື່ນ ແລະ ພ້ອມດ້ວຍຄະນະຮັບຜິດຊອບຂອງຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ແລະ ເມືອງເຂົ້າຮ່ວມ; ຊຸດອົບຮົມຄັ້ງນີ້ປະກອບມີ: ຜູ້ຊົງຄຸນວຸດທິເຂົ້າຮ່ວມທັງໝົດ 44 ທ່ານ, ຍິງ 5 ທ່ານ. ເຊິ່ງໄດ້ນໍາໃຊ້ເອກະສານ 3 ບົດຄື: ບົດທີ1: ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ, ບົດທີ2: ບົດບາດ ແລະ ໜ້າທີ່ຂອງຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ແລະ ບົດທີ3: ເພີ່ມທະວີຄວາມສາມັກຄີເປັນປືກແຜນ ແລະ ຄວາມສະເໜີພາບຂອງປະຊາຊົນລາວບັນດາເຜົ່າ ທີ່ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າໃນການອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ. ຜ່ານການອົບຮົມການເມືອງ-ແນວຄິດເຫັນໄດ້ວ່າຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ໄດ້ມີຄວາມຮັບຮູ້-ເຂົ້າໃຈ […]