Month: September 2024

ຄຳສັ່ງວ່າດ້ວຍ ມາດຕະການແກ້ໄຂສຸກເສີນ ແລະ ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມ ປີ 2024 ແລະ ແຜນຮັບມືໄພພິບັດທີ່ຈະເກີດຂຶ້ນໃນຕໍ່ໜ້າ

ຄຳສັ່ງ ເລກທີ 17/ນຍ, ລົງວັນທີ 23/09/2024 ມາດຕະການແກ້ໄຂສຸກເສີນ ແລະ ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມ ປີ 2024 ແລະ ແຜນຮັບມືໄພພິບັດທີ່ຈະເກີດຂຶ້ນໃນຕໍ່ໜ້າ (ກົດອ່ານ ຫຼື ດາວໂຫຼດ)

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານໜ່ວຍສະຫະພັນແມ່ຍິງກົມກວດກາ

ໃນຕອນເຊົ້າຂອງວັນທີ 20 ກັນຍາ 2024 ໜ່ວຍສະຫະພັນແມ່ຍິງກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງຕົນຂຶ້ນ ທີ່ຫ້ອງປະຊຸມ ຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຮ່ວມໂດຍ ສະຫາຍ ສະຫວ່າງ ດາລາແສນ ເລຂາ    ໜ່ວຍພັກ ວ່າການຫົວໜ້າກົມກວດກາ, ສະຫາຍ ນ. ພວງມາລີ ອັກຄະມຸນຕີ ກຳມະການຄະນະພັກ, ປະທານສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ອົງການຈັດຕັ້ງມະຫາຊົນ, ເຂົ້າຮ່ວມມີຕາງໜ້າໜ່ວຍສະຫະພັນແມ່ຍິງ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຊິກແມ່ຍິງພາຍໃນໜ່ວຍກົມກວດກາທຸກສະຫາຍ. ໃນກອງປະຊຸມ ສະຫາຍ ນ. ບຸນປະຄອຍ ດວງມະໂນ ປະທານສະຫະພັນແມ່ຍິງໜ່ວຍກົມກວດກາ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດສະຫຼຸບວຽກງານແມ່ຍິງ ຕະຫຼອດໄລຍະ 5 ປີຜ່ານ ມາ ຕໍ່ກອງປະຊຸມ ອັນເປັນຂີດໝາຍສໍາຄັນຍິ່ງຕໍ່ຊີວິດການເມືອງຂອງໜ່ວຍສະຫະພັນແມ່ຍິງ  ທີ່ສາມາດຍາດໄດ້ ຜົນສຳເລັດໃນຫຼາຍດ້ານເປັນກ້າວໆມາ. ຈາກນັ້ນຄະນະໜ່ວຍສະຫະພັນແມ່ຍິງຊຸດເກົ່າໄດ້ຜ່ານບົດສໍາຫຼວດການນໍາພາ ຂອງຄະນະໜ່ວຍສະຫະ ພັນແມ່ຍິງກົມກວດກາ ໃນໄລຍະ 5 ປີຜ່ານມາ ພ້ອມທັງອຳລາໜ້າທີ່. […]

ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພົບປະ ແລະ ເຮັດວຽກກັບຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ

ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພົບປະ ແລະ ເຮັດວຽກກັບຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ     ປະຕິບັດຕາມສັນຍາຮ່ວມມືລະຫວ່າງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປປ ລາວ ປີ 2022-2026 ຄະນະຜູ້ແທນຂັ້ນສູງຂອງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແລະ ໃນວັນ​ທີ 25 ກັນຍາ 2024 ຢູ່ທີ່ໂຮງແຮມເມືອງແທງໄດ້ຈັດພິທີພົບປະ ແລະ ເຮັດວຽກທາງການລະຫວ່າງ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວເຊິ່ງຝ່າຍຫວຽດນາມ ນຳໂດຍ ສະຫາຍ ລ້າຍ ຊວັນ ໂມນ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ແລະ ຝ່າຍລາວນຳໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າ ຄອສພ ພ້ອມດ້ວຍຄະນະ​. ໃນພິທີພົບປະ ແລະ ເຮັດວຽກຄັ້ງນີ້ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຕາງໜ້າໃຫ້ການນຳ ຄອສພ […]

ໜ່ວຍສະຫະພັນແມ່ຍິງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ.

ໃນຕອນເຊົ້າ ຂອງວັນທີ 19 ກັນຍາ 2024 ຫນ່ວຍສະຫະພັນແມ່ຍິງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5 ຂອງຄະນະໂຄສະນາອົບຮົມສູນກາງພັກ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ປະທານສະຫະພັນກຳມະບານ ຄອສພ , ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ນາງ ພວງມະລີ ອັກຄະມຸນຕີ ກຳມະການຄະນະພັກ, ຄະນະບໍລິຫານງານປະທານສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ຄອສພ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ມີບັນດາສະຫາຍຕ່າງໜ້າຈາກໜ່ວຍສະຫະພັນແມ່ຍິງອ້ອມຂ້າງ ຄອສພ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນຂອງກົມ ພ້ອມດ້ວຍສະມາຊິກແມ່ຍິງພາຍໃນຫນ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

ຫຼາຍພາກສ່ວນບໍລິຈາກເຄື່ອງຊ່ວຍເຫຼືອຕ້ານໄພນ້ຳຖ້ວມຢູ່ບັນດາແຂວງພາກເໜືອ

ຫຼາຍພາກສ່ວນບໍລິຈາກເຄື່ອງຊ່ວຍເຫຼືອຕ້ານໄພນ້ຳຖ້ວມຢູ່ບັນດາແຂວງພາກເໜືອ ໃນວັນທີ 18 ກັນຍາ 2024  ທີ່ຫ້ອງຮັບແຂກຄະນະໂຄສະນາອົບຮົບສູນກາງພັກ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າ ຄອສພ ບ.ກ ໜັງສືພິມປະຊາຊົນ ຕາງໜ້າໃຫ້ 4 ພາກສ່ວນ

1 2 3