Month: August 2026

ທ່ານ ສາຄອນ ພົມມະລາດ ຮອງຫົວຫນ້າ ຄອສພ ໄດ້ເຂົ້າຮ່ວມກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I

       ໃນວັນທີ 11-12 ສິງຫາ 2026 ທ່ານ ສາຄອນ ພົມມະລາດ ຮອງ ຫົວຫນ້າ ຄອສພ ໄດ້ເຂົ້າຮ່ວມກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ ທົ່ວປະເທດ ຄັ້ງທີ I ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ  ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ລັດຖະບານ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການ ສະຫຼູບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍໍ່ໜ້າ; ສະຫຼູບການຈັດຕັ້ງປະຕິບັດວຽກງານ ຂອງ ຄລທ ໃນໄລຍະ 1 ປີຜ່ານມາ ແລະ ປະເມີນ ການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງ ຄະນະກໍາມະການສົ່ງເສີມ […]

ຄະນະຜູ້ແທນຈາກຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຄື່ອນໄຫວພົບປະແລກປ່ຽນວຽກງານກັບຄະນະໂຄສະນາສຶກ ສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ສສ.ຫວຽດນາມ

ຄະນະຜູ້ແທນຈາກຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຄື່ອນໄຫວພົບປະແລກປ່ຽນວຽກງານກັບຄະນະໂຄສະນາສຶກ ສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ສສ.ຫວຽດນາມ ເຊິ່ງຈັດຂຶ້ນໃນວັນທີ 5 ສິງຫາ 2026 ທີ່ຫ້ອງປະຊຸມ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິ່ງ ໂດຍການນຳພາຝ່າຍລາວແມ່ນທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄອສພ ພ້ອມຄະນະທີ່ກ່ຽວ ຂ້ອງ ແລະ ຝ່າຍຫວຽດນາມແມ່ນ ທ່ານ ຫງຽນດຶກຕ່ວນ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນ ແຂວງນິງບິງ ພ້ອມພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະພາທິດສະດີສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ.

ໃນຕອນບ່າຍຂອງວັນທີ 4 ກໍລະກົດ 2026 ທີ່ ສະພາທິດສະດີສູນກາງພັກ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຮສ ປອ ດວານ ມິງ ຮັວນ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວຫນ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນມາມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ເພື່ອພັດທະນາບຸກຄະລາກອນສື່ມວນຊົນລາວ

ວັນທີ 4 ສິງຫາ 2026 ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ນະຄອນຮ່າໂນ້ຍ ສສ. ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ ແລະ ສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ. ຫວຽດນາມ

ສຳເລັດການປັນຍາຍເອກະສານຫົວຂໍ້ “ວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ” ໃຫ້ພະນັກງານນຳພາ, ຄຸ້ມຄ້ອງ ທະນາຄານການຕ່າງປະເທດມະຫາຊົນ ຢູ່ 4 ແຂວງພາກກາງ

  ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່) ໄດ້ລົງຈັດຕັ້ງຝຶກອົບຮົມ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ແຂວງສະຫວັນນະເຂດ ໃນຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງ ພັກ-ລັດ” ຊຶ່ງມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 4 ແຂວງພາກກາງເຂົ້າຮ່ວມ (ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ). ການຝຶກອົບຮົມ ໄດ້ຈັດຂຶ້ນໃນວັນທີ 01 ສິງຫາ 2026 ຢູ່ທີ່ຫ້ອງ ປະຊຸມ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ BCEL ສາຂາ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ເພັດພູວັນ ເຮືອງປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງສະຫວັນນະເຂດ ແລະ ທ່ານ ນາງ ອຸ່ນເຮືອນ ຮ່ວງສະຫວັນ ຮອງຫົວໜ້າພະແນກຈັດຕັ້ງ-ພະນັກງານ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL (ສໍານັກງານໃຫຍ່); ເປັນກຽດເຂົ້າຮ່ວມ, ພ້ອມທັງບັນຍາຍເອກະສານ […]

1 2 3 4