ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານສຸພານຸວົງ
ໂດຍ: ຄ. ຄຳປະສິດ (ໜັງສືພິມປະຊາຊົນ)
ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນຳຂອງພັກ-ລັດ ທີ່ໄດ້ສ້າງຜົນງານອັນລ້ຳຄ່າ, ມີຄຸນງາມຄວາມດີຢ່າງຫຼວງຫຼາຍ ປະກອບສ່ວນເຂົ້າໃນການນຳພາລວມໝູ່ຂອງພັກ, ແນວລາວຮັກຊາດ ເພື່ອໄຊຊະນະຂອງພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາລະບອບໃໝ່ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ ໃນໄລຍະຕໍ່ມາ. ປະທານ ສຸພານຸວົງ ແມ່ນເຊື້ອເຈົ້າຜູ້ໜຶ່ງ, ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ທີ່ມີນ້ຳໃຈຮັກຊາດອັນດູດດື່ມມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ ແລະ ມີນ້ຳໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ.
ເມື່ອຫວນຄືນຊີວິດຕອນເຍົາໄວ ຂອງປະທານ ສຸພານຸວົງ ຊຶ່ງເພິ່ນໄດ້ກຳເນີດໃນຄອບຄົວທີ່ເປັນເຊື້ອເຈົ້າຣາຊະວົງທີ່ສູງສົ່ງ, ເປັນໂອຣົດຂອງເຈົ້າມະຫາອຸປະຣາດ ບຸນຄົງ ແລະ ໝ່ອມ ຄຳອ້ວນ ເກີດເມື່ອວັນທີ 13 ກໍລະກົດ 1909 (ແຮມ 15 ຄຳ່ ວັນອັງຄານ ເດືອນ 8 ປີລະກາ) ທີ່ຫຼວງພະບາງ, ເພິ່ນເປັນເດັກໃນວັງ ທີ່ມັກໄປຫຼິ້ນກັບເດັກນ້ອຍທົ່ວໄປ ໂດຍບໍ່ຖືຊັ້ນວັນນະຂອງຕົນ ແລະ ເມື່ອອາຍຸໄດ້ 7 ປີ ໄດ້ເຂົ້າໂຮງຮຽນປະຖົມສຶກສາ ທີ່ຫຼວງ ພະບາງ ເພິ່ນເປັນນັກຮຽນທີ່ດຸໝັ່ນ, ມີພອນສະຫວັນໃນຫຼາຍ ດ້ານ, ຮຽນເກັ່ງ ແລະ ສອບໄດ້ຄະແນນດີເລີດມາຕະຫຼອດ ຈົນຈົບຊັ້ນປະຖົມສົມບູນປີ 1920 ປະທານ ໄດ້ໄປຮຽນຕໍ່ຢູ່ມັດ ທະຍົມອານແບກຊາໂຣ ຢູ່ທ່ີຮ່າໂນ້ຍ ປະເທດຫວຽດນາມ ປີ 1931 ໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ ແລະ ໄດ້ເຂົ້າຮຽນກຽມ ທີ່ວິທະຍາໄລແຊັງຫຼຸຍ ຕໍ່ມາປີ 1934 ໄດ້ເສັງເຂົ້າຮຽນມະຫາວິທະຍາໄລຂົວທາງແຫ່ງຊາດ ສາຂາວິສະວະກອນພົນລະເຮືອນ ເວລາສຶກສາຮຳ່ຮຽນ ບໍ່ພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານ້ັນ ເພິ່ນທັງມີຄວາມດຸໝັ່ນໃນການລົງຝຶກຫັດ ແລະ ປະຕິບັດຕົວຈິງ ທັງມີຄວາມບາກບັ່ນໃນການຄົ້ນຄວ້າຮຳ່ຮຽນ ທັງມີຄວາມເປັນເຈ້ົາການປະດິດສ້າງຮຽນຮູ້ດ້ວຍ ຕົນເອງ ດຳລົງຊີວິດແບບລຽບງ່າຍ ບໍ່ຟຸມເຟືອຍ ເພິ່ນສາມາດເວ້ົາ ໄດ້ 8 ພາສາ ທີ່ໃຊ້ກັນແຜ່ຫຼາຍໃນສາກົນ. ນອກຈາກນັ້ນ, ເພິ່ນຍັງໄດ້ເດີນທາງໄປຫຼາຍປະເທດ ໃນທະວີບເອີຣົບຕາເວັນອອກ, ຕາເວັນຕົກ ແລະ ທະວີບອາຟຣິກາ ເພື່ອສຳພັດຄວາມເປັນຈິງ, ຊອກຮູ້ປະສົບການຕ່າງໆ. ປີ 1937 ໄດ້ຮຽນຈົບມະຫາວິທະຍາໄລຂົວທາງແຫ່ງຊາດ ທີ່ປະເທດຝຣັ່ງ; ພາຍຫຼັງສຳເລັດການສຶກສາ ເພິ່ນກໍໄດ້ກັບຄືນອິນດູຈີນ ໂດຍ ໄດ້ຮັບລາຊະການຂະແໜງໂຍທາທິການ ປະຈຳຢູ່ຍາຈາງ ແຄວ້ນໂຍທາທີສອງຂອງອານນາມ ຮັບຜິດຊອບວຽກງານຢູ່ທີ່ນັ້ນ 3 ປີຕໍ່ມາ ກໍໄດ້ຖືກແຕ່ງຕັ້ງໄປຮັບລາຊະການ ຢູ່ເມືອງພີນ ແຂວງສະຫວັນນະເຂດ ເພື່ອສ້າງເສັ້ນທາງເລກທີ 23 ແລະ ຂົວເຊບັ້ງຫຽງ, ປະທານ ສຸພານຸວົງ ໄດ້ສ້າງຜົນງານຫຼາຍຢ່າງ ອັນເປັນທີ່ຍອມຮັບໃນຖານະວິສະວະກອນ ທີ່ມີຄວາມຮູ້ຄວາມສາມາດ ແລະ ເຮັດແທ້ທຳຈິງ ສິ່ງສຳຄັນແມ່ນເພິ່ນໄດ້ສຳພັດ ແລະ ເຫັນພຶດຕິກຳ, ການກະທຳຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ທີ່ມີຕໍ່ຄົນຂອງຊາດ ທີ່ເປັນຫົວເມືອງຂຶ້ນ ຂອງພວກມັນເຊັ່ນ: ການ ຈຳແນກເຊື້ອຊາດ, ການແບ່ງຊັ້ນວັນນະ, ການກົດຂີ່ຂົ່ມເຫັງ, ຄວາມບໍ່ຍຸຕິທຳ, ການປຸ້ນສະດົມ ແລະ ການກົດຂີ່ຂູດຮີດເປັນຕົ້ນ ທັງໝົດເຫຼົ່ານັ້ນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ແນວຄິດຈິດໃຈຂອງເພິ່ນ ເພື່ອກ້າວເຂົ້າສູ່ເສ້ັນທາງແຫ່ງການຕໍ່ສູ້ ກອບກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດຊາດ ນຳເອົາອິດສະຫຼະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວເຜົ່າຕ່າງໆ.
ໃນສະພາບແວດລ້ອມສາກົນ ແລະ ເຫດການຕ່າງໆຢູ່ອິນດູຈີນ ໄດ້ຜັນແປຢ່າງສັບສົນ, ມີດ້ານທີ່ອຳນວຍ ໃຫ້ແກ່ຂະບວນການຕໍ່ສູ້ ຂອງບັນດາປະຊາຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ອັນພົ້ນເດັ່ນແມ່ນຂະບວນການຕໍ່ສູ້ ຂອງປະຊາຊົນອິນດູຈີນ (ລາວ, ຫວຽດນາມ ແລະ ກຳປູເຈຍ) ໄດ້ມີພັກກອມມູນິດອິນດູຈີນນຳພາ, ພາຍໃຕ້ການນຳພາຂອງພັກ ເຮັດໃຫ້ການປະຕິວັດອິນດູຈີນກ້າວຂຶ້ນຍາດເອົາໄຊຊະນະອັນໃຫຍ່ຫຼວງໃນປີ 1945. ວັນທີ 9 ພຶດສະພາ 1945 ພວກຟາດຊິດ ເຢຍລະມັນ ໄດ້ເຊັນສັນຍາຍອມຈຳນົນຢ່າງບໍ່ມີເງື່ອນໄຂໃນສົງຄາມໂລກຄັ້ງທີ 2; ວັນທີ 15 ສິງຫາ 1945 ພວກຂຸນເສິກຍ່ີປຸ່ນ ໄດ້ປະກາດຍອມ ຈຳນົນຕໍ່ກຳລັງພັນທະມິດ; ຢູ່ປະເທດຫວຽດນາມ ປະທານ ໂຮ່ຈິມິນ ໄດ້ນຳພາການປະຕິວັດເດືອນສິງຫາ 1945 ລຸກຮື້ຂຶ້ນໂຄ່ນລົ້ມອຳນາດການປົກຄອງພວກລ່າເມືອງຂຶ້ນຝຣັ່ງ, ຂຸນເສິກຍີ່ປຸ່ນ ແລະ ໄດ້ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນຫວຽດນາມ ໃນວັນທີ 2 ກັນຍາ 1945, ພາຍຫຼັງການປະຕິວັດເດືອນສິງຫາ ຢູ່ຫວຽດນາມໄດ້ຮັບໄຊຊະນະ ປະທານໂຮ່ຈິມິນ ໄດ້ເຊີນ ປະທານ ສຸພານຸວົງ ໄປນະຄອນຫຼວງຮ່າໂນ້ຍ ເປັນການພົບປະຄັ້ງທຳອິດອັນເປັນປະຫວັດສາດສຳຄັນຍິ່ງໄດ້ເຮັດໃຫ້ປະທານ ສຸພານຸວົງ ກ້າວເຂົ້າສູ່ເສັ້ນທາງແຫ່ງການຕໍ່ສູ້ ເພື່ອກອບກູ້ເອົາຄວາມເປັນເອກະລາດ ມາໃຫ້ປະເທດຊາດ, ນຳເອົາອິດສະຫຼະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ ລາວບັນດາເຜົ່າ ນີ້ແມ່ນຈຸດເລີ່ມຕ້ົນແຫ່ງພາລະກິດປະຕິ ວັດອັນຍິ່ງໃຫຍ່. ເມື່ອກັບຄືນມາປະເທດ ປະທານ ສຸພານຸວົງ ໄດ້ເຄື່ອນໄຫວປຸກລະດົມ, ສ້າງກຳລັງເປັນຕົ້ນຢູ່ສະຫວັນນະເຂດ ແລະ ທ່າແຂກ ເພື່ອກະກຽມໃຫ້ແກ່ການຢຶດອຳນາດ, ປະ ກາດເອກະລາດ “ດັ່ງຄຳປາໄສ ປະທານສຸພານຸວົງ ໃນຄັ້ງ ໜຶ່ງ ເວລາທີ່ກັບມາແຕ່ຫວຽດນາມ ກັບຄືນປະເທດຕາມທາງ ເລກ 9 ເມື່ອຮອດເມືອງເຊໂປນ ໄດ້ເວົ້າຕໍ່ໜ້າປະຊາຊົນ ທີ່ມາໂຮມກັນຢູ່ທີ່ນັ້ນວ່າ: ແຜ່ນດິນລາວຕ້ອງແມ່ນຄົນລາວ ເປັນເຈົ້າຂອງ. ສະນັ້ນ, ພວກເຮົາທຸກຄົນ ຕ້ອງສາມັກຄີກັນ ໂຮມ ແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາ ໃຫ້ໄດ້”.