ພິທີປາຖະກະຖາ ຫວນຄືນມູນເຊື້ອວັນສໍາຄັນຂອງພັກ ແລະ ຂອງຊາດ

ພິທີປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຂອງພັກ ແລະ ຂອງຊາດ

ໃນຕອນເຊົ້າ ວັນທີ 28 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 1 ອາຄານສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດພິທີ ປາຖະກະຖາຫວນຄືນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22/3/1955-22/3/2024) ແລະ ວັນນັກຮົບເສຍອົງຄະ ແລະ ເສຍຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ (21/3/1946-21/3/2024) ໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ຂອງ 2 ກົມ (ກົມງົບປະມານແຫ່ງລັດ ແລະ ກົມນະໂຍບາຍການເງິນ) ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປະຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກຄັງເງິນແຫ່ງຊາດ ສະມາຊິກພັກ-ພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ນາງ ທອງຈັນ ສຸລິນພູມີ ຄະນະກໍາມະການຫນ່ວຍພັກຮາກຖານ, ຮອງຫົວໜ້າກົມງົບປະມານແຫ່ງລັດ ໄດ້ຂຶ້ນ ກ່າວຈຸດປະສົງ ໃນການຈັດພິທີນີ້ຂຶ້ນ ກໍເພື່ອເປັນການທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ພາຍໃຕ້ການນໍາພາຂອງພັກ ພ້ອມທັງລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະ ຂອງບັນດານັກຮົບທີ່ໄດ້ອຸທິດຕົນ ເພື່ອປະເທດຊາດໃນຂະບວນການປະຕິວັດຜ່ານມາ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກເຮົາ ເຂົ້າໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ ມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງສະມາຊິກພັກ-ພະນັກງານໃນກົມງົບປະມານແຫ່ງລັດ ແລະ ກົມນະໂຍບາຍການເງິນ ກະຊວງການເງິນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ໄດ້ໃຫ້ກຽດຂຶ້ນປາຖະກະຖາໂດຍຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ຜົນງານອັນໃຫຍ່ຫລວງ ຂອງພັກປະຊາຊົນ ປະຕິວັດລາວ ໃນຕະຫລອດໄລຍະ 69 ປີ ທີ່ຜ່ານມາ ເຊິ່ງ ພັກປະຊາຊົນລາວ ແມ່ນພັກຂອງຊົນຊັ້ນກຳມະກອນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ, ຢຶດໜັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແຫ່ງແນວຄິດ, ເປັນເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງພັກ, ເສີມຂະຫຍາຍ ລັດທິຮັກຊາດອັນແທ້ຈິງ ສົມທົບກັບລັດທິສາກົນອັນຜ່ອງໃສຂອງຊົນຊັ້ນກຳມະກອນ, ຮັບເອົາສິ່ງຍອດຍິ່ງທາງດ້ານສະຕິປັນຍາ ທີ່ກ້າວໜ້າຂອງມວນມະນຸດ ເພື່ອກຳນົດແນວທາງ, ແຜນນະໂຍ ບາຍຂອງພັກ, ຍົກສູງຄວາມສາມາດ ແລະ ຄຸນນະພາບການນຳພາຂອງພັກ, ຕ້ານລະບອບຫລາຍພັກຫລາຍເຄົ້າ, , ຕ້ານລັດທິເອກະຊົນ ແລະ ຕ້ານລັດທິສວຍໂອກາດ ໃນທຸກຮູບແບບ; ນຳພາປວງຊົນລາວດຳນຳເນີນການ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຍອມເສຍສະຫຼະເລືອດເນື້ອເພື່ອນຳເອົາຄວາມເປັນເອກະລາດ ມາໃຫ້ປະເທດຊາດ ແລະ ສິດເປັນເຈົ້າ ມາໃຫ້ປະຊາຊົນ, ສ້າງສາປະ ເທດຊາດກ້າວເດີນສູ່ຈຸດໝາຍສັງຄົມນິຍົມແນໃສ່ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມສາມັກຄີປອງດອງ ແລະ ສີວິໄລ. ພ້ອມນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນ ເງື່ອນໄຂການກໍາເນີດຂອງພັກສປປ ລາວ ແລະ ທາດແທ້ຂອງພັກ ທີ່ເປັນແກນນຳ-ນຳພາແຕ່ລະຂະບວນການຕໍ່ສູ້ຕ້ານພວກຮຸກຮານຈົນໄດ້ຮັບໄຊຊະນະເປັນກ້າວໆ.

ໃນຕອນທ້າຍພິທີ, ທ່ານ ພະນົມພອນ ແກ້ວວົງວິຈິດ ຮອງຫົວໜ້າກົມນະໂຍບາຍການເງິນ ກໍໄດ້ຂຶ້ນສະຫຼຸບຕີລາຄາຜົນໄດ້ຮັບຂອງການປາຖະກະຖາ ໃນຄັ້ງນີ້ ທີ່ໄດ້ດໍາເນີນໄປດ້ວຍບັນຍາກາດດີ, ຜູ້ເຂົ້າຮ່ວມຕ່າງກໍຕັ້ງໃຈຮັບຟັງ ແລະ ມີປະໂຫຍດໃຫ້ແກ່ການໝູນໃຊ້ເຂົ້າໃນວຽກງານຕົວຈິງ.

(ຂ່າວ-ພາບ: ມີໄຊ)