Month: April 2025

ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 64 ປີ

ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 64 ປີ ໃນວັນທີ 29 ເມສາ 2025 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ(22/3/1955-22/3/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 64 ປີ (25/4/1961-25/4/2025)

ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ບັນດາສໍານັກສື່ມວນຊົນຫວຽດນາມປະຈໍາລາວ, ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເປັນ​ເອ​ກະ​ພາບ ຄົບ​ຮອບ 50 ປີ (30/4/1975-30/4/2025)

ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ບັນດາສໍານັກສື່ມວນຊົນຫວຽດນາມປະຈໍາລາວ, ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເປັນ​ເອ​ກະ​ພາບ ຄົບ​ຮອບ 50 ປີ (30/4/1975-30/4/2025) ສະຫາຍຕີລາຄາສູງຕໍ່ໄຊ​ຊະ​ນະປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຊາດ ຫວຽດນາມເປັນອັນໜຶ່ງອັນດຽວ ໃນ​ວັນ​ທີ 30/4/1975 ແມ່ນ​ມີ​ຄວາມ​ໝາຍສຳ​ຄັນອັນໃຫຍ່ຫຼວງ​ຕໍ່​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ ສອງ​ຊາດ​ລາວ-ຫວຽ​ດ​ນາມ, ເຊິ່ງເປັນໄຊ ຊະນະຂອງຍຸກສະໄໝທີ່ເລິກເຊິງທີ່ສຸດເຊິ່ງທີ່ສຸດເຊັ່ນ: – ແມ່ນມະຫາໄຊຊະນະ ຂອງກອງທັບ ແລະ ປະຊາຊົນຫວຽດນາມ ນັບພັນປີ ແຫ່ງການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ. ໄຊຊະ ນະດັ່ງກ່າວ ແມ່ນການທັບມ້າງກົງຈັກການທະຫານອັນໃຫຍ່ໂຕ, ເຂັ້ມແຂງ ແລະ ທັນສະໄໝກວ່າໝູ່ໝົດ ຂອງລັດທິລ່າເມືອງຂຶ້ນແບບໃໝ່ໄດ້ຢ່າງສົມບູນ, ປະເທດຊາດທີ່ຖືກແບ່ງເປັນ 2 ພາກ ໄດ້ຮັບການເຕົ້າໂຮມເປັນອັນດຽວກັນ. – ແມ່ນການປະລາໄຊອັນໜັກໜ່ວງທາງດ້ານການທະຫານ ແລະ ການເມືອງທີ່ບໍ່ເຄີຍມີມາກ່ອນຂອງຈັກກະພັດອາເມລິກາ, ເຮັດໃຫ້ກົນອຸບາຍຢາກຫັນເອົາພາກໃຕ້ຫວຽດ ນາມເປັນຫົວເມືອງຂຶ້ນແບບໃໝ່ ແລະ […]

ພິທີພົບປະມິດຕະພາບລາວ-ຫວຽດນາມ

ພິທີພົບປະມິດຕະພາບລາວ-ຫວຽດນາມ ວັນທີ 25 ເມສາ 2025 “ສປປລາວ ແລະ ສສຫວຽດນາມ ຈັດພິທີພົບປະມິດຕະພາບ ທີ່ດູດດື່ມ ແລະ ມີຄວາມໝາຍທີ່ສຸດ

ທິດສະດີນໍ້າເຕົ້າເປົ່າ-ພຶດຕິກໍາງົມມືດ

ທິດສະດີນໍ້າເຕົ້າເປົ່າ-ພຶດຕິກໍາງົມມືດ – ທິດສະດີນໍ້າເຕົ້າເປົ່າ ເບິ່ງບໍ່ເຫັນເດັ່ນໄດ້                     ໃນພາກຕົວຈິງ ນັ້ນຄື ທິດສະດີ                         ເປົ່າແປນໃນເນື້ອ ຕ່ອນບໍ່ມີໃນໝໍ້                                  ພໍກິນມັນຈ່າງ ໄດ້ແຕ່ພຽງຊົດນໍ້າ                      ແກງຕົ້ມຕ່ອນບໍ່ມີ   ທິດສະດີແບບນີ້                        ເຂົາວ່າທິດສະດີນ້ຳເຕົ້າເປົ່າ ບໍ່ສ່ອງແສງແນວທາງ                   ພຶດຕິກໍາຈິງໄດ້ ມີແຕ່ຖະແຫຼງຂຽນໄວ້                  ຕາມໃຈພໍມ່ວນ ສ່ວນລົງມືເຮັດສ້າງ                     ຜົນນັ້ນບໍ່ມີ   –ພຶດຕິກຳງົມມືດ ບໍ່ມີໄຟສ່ອງໄຕ້                         ເຮືອງຮຸ່ງເຫັນທາງ ຄືດັ່ງຄົນຕາຟາງ                         ຍ່າງເດີນໄປໜ້າ ຕາບອດງົມຫາຊ້າງ                     ຖືກຫູເປັນວີພັດ ຖືກຫາງເປັນຝອຍກວາດກ້ານ                   ຄວາມໝາຍຊ້າງຕ່າງກັນ   ພຶດຕິກໍາແບບນີ້                        ຄືພຶດຕິກຳງົມມືດ ບໍ່ຍຶດໂຍງທິດສະດີ                      ສ່ອງທາງເຍືອງໄຕ້ ບໍ່ມີແຜນວາງໄວ້                        ກະທໍາໄປຕາມໃຈຊອບ ບໍ່ອາດສໍາເລັດໄດ້                       ໃນເປົ້າມຸ່ງໝາຍ   –ສະນັ້ນ ທິດສະດີຖືກຕ້ອງ                       ຄຽງຄູ່ການກະທໍາ ພຶດຕິກຳກົມກຽວ                      ຂ່າວໄຂຂຽນໄວ້ ດັ່ງຕາ ແນມທາງໃຫ້                             ສອງຂາຕາມໄຕ່ ຈິ່ງໄປເຖິງບ່ອນບັ້ນ                     ເຮົານັ້ນມຸ່ງຫວັງ  ແທ້ແລ້ວ. ໂດຍ: […]

5 ວິທີໃນການຕັດສິນໃຈ ຮຽນ Online

5 ວິທີໃນການຕັດສິນໃຈ ຮຽນ Online ຫຼັກສູດ Online ເປັນການຮຽນທີ່ບໍ່ມີຂອບເຂດກ່ຽວກັບໄລຍະເວລາ, ສະຖານທີ່ ແລະ ມີຄວາມສະດວກສະບາຍບໍ່ວ່າທ່ານຈະຢູ່ໃສກໍ່ສາມາດຮຽນ ແລະ ພັດທະນາຕົນເອງໄດ້. ຫຼາຍຄົນຄິດກັງວົນວ່າການຮຽນ online ຈະບໍ່ເຂົ້າໃຈ ຫຼື ຮຽນບໍ່ຈົບຫຼັກສູດ ຈົນມີອາການເບື່ອໜ່າຍ ແລະ ໃນທີ່ສຸດກໍ່ເຊົາຮຽນ ສະນັ້ນພວກເຮົາມີວິທີມາແນະນຳໃຫ້ທຸກທ່ານທີ່ສົນໃຈຢາກຮຽນ online ເພື່ອໃຫ້ທຸກຄົນເຂົ້າໃຈງ່າຍ ຄຸ້ມຄ່າກັບເວລາ ແລະ ເງີນທີ່ເສຍໄປ.

1 2 3