ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ບັນດາສໍານັກສື່ມວນຊົນຫວຽດນາມປະຈໍາລາວ, ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເປັນ​ເອ​ກະ​ພາບ ຄົບ​ຮອບ 50 ປີ (30/4/1975-30/4/2025)

ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ,

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ

ໃຫ້ສຳພາດຕໍ່ບັນດາສໍານັກສື່ມວນຊົນຫວຽດນາມປະຈໍາລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025)

ສະຫາຍຕີລາຄາສູງຕໍ່ໄຊ​ຊະ​ນະປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຊາດ ຫວຽດນາມເປັນອັນໜຶ່ງອັນດຽວ ໃນ​ວັນ​ທີ 30/4/1975 ແມ່ນ​ມີ​ຄວາມ​ໝາຍສຳ​ຄັນອັນໃຫຍ່ຫຼວງ​ຕໍ່​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ ສອງ​ຊາດ​ລາວ-ຫວຽ​ດ​ນາມ, ເຊິ່ງເປັນໄຊ ຊະນະຂອງຍຸກສະໄໝທີ່ເລິກເຊິງທີ່ສຸດເຊິ່ງທີ່ສຸດເຊັ່ນ:

– ແມ່ນມະຫາໄຊຊະນະ ຂອງກອງທັບ ແລະ ປະຊາຊົນຫວຽດນາມ ນັບພັນປີ ແຫ່ງການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ. ໄຊຊະ ນະດັ່ງກ່າວ ແມ່ນການທັບມ້າງກົງຈັກການທະຫານອັນໃຫຍ່ໂຕ, ເຂັ້ມແຂງ ແລະ ທັນສະໄໝກວ່າໝູ່ໝົດ ຂອງລັດທິລ່າເມືອງຂຶ້ນແບບໃໝ່ໄດ້ຢ່າງສົມບູນ, ປະເທດຊາດທີ່ຖືກແບ່ງເປັນ 2 ພາກ ໄດ້ຮັບການເຕົ້າໂຮມເປັນອັນດຽວກັນ.

– ແມ່ນການປະລາໄຊອັນໜັກໜ່ວງທາງດ້ານການທະຫານ ແລະ ການເມືອງທີ່ບໍ່ເຄີຍມີມາກ່ອນຂອງຈັກກະພັດອາເມລິກາ, ເຮັດໃຫ້ກົນອຸບາຍຢາກຫັນເອົາພາກໃຕ້ຫວຽດ ນາມເປັນຫົວເມືອງຂຶ້ນແບບໃໝ່ ແລະ ເປັນຖານທັບການທະຫານ ຂອງພວກເຂົາຖືກທັບມ້າງ ທັງແມ່ນການປະລາໄຊຄັ້ງທຳອິດ ຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນໂລກ.

– ແມ່ນໄຊຊະນະລວມແຫ່ງກ້ອນກຳລັງສາມັກຄີພິເສດ, ຮ່ວມສຳພັນສູ້ຮົບລະ ຫວ່າງ ຫວຽດນາມ, ລາວ ແລະ ກຳປູເຈຍ ອ້າຍນ້ອງ ແມ່ນສະໜາມຮົບຢູ່ບົນດິນແດນແຫຼມອິນດູຈີນອັນດຽວກັນ, ຕ້ານສັດຕູຜູ້ຮຸກຮານໂຕດຽວກັນ, ໄຊຊະນະດັ່ງກ່າວແມ່ນປັດໄຈ, ທີ່ເປັນທ່າແຮງຊຸກດັນໄຊຊະນະເຊິ່ງກັນ ແລະ ກັນ.

- ໄຊຊະນະ​ແຫ່ງ​ການປົດປ່ອຍພາກໃຕ້ຫວຽດນາມ ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຮັກເອກະລາດ ຂອງປະຊາຊົນຫວຽດນາມ ທີ່ປະທານ ໂຮ່ຈີ່ມິນ ໄດ້ຢືນຢັນວ່າ: “ບໍ່ມີຫຍັງຈະປະເສີດເລີດລ້ຳກວ່າເອກະລາດ ແລະ ເສລີພາບ” ທັງສະແດງໃຫ້ເຫັນເຖິງການນຳພາອັນປີຊາສາມາດ, ຍຸດທະສາດທີ່ເດັດດ່ຽວໜຽວແໜ້ນ, ຍຸດໂທບາຍທີ່ຄ່ອງແຄ້ວ ແລະ ວິທີປະຕິວັດທີ່ສະຫຼາດສ່ອງໃສຂອງພັກກອມມູນິດ​ຫວຽດ​ນາມ ໂດຍ​ມີ​ປະ​ທານ ໂຮ່​ຈິ​ມິນ ຜູ້ຍິ່ງໃຫຍ່.

– ແມ່ນການປະກອບສ່ວນອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ເຂົ້າໃນສັນຕິພາບໂລກ, ປຸກລະດົມບັນດາປະຊາຊາດທີ່ຖືກກົດຂີ່ຂູດຮີດຮຽນຮູ້ຕົວແບບລັດທິວິລະຊົນປະຕິວັດ ຂອງຫວຽດນາມ, ກ້າຫານຕໍ່ສູ້ຕ້ານຈັກກະພັດ ເພື່ອປົດປ່ອຍຕົນເອງອອກຈາກການກົດຂີ່ຂູດຮີດ, ສ້າງຄວາມເຊື່ອໝັ້ນໃຫ້ທົ່ວໂລກຮັບຮູ້ພະລັງແຮງທີ່ຮັກຊາດ, ຮັກເອກະລາດ, ສັນຕິພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນໂລກ.

– ຈາກໄຊຊະນະປົດປ່ອຍພາກໃຕ້ຫວຽດນາມ ເປັນການໄຂສັງກາດໃໝ່ ໃຫ້ປະ ເທດຫວຽດນາມ ມີສັນຕິພາບ, ເອກະພາບ ແລະ ກ້າວຂຶ້ນສັງຄົມນິຍົມ, ຊຶ່ງ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ໄດ້​ຕີ​ລາ​ຄາ​ ວ່າ: ໄຊ​ຊະ​ນະ​ອັນ​ໃຫຍ່ຫຼວງ ​ໃນ​ປະ​ຫັວດ​ສາດ​ຫວຽດ​ນາມ, ປະ​ຫວັດ​ສາດ ຂອງ​ຊາດ​ວິ​ລະ​ຊົນ, ເປັນເຫດ​ກາ​ນ​ສະ​ເທືອນໂລກ ທີ່​ເກີດ​ຂຶ້ນ​ຢູ່​ຫວຽດ​ນາມ ໃນ​ວັນທີ 30 ເດືອນ 4 ປີ 1975 ນັ້ນ ໄດ້​ບັນ​ທຶກ​ໄຊ​ຊະ​ນະ​ຢ່າງ​ສົມ​ບູນ​ແຫ່ງ​ພາ​ລະ​ກິດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ ເປັນ​ເອ​ກະ​ພາບ, ເຮັດ​ໃຫ້​ພິ​ໄນ​ກຳ​ອັນ​ສັກ​ກະ​ລະ​ບູ​ຊາ ຂອງ​ປະ​ທານ ໂຮ່​ຈິ​ມິນ ປະ​ກົດ​ເປັນ​ຈິງ. ໄຊ​ຊະ​ນະ​ອັນ​ໃຫຍ່ຫຼວງ ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ນັ້ນ ໄດ້​ເຮັດ​ໃຫ້​ການ​ຕໍ່​ສູ້​ເດັດ​ຂາດ ບໍ່​ອ່ອນຍອມ​ຕະຫຼອດ 45 ປີ ພາຍ​ໃຕ້​ຄັນ​ທຸງ​ອັນ​ມີ​ກຽດ ຂອງ​ພັກ​ນຳ​ໜ້າ​ການປະ​ຕິ​ວັດ​ຫວຽດ​ນາມ ຍາດ​ໄດ້ໄຊ​ຊະ​ນະ​ອັນ​ສະ​ຫງ່າ​ງາມ ແລະ ສົມ​ບຸນ ໃນ​ສົງ​ຄາມ​ປະ​ຕິ​ວັດ​ຕ້ານ​ຈັກ​ກະ​ພັດ ທີ່​ດຸ​ເດືອດ, ຢືດ​ເຢື້ອ, ຍາວ​ນານ ເປັນ​ເວ​ລາ 30 ປີ ອັນ​ໄດ້​ໄຂ​ສາກ​ດ້ວຍ​ການ​ປະ​ຕິ​ວັດ​ເດືອນ​ ສິງ​ຫາ ທີ່​ສະ​ທ້ານ​ຟ້າ​ສະ​ເທືອນ​ດິນ ແລະ ສິ້ນ​ສຸດ​ລົງ​ດ້ວຍ​ບັ້ນ​ຮົບ​ບັ້ນ​ສຸດ​ທ້າຍ ໃນ​ວັນ​ທີ 30/4/1975 ທີ່​ໃສ່​ຊື່​ປະ​ທານ ໂຮ່​ຈິ​ມິນ ຜູ້​ຍິ່ງ​ໃຫຍ່ ແລະ ກາຍ​ເປັນ​ຜົນ​ງານ​ອັນ​ມະ​ຫັດ​ສະ​ຈັນ ທີ່​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ​ 4 ມະ​ຫາ​ສະ​ໝຸດ​ ແລະ 5 ທະ​ວີບ​, ເປັນ​ປະ​ຫວັດ​ສາດ​ທີ່​ພິດ​ສະ​ດານ​ທີ່​ສຸດ ແລະ ມິ​ຄວາມ​ໝາຍ​ຍຸ​ກ​ສະ​ໄໝ​ທີ່​ເລິກ​ເຊິ່ງ​ທີ່​ສຸດ ”.

ໄຊ​ຊະ​ນະອັນ​ສົມ​ບູນ ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໃນເດືອນເມສາ 1975 ໄດ້​ໄດ້​ສົ່ງ​ຜົນ​ກະ​ທົບ ກໍ​ຄື ​ສ້າງ​ກາ​ລະ​ໂອ​ກາດ​ປະ​ຫວັດ​ສາດ ​ທີ່​ຫາຍ​າກໃຫ້​ການ​ປະ​ຕິ​ວັດ​ລາວ. ໂດຍ​ຖື​ເອົາ​ໂອ​ກາດ​ທີ່​ສັດ​ຕູ​ພ່າຍ​ແພ້​ການ​ຕໍ່​ສູ້ ຢູ່​ພາກ​ໃຕ້​ຫວຽດ​ນາມ, ກຳ​ລັງ ​ຂອງ​ສັດ​ຕູ​ອ່ອນ​ເພຍ​ລົງ ແລະ ຕົກສູ່ສະພາບວິກິດການຢ່າງຮ້າຍແຮງທາງດ້ານການເມືອງ, ເສດຖະກິດ, ແນວຄິດຈິດຕະສາດ ຂອງປະຊາຊົນ  ແລະ  ທະຫານຜ່ານເສິກອາເມລິກາ ເກີດຄວາມອົນລະເວນ ແລະ ເຊື່ອມໂຊມ ມັນໄດ້ສ້າງກາລະໂອກາດອຳນວຍ “ພັນປີມີເທື່ອໜຶ່ງ” ໃຫ້ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ໄດ້​ນຳ​ພາ​ກອງທັບ ແລະ ປະຊາຊົນລາວໃນ​ທົ່ວ​ປະ​ເທດ​ລຸກ​ຮື້​ຂຶ້ນ​ຢືດ​ອຳ​ນາດ​ການ​ປົກ​ຄອງ​ມາ​ມື​ປະ​ຊາ​ຊົນ ດ້ວຍການປະຕິວັດ 3 ບາດຄ້ອນຍຸດທະສາດ ຢຶດອຳນາດທົ່ວປະເທດ ໃນປີ 1975 ອັນ​ໄດ້​ພາ​ໄປ​ເຖິງ​ການ​ເປີດກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ເພື່ອ​ລົບ​ລ້າງ​ລະ​ບອບ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່ ແລະ ສ້າງ​ຕັ້ງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ຂຶ້ນໃນ​ວັນ​ທີ 2 ທັນ​ວາ ປີ 1975 ແລະ ນໍາເອົາປະເທດຊາດກ້າວຂຶ້ນຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້.

ຕະຫຼອດໄລຍະແຫ່ງການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານກູ້ເອົາເອກະລາດ ແລະ ປົດປ່ອຍປະເທດຊາດ ອັນດຸເດືອດຂ້ຽວຂາດ ແລະ ຍາວນານນັ້ນ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍ​ສະ​ເພາະ​ແມ່ນ ກຳ​ລັງ​ປະ​ກອບ​ອາ​ວຸດ ຂອງ​ສອງ​ປະ​ເທດ ໄດ້ສາມັກຄີກັນຮ່ວມສໍາພັນສູ້ຮົບຊ່ວຍເຫຼືອຊຶ່ງກັນ ແລະ ກັນ ​ໂດຍ​ນຳ​ໃຊ້​ກຳ​ລັງ​ທະ​ຫານ ແລະ ການ​ທູດ​ໄປ​ພ້ອມໆ​ກັນ ດ້ວຍຫຼາຍຮູບແບບ, ຫຼາຍລະ ດັບ, ຫຼາຍເຫດການ ແລະ ຫຼາຍສະຖານທີ່ແຕກຕ່າງກັນ ຍາດ​ເອົາ​ໄຊ​ຊະ​ນະ​ນີ້​ໄປ​ສູ່​ໄຊ​ຊະ​ນະ​ໃໝ່ທີ່​ນັບ​ມື້ກວ້າງ​ຂວາງ​ ຈົນ​ຮອດ​ໄຊ​ຊະ​ນະ​ສຸດ​ທ້າຍ ຄື: ສາ​ມາດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ຫວ​ຽດ​ນາມ ເປັນ​ເອ​ກະ​ພາບ ໃນ​ວັນ​ທີ 30/4/1975 ແລະ ຢູ່​ລາວ ກໍ່​ສາ​ມາດ​ປົດ​ປ່ອຍ​ປະ​ເທດ​ຊາດ​ຢ່າງ​ສົມ​ບູນ ແລະ ສະຖາປານາ ສປປ ລາວ ໃນ​ວັນ​ທີ 2 ທັນ​ວາ ປີ 1975.

ໄຊ​ຊະ​ນະ​ການ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ ແລະ ໄຊ​ຊະ​ນະ​ແຫ່ງ​ການ​ປົດ​ປ່ອຍ ປະເທດລາວ ໄດ້​ກາຍ​ເປັນມູນ​ເຊື້ອ​, ບົດ​ຮຽນ ແລະ ປະ​ສົບ​ການ ໃນ​ການ​ຮ່ວມ​ສຳ​ພັນ​ສູ້​ຮົບ ລາວ-ຫວຽດ​ນາມ ໃນ​ເມື່ອ​ກ່ອນ ແລະ ເປັນ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ໃນ​ປັດ​ຈຸ​ບັນ. ໄຊ​ຊະ​ນະ​ດັ່ງ​ກ່າວ ແມ່ນ​ໄຊ​ຊະ​ນະ​ ຂອງ​ລັດ​ທິ​ມາກ-ເລ​ນິນ ໃນ​ປະ​ເທດ​ນ້ອຍ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ຂະ​ຫຍາ​ຍ​ຕົວ​ຊ້າ ຄື​ປະ​ເທດ​ລາວ​; ແມ່ນ​ໄຊ​ຊະ​ນະ​ແຫ່ງການວາງ​ແນວ​ທາງ​ຢ່າງ​ຖືກ​ຕ້ອງ, ປະ​ຕິ​ວັດ ແລະ ​ປະ​ດິ​ດ​ສ້າງ ຂອງ​ພັກ​ກອມມູນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ລາວ ​ທີ່​ໄດ້​ສືບ​ທອດ​​ພາ​ລະ​ກິດ​ອັນ​ສະ​ຫງ່າ​ງາມ ຂອງ​ພັກ​ກອມ​ມູ​ນິດ​ອິນ​ດູ​ຈີນ ເຊິ່ງ​ມີ​ປະ​ທານ ໂຮ່​ຈິ​ມິນ ຜູ້​ຍິ່ງ​ໃຫຍ່​ເປັນ​ຜູ້ກໍ່​ຕັ້ງ​ຂຶ້ນ.

ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ຢ່າງຍືດເຍື້ອຍາວນານ, ທຸກຍາກ, ລໍາບາກ, ທຸລະກັນດານ ເຕັມໄປດ້ວຍການເສຍສະຫຼະ ແລະ ເຕັມໄປດ້ວຍກຽດສະຫງ່າງາມ ຂອງປະຊາຊົນລາວ​ບັນ​ດາເຜົ່າ ແລະ ຂອງກອງທັບປົດປ່ອຍປະຊາຊົນລາວ ເພື່ອຄວາມເປັນເອກະລາດ, ເອກະພາບ ແລະ ອະທິປະໄຕ ຂອງປະເທດຊາດ ແລະ ຢູ່ເຢັນເປັນສຸກ ຂອງປະຊາຊົນລາວ ບັນດາເຜົ່າ;  ແມ່ນໄຊຊະນະແຫ່ງນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີສູ້ຮົບ ຢ່າງເດັດດ່ຽວໜຽວແໜ້ນ ລະຫວ່າງ ປະຊາຊົນລາວ ແລະ ປະ​ຊາ​ຊົນຫວຽດນາມ, ແມ່ນໄຊຊະນະແຫ່ງຄວາມສາມັກຄີແບບພິເສດທີ່ຫາຍາກມີໜຶ່ງບໍ່ມີສອງລະຫວ່າງ ປະຊາຊົນລາວ ກັບປະຊາຊົນຫວຽດນາມອ້າຍນ້ອງ.

ໄຊຊະນະນັ້ນກໍ່ບໍ່ອາດຈະແຍກອອກຈາກການສະໜັບສະໜູນ ແລະ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ແລະ ຈາກບັນດາປະເທດສັງຄົມນິຍົມອື່ນໆ ແລະ ການເປັນໃຈສະໜັບສະໜູນ ຢ່າງກວາງຂວາງ​ຂອງປະຊາຊົນຜູ້ຮັກຫອມສັນຕິພາບ ແລະ ຄວາມເປັນທຳໃນທົ່ວໂລກ.

ມາໃນ​ໄລ​ຍະ​ໃໝ່ນີ້ປະເທດ ຂອງພວກເຮົາ ໄດ້ຮັບການປົດປ່ອຍໂດຍສົມບູນແລ້ວ ແລະ ປະ ຊາຊົນສອງປະເທດ ກໍ່ພວມສືບຕໍ່ດໍາເນີນພາລະກິດການສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈະສືບ ຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານທີ່ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິ ຫານ ຜູ້ກໍ່ຕັ້ງໃຫ້ນັບມື້ໜັກແໜ້ນ, ໝັ້ນຄົງຢືນຍົງ ແລະ ແຕກດອກອອກຜົນ ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນ ສອງຊາດລາວ-ຫວຽດນາມ.

ຂ້າພະເຈົ້າເຫັນວ່າ ມິດຕະພາບຖານອ້າຍນ້ອງ ແລະ ຄວາມສາມັກຄີແບບພິ​ເສດ ນັ້ນເປັນສົມ​ບັດທີ່ລ້ຳຄ່າ ທີ່​ພວກ​ເຮົາຕ້ອງພ້ອມກັນຮັກສາໄວ້​ເໝືອນດັ່ງແກ້ວຕາ ຂອງຕົນ ແລະ ເດັດຂາດຈະບໍ່ຍອມປະໃຫ້​ຜູ້​ໃດມາທຳລາຍມ້າງ​ເພໄດ້.

ເນື່ອງໃນໂອກາດການ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ ຄົບຮອບ 50 ປີນີ້ ຂ້າ​ພະ​ເຈົ້າ ຂໍຕາງ​ໜ້າ​ໃຫ້​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມສູນກາງພັກ ກໍ​ຄື​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ຂໍອວຍພອນໄຊອັນປະເສີດແດ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກກອມ​ມູນິດຫວຽດ ນາມ ນຳໂດຍສະຫາຍ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈົ່ງໄດ້ຮັບຜົນສຳເລັດອັນໃໝ່​ໃຫຍ່ຫຼວງກວ່າເກົ່າໃນ​ພາ​ລະ​ກິດກໍ່​ສ້າງ​ສັງ​ຄົມ​ນິ​ຍົມ ຢູ່ຫວຽດນາມ.

ອວຍພອນແດ່ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະຫວ່າງ ​ສອງ​ພັກ, ສອງ​ລັດ ແລະ ປະຊາຊົນສອງ​ຊາດ​ລາວ-ຫວຽດ​ນາມ ຈົ່ງໝັ້ນຄົງຈະນົງແກ່ນຕະຫຼອດໄປ.