ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 64 ປີ

ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 64 ປີ

ໃນວັນທີ 29 ເມສາ 2025 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ(22/3/1955-22/3/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 64 ປີ (25/4/1961-25/4/2025) ເຂົ້າຮ່ວມມີ: ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄນະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ແລະ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດດກຳມະການກົມການເມືອງສູນກາງພັກ, ອະດິດຮອງນາຍົກລັດຖະມົນຕີ ພ້ອມດ້ວຍພະນັກງານຈາກ ສມປຊ ແລະ ພະນັກງານພາຍໃນຫຼັກຫົກ.

ໃນພິທີ, ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ ໄດ້ຂຶ້ນມີຄຳເຫັນກ່ຽວກັບວັນສ້າງຕັ້ງພັກ ປະຊາຊົນລາວ ໃນວັນທີ 22 ມີນາ 1955 ເຊິ່ງເປັນເຫດການການເມືອງອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວ, ພັກປະຕິວັດລາວ ເປັນຜູ້ຮັບເອົາພາລະກຳປະຫວັດ ສາດ ອັນສັກກະລະບູຊາແຫ່ງການນໍາພາປະຕິວັດຂອງລາວກ້າວຂຶ້ນ. ການກຳເນີດຂອງພັກປະຊາຊົນລາວ ເປັນການສົບທົບລະຫວ່າງ ຂະບວນການຕໍ່ສູ້ຮັກຊາດຂອງປະຊາຊົນລາວບັນດາເຜົ່າ ແລະ ລັດທິມາກ-ເລນິນ ທີ່ປະທານໂຮ່ຈີ່ມິງ ນໍາມາເຜີຍແຜ່ໃນອິນດູຈີນ. ການສ້າງຕັ້ງພັກປະຊາຊົນລາວ ກັບການວາງນະໂຍບາຍແຜນດໍາເນີນງານໂຄງການການເມືອງ 12 ຂໍ້ໄດ້ກາຍເປັນຂະບວນ ປະຫວັດສາດສໍາຄັນຂອງຊາດ ກາຍເປັນບາດລ້ຽວຂອງການປະຕິວັດລາວ. ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນແຕ່ຫົວທີວ່າ: “ພັກເຮົາໄດ້ກຳເນີດເກີດຂຶ້ນ ໂດຍການ ປະສານສົມທົບລະຫວ່າງລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກຳມະຊີບອັນຜ່ອງໃສ”.

ພ້ອມກັນນີ້, ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ແລະ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ ໄດ້ຂຶ້ນກ່າວຄຳເຫັນກ່ຽວກັບວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຈີນ-ລາວໃນຕະຫລອດໄລຍະ 64 ປີຜ່ານມາທີ່ມີການພົວພັນຮ່ວມມືຢ່າງກວ້າງຂວາງ ປະກອບສ່ວນເຂົ້າ ໃນການຊຸກຍູ້ການຮ່ວມມືກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດວຽກງານ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ  ລະຫວ່າງລາວ ແລະ  ຈີນອັນໄດ້ເຮັດໃຫ້ປະເທດລາວ ແລະ ປະເທດຈີນກາຍເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ. ປັດຈຸບັນ, ຈີນ ແມ່ນຄູ່ການຄ້າທີ່ໃຫຍ່ອັນດັບ 2 ຂອງລາວ, ສະເພາະປີ 2024, ມູນຄ່າການຄ້າສອງຝ່າຍບັນລຸເຖິງ 8,23 ຕື້ໂດລາສະຫລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 15,91%, ມູນຄ່າການຄ້າສອງຝ່າຍ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນ ລະຫວ່າງປະເທດເປັນຕົ້ນມາ.

ທ້າຍພິທີຍັງໄດ້ມີພິທີຖາມ-ຕອບຄວາມຮູ້ກ່ຽວກັບວັນສ້າງພັກປະຊາຊົນປະຕິວັດ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64ປີ ຢ່າງບືກບານມ່ວນຊື່ນສ້າງຄວາມພາກພູມໃຈໃຫ້ບັນພະນັກງານທີ່ເຂົ້າຮ່ວມພິທີດັ່ງກ່າວ.