ກອງປະຊຸມເປີດກວ້າງ ຄັ້ງທີ I ສະໄໝທີ V ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ
ໃນວັນທີ15 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມ ໂຕະມົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ I ສະໄໝທີ V ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍ ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຈຳນວນ 11 ສະຫາຍ, ຍິງ 3 ສະຫາຍ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຜ່ານບັນດາເອກະສານຄືດັ່ງນີ້: ຜ່ານຮ່າງມະຕິກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ V ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ສະເໜີໂດຍ ສະຫາຍ ພູວຽງ ພົງສະຫວັດດີ ເລຂາຄະນະບໍລິຫານງານ ; ຜ່ານຂໍ້ຕົກລົງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານຊາວໜຸ່ມ ຄອສພ ສະໄໝທີ V ສະເໜີໂດຍ ສະຫາຍ ບຸນອຸ້ມ ລາດຊະວົງ ຮອງເລຂາຄະນະບໍລິຫານງານ, ປະທານກວດກາ; ຜ່ານຮ່າງແຜນພັດທະນາວຽກງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ (2025-2029) ສະເໜີໂດຍ ສະຫາຍ ສອນໄພ ບົວຄຳໄຊ ຮອງເລຂາຄະນະບໍລິຫານງານ.
ກອງປະຊຸມໄດ້ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງແຜນພັດທະນາວຽກງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ແຕ່ປີ 2025-2029: ເຊີ່ງກຳນົດເອົາ 09ແຜນງານ, 26ໂຄງການຈຸດສຸມ ແລະ ຕົກລົງເປັນເອກະພາບແບ່ງວຽກງານພາຍໃນຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ໃຫ້ແຕ່ລະສະຫາຍຮັບຜິດຊອບ.
ໃນຕອນທ້າຍກອງປະຊຸມ, ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ໄດ້ມີຄຳເຫັນໂອ້ລົມໃຫ້ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ຊຸດໃໝ່ນີ້ໃຫ້ມີຄວາມສາມັກຄີເປັນແກ່ນສານ, ລົງເລິກເຮັດວຽກງານແນວຄິດໃນແຕ່ລະໜ່ວຍຕັ້ງໜ້າປະກອບສ່ວນວຽກງານວິຊາສະເພາະ, ຂະບວນການ ແລະ ໃຫ້ທິດຊີ້ນໍາຄວາມເຂົ້າໃຈ ແລະ ພ້ອມກັນນຳໄປຈັດຕັ້ງປະຕິບັດ.