ກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ໃນລະຫວ່າງວັນທີ 19-23 ພຶດສະພາ 2025 ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ໄຂຂຶ້ນຢູ່ທີ່ສຳນັກງານສູນກາງພັກໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມມີບັນດາສະຫາຍກຳມະການສູນກາງພັກ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃນໄລຍະທ້າຍສະໄໝ,ບັນດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ພວມຂຸ້ນຂ້ຽວສຸມໃສ່ກະກຽມດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ສໍາເລັດຕາມແຜນທີ່ວາງອອກ ເພື່ອກະກຽມກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.ໃນທ່າມກາງສະພາບການຂອງສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະແມ່ນສະພາບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນຢູ່ພາຍໃນປະເທດເຮົາ. ປັດຈຸບັນເຖິງວ່າຈະມີທ່າອ່ຽງຄ່ອຍຜ່ອນຄາຍລົງ ແລະ ມີທ່ວງທ່າຂະຫຍາຍຕົວດີຂຶ້ນແຕ່ກໍຍັງສືບຕໍ່ມີຄວາມບອບບາງທີ່ຕ້ອງເອົາໃຈໃສ່ຄຸ້ມຄອງໃຫ້ດີ.
ກອງປະຊຸມສູນກາງຄັ້ງນີ້ ຈະໄດ້ພ້ອມກັນພິຈາລະນາ, ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງວຽກງານສຳຄັນດັ່ງນີ້ :
ໜຶ່ງ, ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;
ສອງ, ຄົ້ນຄວ້າມີຄໍາເຫັນຊີ້ນໍາຕໍ່ຮ່າງເອກະສານ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຊຶ່ງປະກອບມີ 5 ເອກະສານຄື: ຮ່າງໂຄງການການເມືອງຂອງພັກ; ຮ່າງລາຍງານການເມືອງ; ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ; ກົດລະບຽບຂອງພັກ ສະບັບປັບປຸງ; ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ XI.
ສາມ, ຕີລາຄາກ່ຽວກັບ ຜົນດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກອ້ອມຂ້າງກະຊວງ-ອົງການ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ການດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ນະຄອນຫຼວງວຽງຈັນ, ກະຊວງ, ອົງການໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກໃຫ້ບັນດາສະຫາຍກໍາມະການສູນກາງພັກ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃສ່ຕໍ່ການຄົ້ນຄວ້າເອກະສານຕ່າງໆ ໃຫ້ລະອຽດຖີ່ຖ້ວນ, ມີການສັງເກດຕີລາຄາ, ໄຈ້ແຍກບັນຫາໃຫ້ເລິກເຊິ່ງ, ຮອບຄອບ, ພາວະວິໄສ ແລະ ຢືນຢູ່ບົນຈິດໃຈປະຕິວັດບຸກບືນ, ສ້າງການຫັນປ່ຽນ ທີ່ແຂງແຮງ, ກ້າຄິດ, ກ້າສະເໜີ, ໃຫ້ທິດຊີ້ນໍາຕໍ່ບັນຫາສຳຄັນຕ່າງໆ, ແນ່ໃສ່ເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງອອກ ຕອບສະໜອງໄດ້ຕາມຄວາມຄອງຄອຍຂອງສັງຄົມ, ສ້າງຄວາມສັດທາ, ເຊື່ອໝັ້ນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງປະຊາຊົນ ຕໍ່ບົດບາດການນຳພາຂອງພັກເຮົາ.
ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 5 ວັນ ຈົນເຖິງວັນທີ 23 ພຶດສະພາ 2025 ຈຶ່ງຈະປິດລົງ.
(ແຫຼ່ງຂ່າວ:ໜັງສືພິມ ປຊຊ, ຄະນະໂຄສະນາອົບຮົມສູນກາງພັກ )