ຄະນະໂຄສະນາອົບຮົມສູນກາງພັກ ສະຫຼຸບວຽກງານກວດກາ ປະຈໍາປີ 2024 ແລະ ວາງທິດ ທາງແຜນການ ປີ 2025.
ກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2024 ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2025 ທີ່ສະໂມສອນ ຂອງຄະນະໂຄສະນອົບຮົມສູນກາງພັກ ໂດຍການເປັນປະທານຮ່ວມຂອງສະຫາຍ ສີໄນ ມຽງລາວັນ ຮອງເລຂາຄະນະພັກ ຮອງປະທານຄະນະກວດກາສູກາງພັກ ຮອງປະທານອົງການກວດກາລັດ ຮອງຫົວໜ້າອົງການການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາ ປະທານກວດກາ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີບັນດາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ພາຍໃນຄະນະໂຄສະນາອົບຮົມສູນກາງພັກ.
ໃນກອງປະຊຸມ ສະຫາຍ ສະຫວ່າງ ດາລາແສນ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນເຜີຍແຜ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ໄດ້ຜ່ານບົດສະຫຼຸບວຽກງານກວດກາ ຂອງຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2024 ແລະ ທິດທາງແຜນການ 2025 ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມນັ້ນກໍແນະນໍາໃຫ້ຜູ້ເຮັດວຽກງານກວດກາ ປະຕິບັດໃຫ້ຖືກຕ້ອງຕາມລະບຽບການ, ຕາມແຜນການຂອງວຽກງານກວດກາແຕ່ລະໄລຍະ, ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມນິຕິກໍາວຽກງານກວດກາ, ການຕິດຕາມ, ກວດກາພັກ, ວຽກງານຕິດຕາມ, ກວດກາການບໍລິຫານລັດ, ວຽກງານຕ້ານ ແລະ ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ, ການປັບປຸງກົງຈັກການຈັດຕັ້ງ ແລະ ການບໍາລຸງກໍ່ສ້າງພະນັກງານ.
ຈາກນັ້ນ, ສະຫາຍ ນາງ ພວງມາລີ ອັກຄະມົນຕີ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນເຜີຍແຜ່ຄໍາແນະນໍາວ່າດ້ວຍມາດຕະຖານ, ເງື່ອນໄຂ ແລະ ວິທີເລືອກຕັ້ງປະທານ, ຮອງປະທານຄະນະກວດກາພັກແຕ່ລະຂັ້ນ, ແຈ້ງການກ່ຽວກັບຕໍາແໜ່ງງານ ກົມກວດກາຂອງກະຊວງ ແລະ ອົງການ.
ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ຜ່ານບົດໂອ້ລົມຂອງສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ.
ໃນຕອນທ້າຍ ສະຫາຍ ສີໄນ ມຽງລາວັນ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ບາງເນື້ອໃນທີ່ມີຄວາມໝາຍສໍາຄັນສໍາລັບ: ການເຮັດວຽກງານກວດກາ ຕ້ອງມີການວາງແນວທາງ, ການຈັດຕັ້ງປະຕິບັດ ແລະ ມີການກວດກາ, ຜູ້ທີ່ເຮັດວຽກງານກວດກາ ຕ້ອງໄດ້ກວດກາຊຶ່ງກັນ ແລະ ກັນ, ທຸກຄົນຕ້ອງມີສ່ວນຮ່ວມ. ສະນັ້ນ, ອົງປະກອບຂອງວຽກງານກວດກາ ແມ່ນກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ; 3 ວຽກງານດັ່ງກ່າວ, ລ້ວນແຕ່ມີນິຕິກໍາ ເປັນບ່ອນອີງໃນການເຮັດວຽກງານຕົວຈິງ ແລະ ຕ້ອງແມ່ນຄົນທີ່ດຸໝັ່ນ-ຫ້າວຫັນ, ມີຄວາມກ້າຫານ-ກ້າເຮັດ-ກ້າທໍາ ຕາມລະບຽບຫຼັກການ ກໍຄືແບບແຜນວິທີເຮັດວຽກ.
ຂ່າວ: ນ. ສີມອນ