ຊຸດຝຶກອົບຮົມທິດສະດີ-ແນວທາງ ໃຫ້ຄູ-ອາຈານສອນວິຊາສັງຄົມການເມືອງ ໄດ້ຈັດຂຶ້ນແຕ່ວັນທີ 08-09 ກໍລະກົດ 2025 ຢູ່ທີ່ສະໂມສອນເມືອງຮຸນ ແຂວງອຸດົມໄຊ ໃຫ້ກຽດເປັນປະທານ ພ້ອມທັງກ່າວເປີດ-ປິດ ສະຫາຍ ຫົງທອງ ບົວລີໄຊ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານເມືອງຮຸນ, ມີສະຫາຍ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ ພ້ອມດ້ວຍຄະນະຮັບຜິດຊອບຈາກສູນກາງ, ແຂວງ, ເມືອງ ແລະ ມີນັກສໍາມະນາກອນມາຈາກ 3 ເມືອງ ຄື: ເມືອງຮຸນ 10 ທ່ານ, ເມືອງແບງ 10 ທ່ານ ແລະ ເມືອງປາກແບງ 09 ທ່ານ, ລວມທັງໜົດ 29 ທ່ານ, ຍິງ 11 ທ່ານ ມາຈາກໂຮງຮຽນມັດທະຍົມສົມບູນ 13 ແຫ່ງ ແລະ ໂຮງຮຽນມັດທະຍົມຕົ້ນ 5 ແຫ່ງ. ໃນນັ້ນ, ມີອໍານວຍການໂຮງຮຽນ 01 ທ່ານ, ຮອງອໍານວຍການ 02 ທ່ານ ແລະ ຄູ-ອາຈານ 26 ທ່ານ.
ການຈັດຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ນໍາໃຊ້ເອກະສານອົບຮົມ ປະກອບມີ 6 ບົດ ຄື:
ບົດທີ 1: ຄວາມຮູ້ພື້ນຖານກ່ຽວລັດທິມາກ-ເລນິນ;
ບົດທີ 2: ເສີມຂະຫຍາຍມູນເຊື້ອຂອງຊາດລາວ;
ບົດທີ 3: ສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ;
ບົດທີ 4: ແນວທາງນະໂຍບາຍການສຶກສາຂອງພັກ-ລັດເຮົາ;
ບົດທີ 5: ພັດເສດຖະກິດຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ;
ບົດທີ 6: ຈັນຍາບັນຂອງຄູ ແລະ ພ້ອມທັງມີການມອບໃບຢັ້ງຢືນໃຫ້ຄູ-ອາຈານ.
ການຈັດຝຶກອົບຮົມທິດສະດີແນວທາງ ໃຫ້ຄູ-ອາຈານສອນ ວິຊາສັງຄົມ-ການເມືອງ ແມ່ນການສ້າງການຫັນປ່ຽນບຸກທະລຸທາງດ້ານແນວຄິດ ກໍຄື ການຍົກລະດັບທາງດ້ານທິດສະດີແນວທາງ ການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນ ໄດ້ຮັບຮູ້-ເຂົ້າໃຈ ແນວທາງນະໂບບາຍຂອງພັກ-ລັດ ຕໍ່ການສຶກສາຂອງຊາດເຮົາ ເພື່ອ ນໍາເອົາທິດສະດີແນວທາງໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ໃນການສິດສອນ ເຮັດໃຫ້ວຽກງານການສຶກສາໄດ້ທັງປະລິມານ ແລະ ມີຄຸນນະພາບ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.
ຂຽນໂດຍ: ຈ໋າຍໜໍ່