ຝຶກອົບຮົມການນຳໃຊ້, ການຄຸ້ມຄອງລະບົບຕ່າງໆ ແລະ ການສ້າງເວັບໄຊດ້ວຍລະບົບ G-web platform
ໃນລະຫວ່າງວັນທີ 1 ຫາ 2 ກໍລະກົດ 2025 ພະນັງການກົມຂໍ້ມູນຂ່າວສານ ເຂົ້າຮ່ວມຝຶກອົບຮົມການນຳໃຊ້, ການຄຸ້ມຄອງລະບົບຕ່າງໆ ແລະ ການສ້າງເວັບໄຊດ້ວຍລະບົບ G-web platformຢູ່ທີ່ ສູນບໍລິຫານລັດດິຈິຕອນ , ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ຄຳຜາຍ ອິນທະຣາ, ຮອງຫົວຫນ້າສູນ ບໍລິຫານລັດດິຈິຕອນ ເຂົ້າຮ່ວມມີບັນດາອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ.
ຈຸດປະສົງໃນການເປີດຊຸດອົບຮົມຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານບັນດາອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນໃນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນໜ້າທີ່ວຽກງານ ຕາມທິດຫັນເປັນສະໄໝທັງເຮັດໃຫ້ນັກສຳມະນາກອນຮຽນຮູ້ສິ່ງໃໝ່ໆ ເພື່ອນຳພາໝູນໃຊ້ເຂົ້າໃນການເຮັດວຽກຢ່າງປະດິດສ້າງ;ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ:
- G-chat admin
- LaoPedia
- Gov-x
- L-Moocs
- E-vote
- G-web platform