ກົມຂໍ້ມູນຂ່າວສານຈັດຊຸດຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.

ກົມຂໍ້ມູນຂ່າວສານຈັດຊຸດຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.

ໃນວັນທີ 14 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມທາງໄກ ກົມຂໍ້ມູນຂ່າວສານຈັດຊຸດຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ, ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ມີພະນັກງານຈາກບັນດາກົມພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ການຝຶກອົບຮົມຄັ້ງນີ້ເພື່ອຮຽນຮູ້ ແລະ ແລກປ່ຽນຄວາມຮູ້ກ່ຽວກັບການນຳໃຊ້ເຄື່ອງມື Al ເຊັ່ນ: ChatGPT, Gamma, TTs ແລະ Application ຕ່າງໆ ທີ່ສາມາດຊ່ວຍສະຫຼຸບຂໍ້ມູນ, ຂຽນບົດລາຍງານ, ວິເຄາະຂໍ້ມູນ ລວມທັງການສື່ສານ ແລະ ຄວາມຄິດສ້າງສັນແນ່ໃສ່ເພື່ອເຮັດໃຫ້ພະນັກງານ ຄອສພ ພວກເຮົາສາມາດເຂົ້າໃຈກ່ຽວກັບເຕັກໂນໂລຊີທັນສະໄໝທີ່ຈະເປັນຂໍກຸນແຈສຳຄັນໃນການພັດທະນາວຽກງານວິຊາສະເພາະຂອງຕົນໃຫ້ມີວ່ອງໄວ, ທັນການ ແລະ ປັບຕົວເຂົ້າກັບຍຸກດິຈິຕອນໄດ້ຢ່າງຍືນຍົງ; ພະນັກງານທີ່ເຂົ້າຮ່ວມການຝຶກອົບຮົມໃນຄັ້ງຍັງຈະນີ້ໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ໃນການນຳ​ໃຊ້​ເຄື່ອງ​ມື​ໃນ​ສະພາບ​ການ​ຈຳລອງ ​ເພື່ອ​ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຂອງ​ຕົນ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.