5 ວິທີໃນການຕັດສິນໃຈ ຮຽນ Online
ຫຼັກສູດ Online ເປັນການຮຽນທີ່ບໍ່ມີຂອບເຂດກ່ຽວກັບໄລຍະເວລາ, ສະຖານທີ່ ແລະ ມີຄວາມສະດວກສະບາຍບໍ່ວ່າທ່ານຈະຢູ່ໃສກໍ່ສາມາດຮຽນ ແລະ ພັດທະນາຕົນເອງໄດ້. ຫຼາຍຄົນຄິດກັງວົນວ່າການຮຽນ online ຈະບໍ່ເຂົ້າໃຈ ຫຼື ຮຽນບໍ່ຈົບຫຼັກສູດ ຈົນມີອາການເບື່ອໜ່າຍ ແລະ ໃນທີ່ສຸດກໍ່ເຊົາຮຽນ ສະນັ້ນພວກເຮົາມີວິທີມາແນະນຳໃຫ້ທຸກທ່ານທີ່ສົນໃຈຢາກຮຽນ online ເພື່ອໃຫ້ທຸກຄົນເຂົ້າໃຈງ່າຍ ຄຸ້ມຄ່າກັບເວລາ ແລະ ເງີນທີ່ເສຍໄປ.
- ຫຼັກສູດນີ້ສອນຫຍັງ? ຕ້ອງອ່ານໃຫ້ລະອຽດ.
ເມື່ອເວລາທ່ານເລືອກຮຽນທາງ online ຢ່າເບິ່ງແຕ່ຫົວຂໍ້ທີ່ທ່ານຈະຮຽນເທົ່ານັ້ນ ຕ້ອງພິຈາລະນາວ່າເນື້ອຫາເຫຼົ່ານັ້ນຄຸ້ມຄ່າກັບເງີນ ແລະ ເວລາຮຽນຫຼືບໍ່? ລວມທັງບັນຫານ້ອຍໆ ແລະ ເຕັກນິກເພີ່ມເຕີມທີ່ສາມາດນຳໃຊ້ກັບການປະຕິບັດຕົວຈິງ ນອກຈາກການຕັດສິນໃຈເລືອກຮຽນຫຼັກສູດນີແລ້ວ ຄວນສຶກສາຂໍ້ມູນກ່ອນເພື່ອໃຫ້ເຂົ້າໃຈກ່ອນການເລີ່ມຮຽນຕົວຈິງ.
- ການຈັດຕາຕະລາງຮຽນ.
ບາງຄົນຢຸດຮຽນ online ເຄິ່ງທາງເພາະບໍ່ມີເວລາ ຖ້າຫາກຈັດຕາຕະລາງການຮຽນ online ເປັນຄູ່ມື ເຊັ່ນ: ຮຽນວັນຈັນ, ວັນພຸດ, ວັນສຸກ ເວລາ 19.00-21.00 ເປັນຕົ້ນ ແລະ ຖ້າຄາວຽກ ຫຼື ບໍ່ສາມາດຮຽນ online ໃນເວລານັ້ນທ່ານຄວນຫາເວລາຊົດເຊີຍໃຫ້ທັນກ່ອນເວລາທີ່ຈະເລີ່ມຮຽນບົດໃໝ່ໃນເວລາຕໍ່ມາ ວິທີການນີ້ຖືເປັນການສ້າງລະບຽບວິໄນໄປໃນຕົວ.
- ການຈົດບັນທຶກ-ເຮັດບົດສະຫຼຸບຢ່າງຕໍ່ເນື່ອງ.
ການບັນທຶກເນື້ອໃນສຳຄັນແມ່ນວິທີທີ່ຈະຊ່ວຍໃຫ້ຈື່ຈຳ ແລະ ເຮັດໃຫ້ທ່ານເຂົ້າໃຈຕົນເອງງ່າຍຂຶ້ນ ຄືກັບ ຄຳແນະນຳກ່ຽວກັບຄວາມຮູ້ໃນສະບັບຂອງຕົນເອງ ຫຼື ຖ້າຫຼັກສູດມີເອກະສານສຳລັບດາວໂຫຼດ ຄວນໂຫຼດອອກມາໄວ້ທາງນອກ ເພື່ອໃຊ້ຂຽນສິ່ງຕ່າງໆ ຕື່ມໃນຂະນະທີ່ກຳລັງຮຽນຢູ່ ແລະ ສາມາດເກັບຮັກ ສາໄວ້ເບິ່ງຍ້ອນຫຼັງໄດ້.
- ທົບທວນຄືນຢູ່ເລື້ອຍໆ
ກຳນົດເວລາສຳລັບການທົບທວນຄືນ ແລະ ເວລາສຳລັບການແກ້ວຽກບ້ານ ຫຼື ການທົດສອບກໍ່ມີຄວາມສໍາຄັນເທົ່າກັນ ເຊິ່ງອາດຈະຈັດເວລາໃນການທົບທວນຄືນໃນພາຍຫຼັງຈາກການຮຽນ ເພື່ອກຽມພ້ອມກ່ອນເຂົ້າສູ່ບົດຮຽນໃໝ່ ຫຼື ຖ້າທ່ານມີຄຳຖາມເພີ່ມເຕີມກໍ່ສາມາດຝາກຄຳຖາມໄວ້ກັບສະຖາບັນທີ່ຮຽນ ຫຼື ອາຈານທີ່ສອນ.
- ກະຕຸ້ນຕົນເອງທຸກຄັ້ງທີ່ທ່ານຮູ້ສຶກວ່າຂີ້ຄ້ານ
ຮຽນ online ຄົນດຽວເປັນເວລາດົນອາດຈະເລີ່ມຊອກຫາຂໍ້ແກ້ຕົວໃຫ້ກັບຕົນເອງບໍ່ຢາກຮຽນ ເພາະຮູ້ສຶກເບື່ອໜ່າຍ ແລະ ຂີ້ຄ້ານ ດັ່ງນັ້ນກ່ອນອຶ່ນຫມົດທ່ານຕ້ອງຊະນະຕົນເອງ ໃຫ້ຄິດກ່ຽວກັບເປົ້າໝາຍຂອງທ່ານ ໃນມື້ທຳອິດທີ່ທ່ານຕັດສິນໃຈສະໝັກຫຼັກສູດ online ແລະ ກັບມາສູ້ເພື່ອຮຽນຕໍ່ອີກຄັ້ງໜື່ງ.
ນີ້ແມ່ນອີກບາດກ້າວໜຶ່ງຂອງການສຶກສາ ເປີດຫຼັກສູດຕັ້ງແຕ່ຊັ້ນປະຖົມຈົນຮອດມັດທະຍົມຕອນປາຍ ນັກຮຽນສາມາດຈັດຕາຕະລາງເວລາຂອງຕົນເອງ, ທຸກສະຖານທີ່, ທຸກເວລາ ແລະ ກໍ່ເລືອກເວລາຮຽນໄດ້ດ້ວຍຕົນເອງ ແລະ ບໍ່ມີບັນຫາໃນການເດີນທາງ ພ້ອມທັງປະຫຍັດຄ່າໃຊ້ຈ່າຍ.
ທີ່ມາ:Media LAOS