ພິທີພົບປະມິດຕະພາບລາວ-ຫວຽດນາມ
ວັນທີ 25 ເມສາ 2025 “ສປປລາວ ແລະ ສສຫວຽດນາມ ຈັດພິທີພົບປະມິດຕະພາບ ທີ່ດູດດື່ມ ແລະ ມີຄວາມໝາຍທີ່ສຸດ“ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່ ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນກໍດຸ່ງໄປ, ສອງຊາດລາວ-ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮາ ທັງແມ່ຂອງ ບໍ່ເລິກປຸນປານໄດ້” ຂຶ້ນຢ່າງຍິ່ງໃຫຍ່, ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ແລະ ສະຫາຍ ເລືອງເກືອງ ປະທານປະເທດແຫ່ງ ສສ ຫວຽດນາມ, ມີບັນດາສະຫາຍການນໍາພັກ, ລັດ ແລະ ຫວຽດນາມ, ບັນດາພາກສ່ວນກ່ຽວຂ້ອງ ແລະ ບັນດາຊາວໜຸ່ມລາວເຂົ້າຮ່ວມ.”
ໃນພິທີ, ໄດ້ຮັບຊົມການສະແດງສິລະປະທີ່ສື່ເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ຕິດພັນກັນຕະຫຼອດໄລຍະແຕ່ອະດິດເຖິງປັດຈຸບັນ.
ໃນພິທີສະຫາຍ ເລືອງ ເກືອງ ໄດ້ກ່າວປາໄສ ຊຶ່ງມີເນື້ອໃນດັ່ງນີ້:
ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ປິຕິຊົມຊື່ນເປັນຍ່າງຍິ່ງ ທີ່ໄດ້ກັບຄືນມາຢ້ຽມຢາມປະເທດແຫ່ງດອກຈໍາປາທີ່ສວຍງາມນີ້, ໄດ້ພົບປະກັບບັນດາສະຫາຍ, ອ້າຍນ້ອງ ທີ່ເຄີຍຮ່ວມສຸກ, ຮ່ວມທຸກ, ພ້ອມທີ່ຈະເສຍສະຫຼະເພື່ອກັນ ແລະ ກັນ, ເຄີຍຕິດພັນກັບການປະຕິວັດຫວຽດນາມ ກໍຄື ສາຍພົວພັນ ຫວຽດນາມ – ລາວ ແລະ ໄດ້ເຫັນການພັດທະນາຢ່າງແຂງແຮງຂອງ ປະເທດ ລາວ ພາຍຫຼັງເກືອບ 40 ປີ ແຫ່ງພາລະກິດປ່ຽນແປງໃໝ່.
ສະຫາຍ ເລືອງ ເກືອງ ໄດ້ທົບທວນຄືນມູນເຊື້ອສຳພັນສູ້ຮົບ ໂດຍໄດ້ກ່າວວ່າ: ໃນໄລຍະເດືອນເມສາ – ພຶດສະພາ, ການນຳ ແລະ ປະຊາຊົນ 02 ປະເທດພວກເຮົາ ໄດ້ພ້ອມກັນ ເບີກບານມ່ວນຊື່ນ ໃນບັນຍາກາດແຫ່ງການສະເຫຼີມສະຫຼອງໄຊຊະນະອັນສະຫງ່າລາສີຂອງແຕ່ລະປະເທດ ແລະ ໄຊຊະນະຮ່ວມກັນຂອງປະຊາຊົນສອງຊາດ ຫວຽດນາມ ແລະ ລາວ, ພວກເຮົາຍິ່ງຈົດຈຳລໍ້າລຶກ ເຖິງບຸນຄຸນ, ຜົນງານການປະກອບສ່ວນຂອງບັນດາຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ, ເປັນຕົ້ນແມ່ນ: ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ພ້ອມດ້ວຍ ບັນດາວິລະຊົນ, ບັນດາສະຫາຍ, ເພື່ອນຮ່ວມຮົບ ນັກຮົບຂອງສອງປະເທດ ທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ, ລາວ-ຫວຽດນາມ.
ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ຍາດເອົາເອກະລາດ ແລະ ເສລີພາບ ໃນເມື່ອກ່ອນ ກໍຄືໃນໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ, ປະຊາຊົນສອງຊາດພວກເຮົາ ຍາມໃດກໍຄຽງບ່າຄຽງໄຫຼ່, ຕິດພັນກັນຢ່າງໜຽວແໜ້ນ, ຮ່ວມສຸກຮ່ວມທຸກນຳກັນຕະຫຼອດມາ. ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ຜູ້ລິເລີ່ມ ແລະ ວາງຮາກຖານໃຫ້ແກ່ ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ຫວຽດນາມ-ລາວ ໄດ້ປະພັນບົດກອນ ອຳມະຕະ ທີ່ວ່າ:
“ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່
ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍດູ່ງໄປ
ສອງຊາດ ລາວ-ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ
ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”
ປະທານ ໄກສອນ ພົມວິຫານ ກໍໄດ້ມີຄຳເວົ້າທີ່ມີຊື່ສຽງໂດ່ງດັງ ທີ່ວ່າ: “ເຖິງວ່າ ພູຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ – ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.
ພ້ອມນີ້, ສະຫາຍ ເລືອງ ເກືອງ ກໍໄດ້ກ່າວກ່ຽວກັບການສ້າງອະນາຄົດຮ່ວມກັນ ວ່າ: ໄຊຊະນະລວມ ຂອງປະຊາຊົນສອງຊາດພວກເຮົາ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ ໄດ້ປະໄວ້ໃຫ້ພວກເຮົາບັນດາບົດຮຽນອັນລ້ຳຄ່າ ທີ່ຍັງຄົງຄຸນຄ່າຈົນເທົ່າທຸກວັນນີ້.
ກ່ອນອື່ນໝົດ, ແມ່ນຄວາມສາມັກຄີພິເສດ ລະຫວ່າງ ສອງພັກ ແລະ ປະຊາຊົນສອງຊາດ ແມ່ນ “ເສັ້ນດ້າຍສີແດງ” ທີ່ສອດຫ້ອຍ ແລະ ເຊື່ອມປະສານ ສາຍພົວພັນມິດຕະພາບ ຫວຽດນາມ – ລາວ ແລະ ລາວ – ຫວຽດນາມ.
ວິໄສທັດຍຸດທະສາດດັ່ງກ່າວນີ້, ແມ່ນໄດ້ຮັບການຢືນຢັນ ແລະ ອອກເຫື່ອເທແຮງເພີ່ມພຸນຄູນສ້າງ ຈາກບັນດາຜູ້ນໍາຂອງສອງປະເທດ; ຈິດໃຈດັ່ງກ່າວນີ້ ຈະຄົງຕົວຕະຫຼອດໄປຕາມການເວລາ.
ປະທານ ໂຮ່ຈິມິນ ໄດ້ຢືນຢັນວ່າ: “ປະຊາຊົນສອງຊາດ ຫວຽດນາມ – ລາວ ຮ່ວມດຳລົງຊີວິດຢູ່ຜືນແຜ່ນດິນອັນດຽວກັນ, ມີສາຍພູຫຼວງຮ່ວມກັນ, ປະຊາຊົນສອງຊາດ ເພິ່ງພາອາໄສກັນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຄືອ້າຍນ້ອງ”.
ປະທານ ສຸພານຸວົງ ກໍໄດ້ຕີລາຄາຢ່າງເລິກເຊິ່ງສາຍພົວພັນ ຫວຽດນາມ-ລາວ ວ່າ: “ການພົວພັນ ລາວ-ຫວຽດນາມ ແມ່ນຍິ່ງໃຫຍ່ມະຫາສານ, ບໍ່ມີບົດເພງ ແລະ ບົດກາບກອນໃດໆ ສາມາດພັນລະນາໄດ້, ມິດຕະພາບດັ່ງກ່າວສູງຍິ່ງກວ່າພູເຂົາ, ຍາວກວ່າແມ່ນໍ້າ, ກວ້າງໃຫຍ່ກວ່າມະຫາສະໝຸດ, ງາມກວ່າເດືອນເພັງ ແລະ ຫອມຫວນກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດ”.
ສາມາດຢືນຢັນໄດ້ວ່າ ຄວາມສາມັກຄີພິເສດ, ຊື່ສັດບໍລິສຸດ ແລະ ໝັ້ນຄົງຂະໜົງແກ່ນ ຫວຽດນາມ – ລາວ ໄດ້ກາຍເປັນສັນຍາລັກແຫ່ງມິດຕະພາບອັນສູງສົ່ງ ແລະ ບໍລິສຸດຜຸດຜ່ອງ; ເປັນຊັບສົມບັດອັນລ້ຳຄ່າ, ເປັນກຳລັງແຮງອັນມະຫາສານ ທີ່ຊ່ວຍໃຫ້ພວກເຮົາຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ເອົາຊະນະທຸກສັດຕູ ແລະ ສ້າງປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ສວຍງາມ.
ອັນທີສອງ, ນັ້ນແມ່ນຈິດໃຈ “ຮ່ວມສຸກ ຮ່ວມທຸກ”, ເອື້ອເຟື້ອເພື່ອແຜ່.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ກຳນົດທັດສະນະຢ່າງຈະແຈ້ງວ່າ: ບໍ່ວ່າສິ່ງໃດທີ່ຫວຽດນາມມີ, ພວກເຮົາຍິນດີແບ່ງປັນກັບສະຫາຍລາວ ດ້ວຍຄຳຂວັນປະຈຳໃຈ ທີ່ວ່າ: “ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍແບ່ງປັນກັນກິນ”.
ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ກ່າວວ່າ ຖ້າ ຫວຽດນາມ ມີທະເລ, ແມ່ນລາວກໍມີທະເລ. ໂຄງການທ່າເຮືອຫວຸງອາງ ເປັນສັນຍາລັກແຫ່ງຄວາມສາມັກຄີ, ບິແບ່ງ, ປະກອບສ່ວນເຮັດໃຫ້ຄວາມມຸ່ງຫວັງໃນການໃຫ້ລາວມີທາງອອກສູ່ທະເລ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວ ກາຍເປັນຄວາມຈິງ.
ສະຫາຍ ເລືອງ ເກືອງ ຍັງໄດ້ກ່າວກ່ຽວກັບການສ້າງອະນາຄົດຮ່ວມກັນວ່າ:
- ກ່ອນອື່ນໝົດ, ແມ່ນຄວາມສາມັກຄີພິເສດ ລະຫວ່າງ ສອງພັກ ແລະ ປະຊາຊົນສອງຊາດ ແມ່ນ “ເສັ້ນດ້າຍສີແດງ” ທີ່ສອດຫ້ອຍ ແລະ ເຊື່ອມປະສານ ສາຍພົວພັນມິດຕະພາບ ຫວຽດນາມ – ລາວ ແລະ ລາວ – ຫວຽດ ນາມ. ວິໄສທັດຍຸດທະສາດດັ່ງກ່າວນີ້ ແມ່ນໄດ້ຮັບການຢືນຢັນ ແລະ ອອກເຫື່ອເທແຮງເພີ່ມພຸນຄູນສ້າງຈາກບັນດາຜູ້ນໍາຂອງສອງປະເທດ; ຈິດໃຈດັ່ງກ່າວນີ້ ຈະຄົງຕົວຕະຫຼອດໄປຕາມການເວລາ. ປະທານ ໂຮ່ຈິມິນ ໄດ້ຢືນຢັນວ່າ: “ປະຊາຊົນສອງຊາດ ຫວຽດນາມ – ລາວ ຮ່ວມດຳລົງຊີວິດຢູ່ຜືນແຜ່ນດິນອັນດຽວກັນ, ມີສາຍພູຫຼວງຮ່ວມກັນ, ປະຊາຊົນສອງຊາດ ເພິ່ງພາອາໄສກັນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຄືອ້າຍນ້ອງ”. ປະທານ ສຸພານຸວົງ ກໍໄດ້ຕີລາຄາຢ່າງເລິກເຊິ່ງສາຍພົວພັນ ຫວຽດນາມ-ລາວ ວ່າ: “ການພົວພັນ ລາວ-ຫວຽດນາມ ແມ່ນຍິ່ງໃຫຍ່ມະຫາສານ, ບໍ່ມີບົດເພງ ແລະ ບົດກາບກອນໃດໆ ທີ່ສາມາດພັນລະນາໄດ້, ມິດຕະພາບດັ່ງກ່າວສູງຍິ່ງກວ່າພູເຂົາ, ຍາວກວ່າແມ່ນໍ້າ, ກວ້າງໃຫຍ່ກວ່າມະຫາສະໝຸດ, ງາມກວ່າເດືອນເພັງ ແລະ ຫອມຫວນກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດ”.
- ອັນທີສອງ, ນັ້ນແມ່ນຈິດໃຈ “ຮ່ວມສຸກ ຮ່ວມທຸກ”, ເອື້ອເຟື້ອເພື່ອແຜ່. ພັກ, ລັດ ແລະ ປະ ຊາຊົນຫວຽດນາມ ໄດ້ກຳນົດທັດສະນະຢ່າງຈະແຈ້ງວ່າ: ບໍ່ວ່າສິ່ງໃດທີ່ຫວຽດນາມມີ, ພວກເຮົາຍິນດີແບ່ງປັນກັບສະຫາຍລາວ ດ້ວຍຄຳຂວັນປະຈຳໃຈ ທີ່ວ່າ: “ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍແບ່ງປັນກັນກິນ”. ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ກ່າວວ່າ ຖ້າ ຫວຽດນາມ ມີທະເລ, ແມ່ນລາວກໍມີທະ ເລ. ໂຄງການທ່າເຮືອຫວຸງອາງ ເປັນສັນຍາລັກແຫ່ງຄວາມສາມັກຄີ, ບິແບ່ງ, ປະກອບສ່ວນເຮັດໃຫ້ຄວາມມຸ່ງຫວັງໃນການໃຫ້ລາວມີທາງອອກສູ່ທະເລ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວ ກາຍເປັນຄວາມຈິງ.
- ອັນທີສາມ, ແມ່ນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ຢ່າງບໍ່ຢຸດຢັ້ງ. ຄວາມເຊື່ອໝັ້ນທາງດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນ, ການແລກປ່ຽນໄປມາຫາສູ່ ຂອງປະຊາຊົນແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງຊາດ. ພິເສດ, ຫວຽດນາມ ຈະສືບຕໍ່ຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ແກ່ລາວ, ຊ່ວຍເຫຼືອໃນການສ້າງຍຸດທະສາດການພັດທະນາເສດຖະກິດ – ສັງຄົມ ຂອງລາວ ໄລຍະ 2026 – 2035 ແລະ ວິໄສທັດຮອດປີ 2045, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງດິນແດນແຫ່ງດອກຈໍາປາ.
ສະຫາຍ ເລືອງ ເກືອງ ຍັງກ່າວວ່າ: ສອງປະເທດຫວຽດນາມ-ລາວ ຮ່ວມກັນກ້າວໄປສູ່ອະນາຄົດທີ່ສົດໃສ. ໂລກຂອງພວກເຮົາກໍາລັງຢູ່ໃນໄລຍະ ແຫ່ງການປ່ຽນແປງທີມີລັກສະນະຍຸກສະໄໝ. ການພັດທະນາທີ່ກ້າວກະໂດດຂອງວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍສະເພາະແມ່ນປັນຍາປະດິດ ແມ່ນກຳລັງນຳມາຊຶ່ງກາລະໂອກາດ ໃນການພັດທະນາ, ແຕ່ໃນຂະນະດຽວກັນ ປະເທດຕ່າງໆ ກໍປະເຊີນກັບສິ່ງທ້າທາຍຂອງການຫຼ້າຫຼັງ. ຄຽງຄູ່ກັນນັ້ນ, ການປະທະກັນໃນລະດັບພາກພື້ນ, ການເມືອງແບບອຳນາດນິຍົມ, ການແຂ່ງຂັນດ້ານຍຸດທະສາດ ລະຫວ່າງ ບັນດາປະເທດມະຫາອຳນາດ, ລັດທິປົກປ້ອງການຄ້າ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຮູບແບບໃໝ່ ກໍເປັນໄພຂົ່ມຂູ່ ຕໍ່ບັນດາໝາກຜົນແຫ່ງການພັດທະນາທີ່ພວກເຮົາຍາດມາໄດ້.
ໃນສັງກາດແຫ່ງການພັດທະນາບືນຕົວຂຶ້ນຂອງຊົນຊາດຫວຽດນາມ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານຕໍ່ພາລະກິດການປ່ຽນແປງໃໝ່, ເພື່ອປົກປັກຮັກສາ ແລະ ສ້າງສາປະເທດລາວ. ບົນພື້ນຖານຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົວເອງ”, ພວກຂ້າພະເຈົ້າພ້ອມທີ່ຈະແບ່ງປັນທຸກບົດຮຽນປະສົບການ ທີ່ປະສົບຜົນສຳເລັດທຸກປະການໃຫ້ບັນດາສະຫາຍ ໃນການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແລະ ການປະຕິບັດນະໂຍບາຍໃຫຍ່ໆເຊັ່ນ: ປັບປຸງກົງຈັກຕາມທິດ ກະທັດຮັດ, ມີປະສິດທິພາບ ແລະ ປະສິດທິຜົນ; ບຸກທະລຸດ້ານວິທະຍາສາດ ແລະ ເຕັກໂນໂລຊີ…. ບຸກທະລຸດ້ານການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ; ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ ໃນສະພາບການໃໝ່. ພວກເຮົາຢືນຢັນຢ່າງຈະແຈ້ງວ່າ ຄວາມສຳເລັດຂອງລາວ ກໍແມ່ນຄວາມສຳເລັດຂອງຫວຽດນາມ.
ພິເສດ, ຄຽງຄູ່ກັບບັນດາເສົາຄໍ້າດ້ານການເມືອງ, ຄວາມໝັ້ນຄົງ, ປ້ອງກັນຊາດ ແລະ ການຕ່າງປະເທດ ແມ່ນດີເລີດແລ້ວ, ພວກຂ້າພະເຈົ້າມີຄວາມມຸ່ງຫວັງຍູ້ແຮງການເສື່ອມຈອດສອງພື້້ນຖານເສດຖະກິດ, ໂດຍສະເພາະ ແມ່ນການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງເພື່ອຊຸກຍູ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ, ເພື່ອພ້ອມກັນເພີ່ມທະວີການເຊື່ອມຕໍ່ລະຫວ່າງຫວຽດນາມ-ລາວ ກັບບັນດາປະເທດໃນພາກພື້ນເຊັ່ນ: ກຳປູເຈຍ, ໄທ, ບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືອື່ນໆ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ: ດ້ວຍຄວາມພະຍາຍາມຮ່ວມກັນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສາຍພົວພັນຫວຽດນາມ – ລາວ ຈະສືບຕໍ່ພັດທະນາຢ່າງແຂງແຮງ ແລະ ຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີອັນລ້ຳຄ່າ ທີ່ຄົນຮຸ່ນພໍ່ ແລະ ຮຸ່ນອ້າຍ ໄດ້ມານະພະຍາຍາມກໍ່ສ້າງ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ: ສອງພັກ, ສອງລັດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ທຸກຊັ້ນຄົນ ແລະ ທຸກຂະແໜງການຂອງປະຊາຊົນສອງປະເທດ, ພິເສດແມ່ນຄົນຮຸ່ນໜຸ່ມ ໄດ້ພົບປະແລກປ່ຽນ, ປຶກສາຫາລື ແລະ ຮ່ວມມືຢ່າງເປັນປົກກະຕິ; ສືບຕໍ່ສືບທອດມູນເຊື້ອຄວາມສາມັກຄີ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງ, ແນ່ນອນວ່າຈະມີຄວາມພາກພູມໃຈ ແລະ ຄວາມຮັບຜິດຊອບຂອງຄົນໜຸ່ມໃນການປົກປັກຮັກສາ, ບຳລຸງສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ.
ພ້ອມນີ້, ສະຫາຍ ເລືອງ ເກືອງ ຍັງຢໍ້າວ່າ: ເບິ່ງໄປທາງໜ້າ, ຂ້າພະເຈົ້າຮູ້ສຶກເຕັມໄປດ້ວຍຄວາມເຊື່ອໝັ້ນຕໍ່ ອະນາຄົດທີ່ນັບມື້ນັບສົດໃສ ຂອງການພົວພັນ ຫວຽດນາມ – ລາວ, ລາວ – ຫວຽດນາມ. ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ເປັນເພື່ອນຮ່ວມທາງທີ່ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານຕໍ່ ພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດ.
ດ້ວຍຄວາມຕັດສິນໃຈໃນທຸກໆການກະທຳ ແລະ ຄວາມມານະພະຍາຍາມຈາກໃຈຂອງປະຊາຊົນລາວ ແລະ ຫວຽດນາມ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ຈະໄດ້ຮັບການຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.