ກອງປະຊຸມວຽກງານກວດກາປະຈຳປີ 2024 ຂອງຄະນະໂຄສະນາອົບຮົມສູນກາງພັກ
ໃນຕອນເຊົ່້າວັນທີ 23 ພຶດສະພາ 2025 ທີ່ຫ້ອງປະຊຸມໃຫຍ່ ໄດ້ຈັດກອງປະຊຸມວຽກງານກວດກາປະຈຳປີ 2024 ຂອງຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດເປັນທ່ານຮ່ວມມີ ທ່ານ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານອົງການຄະນະກວດກາສູນກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມມີ: ຄະນະພັກ, ຄະນະນຳ, ຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການທັງໝົດທົ່ວ ຄະນະໂຄສະນາອົບຮົມສູນກາງພັກ.
ໃນພິທີ ທ່ານ ສະຫວ່າງ ດາລາແສນ ຫົວໜ້າກົມກວດກາ ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວກວດກາ ທົ່ວປະເທດປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ແລະ ບົດສະຫຼຸບວຽກງານກວດກາ ຄອສພ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຍົກໃຫ້ເຫັນສະພາບລວມດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າຄື: 1. ຄົ້ນຄວ້າເຊື່ອມຊຶມນິຕິກໍາວຽກງານກວດກາ, 2. ການຕິດຕາມ, ກວດກາພັກ, 3. ວຽກງານຕິດຕາມ, ກວດກາການບໍລິຫານລັດ, 4. ວຽກງານຕ້ານ ແລະ ສືບສວນ-ສອບສວນການສໍ້ລາດບັງຫຼວງ, 5. ການຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ແລະ 6. ການປັບປຸງກົງຈັກການຈັດຕັ້ງ ແລະ ການບໍາລຸງກໍ່ສ້າງພະນັກງານ. ນອກຈາກນັ້ນ ທ່ານ ນ ພວງມະລີ ອັກຄະມົນຕີ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານໄດ້ຂຶ້ນຜ່ານຄຳແນະນຳວ່າດ້ວຍການມາດຕະຖານ, ເງື່ອນໄຂ ແລະ ວິທີການເລືອກຕັ້ງປະທານ, ຮອງປະທານ, ຄະນະກວດກາພັກ ແຕ່ລະຂັ້ນ ແລະ ແຈ້ງການກ່ຽວກັບຕຳແໜ່ງງານກົມກວດກາຂອງກະຊວງ ແລະ ອົງການ.
ຫຼັງຈາກນັ້ນ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາ ຄອສພ ຂຶ້ນເຜີຍແຜ່ບົດໂອ້ລົມຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງພັກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ການພະນັກງານການນຳ, ພະນັກງານຫລັກແຫລ່ງໃນອົງການຈັດຕັ້ງກວດກາ ພັກ-ລັດທັງຂັ້ນສູນກາງ ແລະ ທ້ອງຖິ່ນຕ້ອງມີຫລັກໝັ້ນ, ມີການເມືອງ-ແນວຄິດໜັກແໜ້ນ ເພື່ອພ້ອມກັນປັບປຸງບັນຫາລວມຂອງຊາດ ໃຫ້ໄດ້ຮັບການ ແກ້ໄຂດີຂຶ້ນໄປເທື່ອລະກ້າວ; ການນຳທຸກຂັ້ນຕ້ອງຍົກສູງປະສິດທິພາບຂອງວຽກງານກວດກາ, ການຈັດຕັ້ງປະຕິບັດ ແລະ ແກ້ໄຂຜົນຂອງການກວດກາຕ້ອງໃຫ້ຖືກຕ້ອງສອດຄ່ອງ, ເປັນເອກະພາບ, ມີຄວາມຮັບຜິດຊອບຮ່ວມກັນ ແລະ ພ້ອມກັນເອື້ອອຳນວຍຄວາມສະດວກໃຫ້ແກ່ວຽກງານກວດກາ ໄດ້ເຄື່ອນໄຫວວຽກງານໃຫ້ມີປະສິດທິຜົນ ເພື່ອເຮັດໃຫ້ວຽກງານລວມຂອງຊາດ ໂດຍສະເພາະບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນທັງເກົ່າ ແລະ ໃໝ່ໃຫ້ໄດ້ຮັບການປັບປຸງແກ້ໄຂໃຫ້ໝົດໄປເທື່ອລະກ້າວ.
ທ້າຍພິທີ ທ່ານ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານອົງການຄະນະກວດກາສູນກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອຶ່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກວດກາທີ່ຍາດມາໄດ້ໃນຕະຫຼອດໄລຍະ 1 ປີຜ່ານມາ ແລະ ວາງທິດທາງໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານກວດກາ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຢູ່ຄະນະໂຄສະນາອົບຮົມສູນກາງພັກ. ພ້ອມກັນນັ້ນທ່ານໄດ້ເນັ້ນໜັກບາງບັນຫາດັ່ງລຸ່ມນີ້: ໃຫ້ພ້ອມກັນສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເປັນຕົ້ນແມ່ນບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແຕ່ລະຄັ້ງ, ເນື້ອໃນກອງປະຊຸມກວດກາທົ່ວປະເທດແຕ່ລະປີ, ບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດຕ່າງໆຂອງພັກ ແລະ ກົດໝາຍຂອງລັດ ເວົ້າລວມ, ເວົ້າສະເພາະແມ່ນມະຕິ, ຄໍາສັ່ງ ແລະ ນິຕິກໍາກ່ຽວກັບວຽກງານກວດກາ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ພາຍໃນການຈັດຕັ້ງຂອງຕົນເອງຢ່າງມີຈຸດສຸມ; ໃຫ້ຄະນະກວດກາ ຂອງ ຄອສພ ເອົາໃຈໃສ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ ໄດ້ວາງອອກ; ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI, ກວດກາການປະຕິບັດມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດຕ່າງໆຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກ່ຽວກັບວຽກງານປັບປຸງກໍ່ສ້າງພັກ, ການປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກຂອງໜ່ວຍພັກ ທີ່ຂຶ້ນກັບການຄຸ້ມຄອງຂອງຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ; ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ; ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ກັບການຄົ້ນຄວ້າແກ້ໄຂ ຄາຮ້ອງ-ຄໍາສະເໜີຕ່າງໆ ຕ້ອງດໍາເນີນໄປຕາມພາລະບົດບາດ ແລະ ຖືກຕ້ອງຕາມກົດໝາຍ, ພາວະວິໄສ, ຮອບຄອບ, ຊັດເຈນ, ກົມກວດກາຂອງ ຄອສພ ຕ້ອງເອົາໃຈໃສ່ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຈະແຈ້ງ, ຮັດກຸມຖືກຕ້ອງຕາມກົດລະບຽບຂອງພັກ ແລະ ກົດໝາຍ ວ່າດ້ວຍການກວດກາລັດ ສະບັບປັບປຸງ; ເພື່ອເຮັດບົດບາດ ເປັນເສນາທິການ ຊ່ວຍຄະນະພັກ-ຄະນະນໍາ ຂັ້ນຂອງຕົນໃຫ້ມີຄວາມເຂັ້ມງວດ.