ບົດຮຽນຈາກສ ປ ຈີນ “ການຄຸ້ມຄອງສັງຄົມໃນຍຸກສະໄໝແຫ່ງຂໍ້ມູນ-ຂ່າວສານ ແລະ ການປະດິດສ້າງໃໝ່ລະບົບສັງຄົມ”

ບົດຮຽນຈາກສ ປ ຈີນ

ການຄຸ້ມຄອງສັງຄົມໃນຍຸກສະໄໝແຫ່ງຂໍ້ມູນ-ຂ່າວສານ ແລະ ການປະດິດສ້າງໃໝ່ລະບົບສັງຄົມ

ສະເໜີໂດຍ: ສະຫາຍ ຈາງ ອີ້

ຄະນະບໍດີສະຖາບັນຍຸດທະສາດການພັດທະນາສັງຄົມ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດຈີນ

ນັບຕັ້ງແຕ່ລິເລີ່ມການປະຕິຮູບ ແລະເປີດປະຕູສູ່ພາຍນອກ, ຄຽງຄູ່ກັບການພັດທະນາຢ່າງ ໄວວາດ້ານເສດຖະກິດ ແລະສັງຄົມ ຂອງປະເທດຈີນ, ການດໍາລົງຊີວິດຂອງປະຊາຊົນ ໄດ້ມີ ການປ່ຽນແປງຢ່າງເລິກເຊິ່ງເຊັ່ນ:ລະບົບ “ຄົນໃນຂະແໜງການ” ແລະ “ການບໍລິຫານ” ແບບເດີມທີ່ໄດ້ ສ້າງຂຶ້ນບົນພື້ນຖານຂອງສັງຄົມຖິ່ນຖານກຳເນີດ ທີ່ຄົນໃນສັງຄົມນັ້ນຮູ້ຈັກສະໜິດສະໜົມກັນປ່ຽນ ເປັນລະບົບ “ຄົນໃນສັງຄົມ” ແລະ “ການຄຸ້ມຄອງ” ທີ່ອີງໃສ່ການຍົກຍ້າຍຖິ່ນຖານ ແລະສັງຄົມທີ່ຄົນ ບໍ່ຄຸ້ນເຄີຍກັນ. ເຖິງແມ່ນວ່າການປ່ຽນແປງຈາກການຄຸ້ມຄອງສັງຄົມ ໄປສູ່ ການປົກຄອງສັງຄົມ ແມ່ນພຽງແຕ່ຄໍາສັບຫນຶ່ງທີ່ແຕກຕ່າງກັນ, ແຕ່ມັນສະທ້ອນໃຫ້ເຫັນເຖິງການປ່ຽນແປງຢ່າງເລິກເຊິ່ງ ຂອງແນວຄິດ ແລະລະບົບການປົກຄອງ ເຊິ່ງຮຽກຮ້ອງໃຫ້ມີການຊຸກຍູ້ການປະດິດສ້າງໃໝ່ ຂອງ ລະບົບສັງຄົມໂດຍຜ່ານການປະຕິຮູບ ທີ່ສະແດງໃຫ້ເຫັນເຖິງແນວຄິດການມີສ່ວນຮ່ວມຈາກຫຼາຍ ພາກສ່ວນ ແລະການຄຸ້ມຄອງຮ່ວມກັນພາຍໃຕ້ການນໍາພາຂອງພັກ ເຊິ່ງເປັນການສະທ້ອນໃຫ້ເຫັນ ເຖິງຄວາມກົມກຽວອັນດີງາມລະຫວ່າງອໍານາດການປົກຄອງລັດ ທີ່ນໍາພາໂດຍການຈັດຕັ້ງຂອງພັກ ກັບການປົກຄອງຕົນເອງ ແລະແກ້ໄຂບັນຫາດ້ວຍຕົນເອງຂອງສັງຄົມ.

ກ້າວເຂົ້າຍຸກສະໄໝໃໝ່, ລະບົບສັງຄົມຂອງປະເທດຈີນໄດ້ຮັບການປະຕິຮູບຢ່າງ ເລິກເຊິ່ງ. ບົດລາຍງານການເມືອງ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງ ພັກກອມມູນິດຈີນ ຊື້ອອກວ່າ, ເພື່ອເສີມຂະຫຍາຍການກໍ່ສ້າງສັງຄົມ ພວກເຮົາຕ້ອງໄດ້ເລັ່ງລັດການ ປະຕິຮູບລະບົບສັງຄົມ ແລະເລັ່ງລັດການສ້າງລະບົບການຈັດຕັ້ງສັງຄົມທີ່ທັນສະໄໝໂດຍມີການແຍກ ລັດຖະບານ ແລະສັງຄົມ, ອໍານາດ ແລະຄວາມຮັບຜິດຊອບ, ການປົກຄອງຕົນເອງດ້ວຍກົດໝາຍ. ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ສະໄໝທີ XVIII ຊື້ອອກວ່າ, ເພື່ອປະດິດສ້າງໃໝ່ລະບົບການປົກຄອງສັງຄົມຕ້ອງແກ້ໄຂການພົວພັນລະຫວ່າງ ລັດ ຖະບານກັບສັງຄົມຢ່າງຖືກຕ້ອງ, ຊຸກຍູ້ການເຄື່ອນໄຫວຂອງອົງການຈັດຕັ້ງສັງຄົມ. ບົດລາຍງານ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ກໍ່ໄດ້ເນັ້ນໜັກວ່າ, ຕ້ອງປັບປຸງລະບົບການປົກຄອງສັງຄົມ ຕາມທິດຮ່ວມກັນກໍ່ສ້າງ, ຮ່ວມກັນປົກຄອງ ແລະມີຜົນປະ ໂຫຍດຮ່ວມກັນ. ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເນັ້ນໜັກວ່າ: ພວກເຮົາຕ້ອງປະຕິບັດບົດບາດ ຂອງກໍາລັງສັງຄົມຢ່າງຄົບຖ້ວນໃນການຄຸ້ມຄອງວຽກງານສັງຄົມ, ເພາະວ່າບາງບັນຫາ ລັດຖະບານກໍ່

ບໍ່ສາມາດເຮັດ ຫຼື ຄຸ້ມຄອງໄດ້ດີ, ອະນຸຍາດໃຫ້ມວນຊົນຄຸ້ມຄອງ ແລະບໍລິການຕົນເອງ, ພ້ອມນັ້ນ, ຍັງຕ້ອງໄດ້ເພີ່ມທະວີລະບຽບການ ແລະການຊີ້ນໍາຈາກບັນດາອົງການຈັດຕັ້ງສັງຄົມຕ່າງໆ.

  1. ບັນຫາຫຼັກ ຂອງການປະຕິຮູບລະບົບສັງຄົມແມ່ນການຊີ້ແຈງສາຍພົວພັນ ລະຫວ່າງ ລັດຖະບານກັບສັງຄົມ.

ພາຍຫຼັງ 40 ກວ່າປີແຫ່ງການຄົ້ນຄ້ວາໃນຂົງເຂດເສດຖະກິດ, ພວກຂ້າພະເຈົ້າໄດ້ເຂົ້າໃຈ ໂດຍພື້ນຖານກ່ຽວກັບວິທີຄວບຄຸມເສດຖະກິດຕະຫຼາດ ແລະວິທີການຄວບຄຸມມະຫາພາກ, ແຕ່ວິທີ ຄວບຄຸມສັງຄົມທີ່ມີການປ່ຽນແປງຢ່າງໃຫຍ່ຫຼວງນັ້ນຍັງຕ້ອງໄດ້ຄົ້ນຄວ້າຕໍ່ໄປຕື່ມ.

ໃນຊຸມປີມໍ່ໆມານີ້, ໃນຂະບວນການສ້າງພື້ນຖານເສດຖະກິດຕະຫຼາດສັງຄົມນິຍົມ, ໜຶ່ງໃນ ບັນດາບັນຫາຕົ້ນຕໍທີ່ພວກເຮົາໄດ້ແກ້ໄຂແມ່ນການພົວພັນ ລະຫວ່າງ ລັດຖະບານກັບຕະຫຼາດດ້ວຍ ການລົງເລິກປະຕິຮູບເສດຖະກິດຕະຫຼາດ, ລະບົບເສດຖະກິດ ແລະການປ່ຽນແປງອັນໃຫຍ່ຫຼວງຂອງ ໂຄງສ້າງສັງຄົມ, ບັນຫາສັງຄົມໄດ້ເລີ່ມປະກົດຕົວໃຫ້ເຫັນ. ພາຍໃຕ້ສະພາບການດັ່ງກ່າວ, ການພົວພັນລະຫວ່າງລັດຖະບານກັບສັງຄົມໄດ້ກາຍເປັນບັນຫາຫຼັກອັນໃໝ່ທີ່ພວກເຮົາຈະຕ້ອງໄດ້ແກ້ໄຂ. ການແກ້ໄຂສາຍພົວພັນລະຫວ່າງລັດຖະບານກັບສັງຄົມໃຫ້ຖືກຕ້ອງຄືການຄົ້ນຄິດວ່າ ວຽກງານການປົກຄອງສັງຄົມອັນໃດທີ່ລັດຖະບານ ແລະ ສັງຄົມຕ້ອງການຮ່ວມກັນເຮັດ ແລະ ອັນໃດທີ່ຄວນແບ່ງກັນຮັບຜິດຊອບ.

ຜ່ານມາ, ລັດຖະບານຄຸ້ມຄອງທຸກຢ່າງໃນຖານະຕົວແທນ ແລະເບິ່ງແຍງວຽກງານສັງຄົມທຸກ ຢ່າງ. ແນວໃດກໍດີ, ນັບແຕ່ໄດ້ພັດທະນາເສດຖະກິດຕະຫຼາດ, ກົນໄກຕະຫຼາດໄດ້ຮັບການແນະນໍາ ເຂົ້າໃນຫຼາຍວຽກງານ ຂອງສັງຄົມ ເຊັ່ນ: ວຽກງານສາທາລະນະສຸກ ແລະການສຶກສາ. ການເຮັດ ແບບນັ້ນສາມາດສົ່ງເສີມການພັດທະນາວຽກງານ ຂອງສັງຄົມໄດ້ແຕ່ມັນກໍ່ນໍາເອົາບັນຫາຫຼາຍຢ່າງ ກັບມາເຊັ່ນກັນ.

ລັດຖະບານເປັນອົງການຫຼັກຂອງການປົກຄອງສັງຄົມ ແລະການບໍລິການສາທາລະນະ, ແຕ່ ລັດຖະບານບໍ່ສາມາດເຮັດໄດ້ທຸກສິ່ງທຸກຢ່າງ, ແມ່ນກະທັ້ງວຽກງານສັງຄົມທີ່ລັດຖະບານຄຸ້ມຄອງ ແລະຮັບໃຊ້ກໍບໍ່ຈໍາເປັນຕ້ອງໄດ້ຮັບຜິດຊອບໂດຍກົງຈາກລັດຖະບານ ແລະຄ່າໃຊ້ຈ່າຍໃນການຄຸ້ມ ຄອງ ແລະການບໍລິການກໍ່ຍັງຕ້ອງໄດ້ພິຈາລະນາ, ບາງອັນສາມາດຮັບຮູ້ໄດ້ໂດຍຜ່ານການຊື້-ຂາຍ ການບໍລິການຂອງລັດຖະບານ ແລະບາງອັນແມ່ນລັດຖະບານ ແລະສັງຄົມມີຄວາມຮັບຜິດຊອບ ຮ່ວມກັນ. ລັດຖະບານຄວນເອົາໃຈໃສ່ເພີ່ມເຕີມໃນການຊີ້ນໍາສັງຄົມ, ເພີ່ມທະວີການຊີ້ນໍາຂອງອົງ ການຈັດຕັ້ງສັງຄົມຕ່າງໆ ແລະພິເສດແມ່ນເອົາໃຈໃສ່ຕ້ານການເຄື່ອນໄຫວທີ່ຜິດກົດໝາຍຂອງອົງ ການຈັດຕັ້ງທາງສັງຄົມ.

ການປະຕິຮູບລະບົບເສດຖະກິດຮຽກຮ້ອງໃຫ້ລັດຖະບານມອບອໍານາດໃຫ້ຕະຫຼາດ, ການ ມະຄີຮູບລະບົບສັງຄົມຮຽກຮ້ອງໃຫ້ລັດຖະບານມອບອໍານາດໃຫ້ສັງຄອບສາມາດໃຫ້ລນຫຍັງ? ຕົວ ລະຄອນໃນສັງຄົມແມ່ນຫຍັງ? ແມ່ນຫຍັງຄືກຳລັງສັງຄົມທີ່ປະຕິບັດການແບ່ງຂັ້ນຄຸ້ມຄອງຂອງລັດໃນການຄຸ້ມຄອງວຽກງານສັງຄົມ, ຮັບໃຊ້ສັງຄົມ, ມີສ່ວນຮ່ວມໃນການປົກຄອງສັງຄົມ? ອັນນີ້ ຕ້ອງໄດ້ພິຈາລະນາຕາມເງື່ອນໄຂສະເພາະຂອງຊາດ.

ສຳລັບພາຍໃນປະເທດຈີນ, ຈຸດປະສົງຂອງການປະຕິຮູບລະບົບສັງຄົມແມ່ນເພື່ອສ້າງຕັ້ງລະບົບການປົກຄອງສັງຄົມນໍາພາໂດຍຄະນະພັກ, ຄວາມຮັບຜິດຊອບ ຂອງລັດຖະບານ, ການສະຫນັບສະຫນູນຈາກກຸ່ມກ້ອນຕ່າງໆ, ການປະສານງານທາງສັງຄົມ ແລະການມີສ່ວນຮ່ວມ ຂອງປະຊາຊົນ; ການສ້າງຮູບແບບການປົກຄອງສັງຄົມດ້ວຍການຮ່ວມກັນກໍ່ສ້າງ, ຮ່ວມກັນປົກ ຄອງ ແລະມີຜົນປະໂຫຍດຮ່ວມກັນ. ໃນນັ້ນ, ຄະນະພັກມີບົດບາດນໍາພາໃນການຕິດຕາມກວດກາ ສະພາບການລວມ ແລະປະສານງານກັບທຸກພາກສ່ວນ, ພ້ອມທັງ ຖືເປັນແກ່ນສານໃນໂຄງປະກອບ ການປົກຄອງທັງໝົດ.

  1. ຍຶດໝັ້ນການນໍາພາ ຂອງພັກ ເພື່ອຍົກສູງຄວາມສາມາດໃນການຄຸ້ມຄອງ ສັງຄົມ.

ການນໍາພາຂອງພັກ ແມ່ນທ່າໄດ້ປຽບທີ່ສຸດ ຂອງລະບົບສັງຄົມນິຍົມທີ່ມີສີສັນພິເສດຂອງ ຈີນ, ພັກກອມມູນິດຈີນແມ່ນກໍາລັງນໍາພາທາງການເມືອງສູງສຸດ ໃນການປົກຄອງສັງຄົມ. ພຽງແຕ່ ຍຶດໝັ້ນການນໍາພາຂອງພັກ ຢ່າງແຂງແຮງ, ລະບົບການປົກຄອງສັງຄົມ ຂອງຄວາມຮັບຜິດຊອບ ຂອງລັດຖະບານ, ການປຶກສາຫາລືປະຊາທິປະໄຕ, ການປະສານງານທາງສັງຄົມ, ການເຂົ້າຮ່ວມ ຂອງປະຊາຊົນ, ການປົກປັກຮັກສາກົດໝາຍ, ການສະໜັບສະໜູນດ້ານວິທະຍາສາດ-ເຕັກໂນໂລຊີ ສາມາດຮັບປະກັນດ້ານການເມືອງພື້ນຖານທີ່ສຸດ. ພັກເປັນຕົວແທນໃຫ້ແກ່ຜົນປະໂຫຍດ ພື້ນຖານ ຂອງປະຊາຊົນ, ເປັນເຈົ້າການທີ່ດີທີ່ສຸດໃນການຖືເອົາການປະສານສົມທົບ ລະຫວ່າງ ບັນດາພາກ ພື້ນ, ຄະນະ, ກຸ່ມ ແລະພົນລະເມືອງ, ລະດົມ ແລະສົມທົບກັບແຫຼ່ງຊັບພະຍາກອນການປົກຄອງຈາກ ທຸກດ້ານ, ຊຸກຍູ້ການປະດິດສ້າງ ແລະພັດທະນາ ຂອງການຄຸ້ມຄອງສັງຄົມ. ປະຈຸບັນ, ພັກກອມມຸ ນິດຈີນ ມີສະມາຊິກພັກ 96 ລ້ານກວ່າຄົນ ແລະມີອົງການຈັດຕັ້ງພັກຮາກຖານ 4,9 ລ້ານຮາກຖານ. ພັກມີບົດບາດນໍາພາ ແລະ ເປັນຫຼັກໃນການຄຸ້ມຄອງສັງຄົມ, ຍຶດໝັ້ນການນໍາພາຂອງການປົກຄອງ ສັງຄົມຢ່າງແໜ້ນແຟ້ນ, ເອົາໃຈໃສ່ເຖິງລັກສະນະສັງຄົມນິຍົມ ຂອງການປົກຄອງສັງຄົມທີ່ມີສີສັນ ພິເສດຂອງຈີນ. ເພີ່ມທະວີການນໍາພາຂອງພັກ ໃນການຄຸ້ມຄອງສັງຄົມ, ອັນທີ 1 ແມ່ນເພີ່ມທະວີ ແລະ ປັບ ປຸງການຈັດຕັ້ງການນໍາພາຂອງຄະນະນໍາພັກ, ປະດິດສ້າງຢ່າງບໍ່ຢຸດຢັ້ງ ແລະ ຄົ້ນຄວ້າວິທີການສົມ ທົບການນໍາພາ ຂອງພັກເປັນເອກະພາບກັບລັກສະນະການປົກຄອງສັງຄົມທີ່ທັນສະໄໝ, ສົມທົບ ການນໍາພາຂອງພັກ ກັບການຈັດຕັ້ງການປົກຄອງທີ່ລັດຖະບານຮັບຜິດຊອບ, ເຮັດໃຫ້ການນໍາພາ ຂອງພັກໃນການກໍ່ສ້າງສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນ ໃນຍຸກສະໄໝໃໝ່ດ້ວຍການປັບປຸງ ລະບົບທີ່ກ່ຽວຂ້ອງ ແລະການປະຕິບັດຄວາມຮັບຜິດຊອບການຄຸ້ມຄອງທີ່ກ່ຽວຂ້ອງ. ລັກສະນະທີ່ ແຕກຕ່າງກັນຂອງລະບົບການຄຸ້ມຄອງສັງຄົມນິຍົມ. ອັນທີ 2 ແມ່ນເພີ່ມທະວີການກໍ່ສ້າງພັກຢ່າງຮອບດ້ານ, ປັບປຸງບັນຍາກາດສັງຄົມ ດ້ວຍການປັບປຸງຄຸນລັກສະນະຂອງພັກ ແລະ ແບບແຜນຂອງລັດຖະບານ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XVIII ຂອງພັກກອມມູນິດຈີນເປັນ ຕົ້ນມາ, ຄະນະກຳມະການສູນກາງພັກກອມມູນິດຈີນ ໂດຍມີ ສະຫາຍ ສີຈິ້ນຜິງ ເປັນແກນກາງໄດ້ຢືນຢັນວ່າ, ການປົກຄອງປະເທດຕ້ອງປົກຄອງພັກກ່ອນ, ພັກຕ້ອງມີລະບົບການປົກຄອງຢ່າງເຂັ້ມງວດ. ການປັບປຸງຄຸນລັກສະນະ ຂອງພັກ ແລະແບບແຜນຂອງລັດຖະບານໄດ້ຊຸກຍູ້ ແລະຊຸກຍູ້ການພັດ ທະນາທາງບວກ ແລະສ້າງບັນຍາກາດອັນດີໃຫ້ທົ່ວສັງຄົມ ແລະລະບອບການປົກຄອງສັງຄົມນິຍົມທີ່ ມີສີສັນພິເສດຂອງຈີນໄດ້ສະແດງໃຫ້ເຫັນເຖິງລັກສະນະອັນໃໝ່. ອັນທີ 3 ແມ່ນການເພີ່ມທະວີ ຄວາມສາມາດໃນການຄຸ້ມຄອງບໍລິຫານຂອງພັກ, ປັບປຸງລະດັບຄວາມສາມາດໃນການຄຸ້ມຄອງ ບໍລິຫານສັງຄົມແບບທັນສະໄໝຂອງພັກ ໂດຍຜ່ານການສ້າງຄວາມສາມາດບໍລິຫານຂອງພັກ, ຊຸກຍູ້ ການປະຕິຮູບ ແລະພັດທະນາສັງຄົມຢ່າງຮອບດ້ານ. ການປົກຄອງສັງຄົມທີ່ມີສີສັນພິເສດ ຂອງຈີນ ໄດ້ພິສູດໃຫ້ເຫັນວ່າ ການນໍາພາແບບທັນສະໄໝຂອງພັກ ໄດ້ກຳນົດຄວາມສາມາດໃນການປົກຄອງ ສັງຄົມທີ່ທັນສະໄໝ. ພຽງແຕ່ເພີ່ມທະວີຄວາມສາມາດຄຸ້ມຄອງບໍລິຫານ ຂອງພັກ ແລະຊຸກຍູ້ການ ຫັນເປັນທັນສະໄໝ ໃນການຄຸ້ມຄອງບໍລິຫານສັງຄົມ ໂດຍຜ່ານການຍົກສູງ ຄວາມສາມາດໃນການຄຸ້ມຄອງບໍລິຫານ ເພື່ອຮັກສາຄວາມສາມັກຄີ, ສະຖຽນລະພາບ ແລະສີວິໄລ ຂອງສັງຄົມ, ເປັນເອກະພາບ ແລະນໍາພາປະຊາຊົນບັນດາເຜົ່າໃນທົ່ວປະເທດ. ຊຸກຍູ້ແຮງກະຕຸ້ນ ແລະ ແຮງບັນດານໃຈຂອງສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະເທດຊາດ ແລະສັງຄົມຢ່າງເປັນ ລະບຽບຮຽບຮ້ອຍ, ໃນໄລຍະການກໍ່ສ້າງປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານ ຈະນໍາມາເຊິ່ງ ຜົນປະໂຫຍດໃຫ້ແກ່ປະຊາຊົນຢ່າງແທ້ຈິງ.

  1. ຍຶດໝັ້ນການປະດິດສ້າງໃຫມ່ໃນການປົກຄອງສັງຄົມໂດຍການກໍ່ສ້າງຮ່ວມ ກັນ, ປົກຄອງຮ່ວມກັນ ແລະຊົມໃຊ້ຮ່ວມກັນ.

ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຊຸດທີ XVIII ສະເໜີໃຫ້ ເລັ່ງລັດສ້າງລະບົບການປົກຄອງສັງຄົມແບບວິທະຍາສາດ ແລະມີປະສິດທິຜົນ; ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດຈີນ ສະເໜີໃຫ້ສ້າງຮູບແບບ ການປົກຄອງສັງຄົມຮ່ວມກັນ, ການກໍ່ສ້າງຮ່ວມກັນ, ການປົກຄອງຮ່ວມກັນ ແລະການຊົມໃຊ້ຮ່ວມ ກັນ, ຕໍ່ມາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນໄດ້ເນັ້ນໜັກເຖິງ ການປັບປຸງສັງຄົມແຫ່ງການກໍ່ສ້າງຮ່ວມກັນ, ການປົກຄອງຮ່ວມກັນ ແລະການຊົມໃຊ້ຮ່ວມກັນໃນ ລະບົບການປົກຄອງ ຂອງພັກກອມມູນິດຈີນຢ່າງບໍ່ຢຸດຢັ້ງ, ການປົກຄອງສັງຄົມ ແລະແນວຄິດທີ່ຊັດ ເຈນກວ່າໃນການສ້າງຮູບແບບການປົກຄອງສັງຄົມຂອງການຮ່ວມກັນກໍ່ສ້າງ, ຮ່ວມກັນການ ປົກຄອງ ແລະມີຜົນປະໂຫຍດຮ່ວມກັນ.

ເພື່ອຍົກສູງປະສິດທິຜົນ ຂອງການຄຸ້ມຄອງສັງຄົມໂດຍຜ່ານການກໍ່ສ້າງຮ່ວມກັນ, ການ ປົກຄອງຮ່ວມກັນ ແລະມີຜົນປະໂຫຍດຮ່ວມກັນ ຕ້ອງມີຄວາມເກັ່ງກ້າສາມາດໃນການນໍາພາ ຂອງພັກ ແລະຄວາມໄດ້ປຽບຂອງລະບອບສັງຄົມນິຍົມ ຂອງປະເທດຂ້າພະເຈົ້າໃຫ້ກາຍເປັນທ່າໄດ້ປຽບ ໃນການຄຸ້ມຄອງສັງຄົມໃນພາກປະຕິບັດ, ພ້ອມກັນນັ້ນ ກໍ່ຕັ້ງໜ້າເຄື່ອນໄຫວຈັດຕັ້ງປະຕິບັດ. ບັນດາກໍາລັງແຮງທາງສັງຄົມຕ່າງໆເຂົ້າຮ່ວມການປົກຄອງສັງຄົມ ແລະຮ່ວມກັນສ້າງທຸກຄົນມີຄວາມຮັບຜິດ ຊອບຮ່ວມກັນ ແລະທຸກຄົນກໍມີຄວາມສຸກໃນການປົກຄອງສັງຄົມຮ່ວມກັນ, ໃນການຄຸ້ມຄອງ ສັງຄົມທີ່ນໍາພາໂດຍການກໍ່ສ້າງພັກ, ລັດຖະບານແມ່ນກຳລັງນໍາໜ້າໃນການຄຸ້ມຄອງສັງຄົມ, ແຕ່ບໍ່ ແມ່ນຫົວຂໍ້ດຽວ ຂອງການປົກຄອງສັງຄົມຂອງວິສາຫະກິດ, ສະຖາບັນສາທາລະນະ, ອົງການຈັດຕັ້ງ ສັງຄົມ, ອົງການປົກຄອງຕົນເອງ ຂອງຊາວເມືອງ ແລະຊົນນະບົດ, ແລະສາທາລະນະຊົນທັງຫມົດ ໄດ້ກາຍເປັນຫົວຂໍ້ ຂອງການປົກຄອງສັງຄົມ. ປັດຈຸບັນ, ພາຍໃຕ້ການນໍາພາລວມຂອງອົງການພັກ, ອໍານາດການປົກຄອງຮາກຖານ ແລະອົງການປົກຄອງຕົນເອງຂອງປະຊາຊົນຮາກຖານ ລ້ວນແຕ່ມີ ຄວາມຮັບຜິດຊອບ, ໜ້າທີ່ຂອງຕົນ ແລະຮ່ວມມືກັນສ້າງກໍາລັງແຮງ, ຮ່ວມມືກັນກໍ່ສ້າງ, ຄຸ້ມຄອງບໍ ລິຫານຮ່ວມກັນ ແລະຊົມໃຊ້ຮ່ວມກັນ.

ໃນຂະບວນການປະດິດສ້າງໃໝ່ ຂອງການປົກຄອງສັງຄົມ, ບັນດາທ້ອງຖິ່ນຕ່າງໆ ຍັງຕ້ອງ ໄດ້ສະໜອງການບໍລິການຢ່າງຊັດເຈນ ແລະທັນສະໄໝໃຫ້ແກ່ປະຊາຊົນດ້ວຍການລະດົມແຫຼ່ງກຳລັງ ສັງຄົມ, ອໍານາດການຄຸ້ມຄອງມາດຕະຖານ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ເປັນຕົ້ນ ແມ່ນການສ້າງຫ້ອງໂຖງບໍລິການປະຕູດຽວ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກຂອງປະຊາຊົນ, ການ ສ້າງຮ້ານອາຫານຊຸມຊົນສໍາລັບຜູ້ສູງອາຍຸ, ຫໍສະຫມຸດສາທາລະນະ, ສູນດູແລເດັກໃນກາງເວັນແລະ ອື່ນໆ, ສ້າງເງື່ອນໄຂສະດວກໃນການດໍາລົງຊີວິດຂອງປະຊາຊົນ. ການເຂົ້າຮ່ວມຂອງສັງຄົມຢ່າງ ກວ້າງຂວາງໄດ້ຫຼຸດຜ່ອນຄ່າບໍລິຫານຄຸ້ມຄອງສັງຄົມຢ່າງມີປະສິດທິຜົນ ແລະ ປັບປຸງປະສິດທິຜົນ ຂອງການປົກຄອງສັງຄົມ, ຄວາມຮັບຮູ້ຂອງປະຊາຊົນ, ຄວາມຜາສຸກ, ຄວາມໝັ້ນຄົງນັບມື້ນັບປະ ສົບຜົນສໍາເລັດ, ເຊິ່ງມີຄວາມໝັ້ນຄົງ ແລະຍືນຍົງກວ່າ, ຜົນການປະຕິຮູບ ແລະການພັດທະນາລ້ວນ ແຕ່ໄດ້ຮັບຜົນປະໂຫຍດຈາກທຸກຄົນຫຼາຍຂຶ້ນຢ່າງສະເໝີພາບ. ເປັນທີ່ແນ່ນອນວ່າ ພວກເຮົາໄດ້ແກ້ ໄຂຄວາມສົນໃຈ ແລະຄວາມເປັນຫ່ວງຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ທີ່ຈີນໄດ້ສ້າງ 2 ສິ່ງມະຫັດສະ ຈັນແຫ່ງການພັດທະນາເສດຖະກິດຢ່າງວ່ອງໄວ ແລະສະຖຽນລະພາບສັງຄົມໃນໄລຍະຍາວໃນການ ຊຸກຍູ້ການຫັນເປັນທັນສະໄໝຂອງຈີນ ແລະໄດ້ກາຍເປັນປະເທດທີ່ປອດໄພທີ່ສຸດໃນໂລກ. ແມ່ນເພື່ອຄວາມສອດຄ່ອງກັບທ່າອ່ຽງການພັດທະນາຂອງຍຸກຂໍ້ມູນຂ່າວສານ, ປັບຕົວເຂົ້າ ກັບຄວາມຕ້ອງການຂອງການປະຕິຮູບ ແລະການເປີດກວ້າງ ແລະການພັດທະນາໃນເລິກເຊິ່ງຂອງ ເສດຖະກິດຕະຫຼາດ, ຍຶດຫມັ້ນກັບການນໍາພາຂອງພັກ, ຍູ້ແຮງການເຄື່ອນໄຫວຂອງສັງຄົມ, ເພີ່ມ ທະວີການເຄື່ອນໄຫວໃນທຸກດ້ານຂອງສັງຄົມຢ່າງຕັ້ງໜ້າ, ຕັ້ງໜ້າຜັນຂະຫຍາຍການປົກຄອງສັງຄົມ ຢ່າງມີປະສິດທິຜົນ, ຮັບປະກັນຊີວິດການເປັນຢູ່ ແລະເຮັດວຽກຂອງປະຊາຊົນຢ່າງສະຫງົບສຸກ. ສະຖຽນລະພາບ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຄວາມໝັ້ນຄົງໃນໄລຍະຍາວຂອງປະເທດ.

ສະຫຼຸບແລ້ວ, ຈຸດປະສົງຂອງການປະດິດສ້າງໃໝ່ຂອງລະບົບການປົກຄອງສັງຄົມ ຂອງ ພວກເຮົາແມ່ນເພື່ອສອດຄ່ອງກັບທ່າອ່ຽງການພັດທະນາຂອງຍຸກຂໍ້ມູນຂ່າວສານ, ປັບຕົວເຂົ້າກັບ ຄວາມຮຽກຮ້ອງຕ້ອງການຂອງການປະຕິຮູບເປີດປະຕູສູ່ພາຍນອກ ແລະການພັດທະນາແບບ ເລິກເຊິ່ງ ຂອງເສດຖະກິດຕະຫຼາດ, ພ້ອມທັງຍຶດຫມັ້ນກັບການນໍາພາຂອງພັກ, ຊຸກຍູ້ການເຄື່ອນ ໄຫວ ຂອງສັງຄົມ, ເພີ່ມທະວີການເຄື່ອນໄຫວໃນທຸກດ້ານຂອງສັງຄົມຢ່າງຕັ້ງໜ້າ, ສ້າງປະສິດທິຜົນ ສູງສຸດຂອງການປົກຄອງສັງຄົມ, ຮັບປະກັນຊີວິດການເປັນຢູ່ ແລະການເຄື່ອນໄຫວວຽກງານຂອງ ປະຊາຊົນຢ່າງສະຫງົບສຸກ, ສັງຄົມມີຄວາມເປັນສະຖຽນລະພາບ ແລະເປັນລະບຽບຮຽບຮ້ອຍ, ປະ ເທດຊາດມີຄວາມໝັ້ນຄົງຍາວນານ.

ແຫຼ່ງທີ່ມາ: ກອງປະຊຸມສຳມະນາທິດສະດີລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ຄັ້ງທີ X