ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສຳພາດ
ໃນໂອກາດ ວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 100 ປີ(21/6/1925-21/6/2025)
ໃນຕອນບ່າຍວັນ 09 ມິຖຸນາ 2025 ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກໄດ້ໃຫ້ສຳພາດໃນໂອກາດ ວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 100 ປີ(21/6/1925-21/6/2025) ກ່ອນອື່ນ, ສະຫາຍຂໍສະແດງຄວາມຍິນດີ ແລະ ປິຕິຊົມເຊີນເປັນຢ່າງຍິ່ງ, ພ້ອມທັງຂໍສະແດງຄວາມດີໃຈ ທີ່ສຳນັກຂ່າວສານຫວຽກນາມ (VNA) ໄດ້ໃຫ້ຄວາມສຳຄັນຕໍ່ພັກ-ລັດຂອງ ສປປ ລາວ ໃນການສ້າງເງື່ອນໄຂໃຫ້ໄດ້ມີໂອກາດສະແດງຄວາມຄິດເຫັນຕໍ່ກັບວັນສຳຄັນຕ່າງໆ ຂອງພັກ ແລະ ຂອງຊາດ ຫວຽດນາມ; ການສຳພາດໃນມື້ນີ້.
ສະຫາຍໄດ້ຕີລາຄາຕໍ່ບົດບາດຂອງສື່ມວນຊົນ ແລະ ນັກຂ່າວໃນຍຸກຂອງການປະຕິວັດ 4.0 ແລະ ເຕັກໂນໂລຊີ ປັນຍາປະດິດ (AI), ໂອກາດ ແລະ ສິ່ງທ້າທາຍ ສໍາລັບນັກຂ່າວ ປັດຈຸບັນ, ສື່ມວນຊົນ ໄດ້ຫັນມານໍາໃຊ້ສື່ສັງຄົມອອນລາຍ ເຊັ່ນ: facebook, youtube, Zalo, tiktok,… ໃນການເຜີຍແຜ່ຂໍ້ມູນ-ຂ່າວສານ; ຂະນະທີ່ບັນດາເຕັກໂນໂລຊີຕ່າງໆ ເປັນຕົ້ນ AI ກໍກໍາລັງພັດທະນາຢ່າງກ້າວກະໂດດ ໂດຍສະເພາະແມ່ນທາງດ້ານເຕັກໂນໂລຊີທີ່ສາມາດປະມວນພາບ ແລະ ຂໍ້ຄວາມຕາມທີ່ຜູ້ໃຊ້ປ້ອນຂໍ້ມູນໃຫ້ ຊຶ່ງເປັນປະໂຫຍດໃນການຊ່ວຍເຫຼືອໃຫ້ຜູ້ໃຊ້ ລວມທັງຜູ້ທີ່ຢູ່ໃນຂົງເຂດສື່ມວນຊົນ ເຮັດວຽກໄດ້ສະດວກ ແລະ ໄວຂຶ້ນ ເຮັດໃຫ້ AI ກໍາລັງເປັນທີ່ແຜ່ຫຼາຍໄປຍັງອຸດສາຫະກຳຕ່າງໆ ລວມທັງສື່ມວນຊົນ ແລະ ເປັນກາລະໂອກາດໃນການພັດທະນາບຸກຄະລາກອນສື່ມວນຊົນ ແລະ ການສ້າງສັນຜົນງານໃໝ່ ຕາມຄວາມນິຍົມຂອງສັງຄົມ, ທີ່ອາດສາມາດຫັນປ່ຽນການໂຄສະນາແນວທາງນະໂຍບາຍຂອງພັກ ໄປສູ່ຮູບການໂຄສະນາແບບໃໝ່ ເປັນຊ່ອງທາງທີ່ໄວໜຸ່ມກຳລັງຕິດຕາມ ແລະ ໃຫ້ຄວາມສົນ ໃຈ. ແຕ່ເຖິງຢ່າງໃດກໍຕາມ, ໃນຫຼາຍປະເທດກໍຍັງນໍາໃຊ້ຢ່າງມີຄວາມລະມັດລະວັງ ເພາະການນໍາເຕັກໂນໂລຊີ AI ມີສ່ວນເຮັດວຽກບັນດາສື່ມວນຊົນ ນໍາມາຫຼາຍບັນຫາ ທີ່ກະທົບຕໍ່ຈັນຍາບັນຂອງນັກຂ່າວ ຊຶ່ງບາງປະເທດທີ່ລະບົບເຕັກໂນໂລຊີນີ້ ບໍ່ທັນຮອງຮັບພາສາໄດ້ດີ ເວລາປ້ອນຂໍ້ມູນໃຫ້ລະບົບເຕັກໂນໂລຊີ AI ເຮັດວຽກມັກຈະມີຂໍ້ມູນທີ່ຜິດພາດ, ການຄໍານວນໂຕເລກຜິດ ແລະການໃຊ້ພາສາທີ່ບໍ່ເໝາະສົມ, ມີການກ່າຍເນື້ອໃນຈາກສຳນັກຂ່າວອື່ນທີ່ມາຂອງຂໍ້ມູນບໍ່ຈະແຈ້ງ ແລະ ອຶ່ນໆ.
ສະນັ້ນ ເມື່ອເຫັນໄດ້ເຖິງບົດບາດຂອງສື່ມວນຊົນ ແລະ ນັກຂ່າວໃນຍຸກຂອງການປະຕິວັດ 4.0ແລະເຕັກໂນໂລຊີປັນຍາປະດິດ (AI) ມີທັງໂອກາດແລະສິ່ງທ້າທາຍສໍາລັບນັກຂ່າວໃນການເຄື່ອນໄຫວປະຕິບັດວຽກງານດ້ານການຂ່າວ ຄືດັ່ງຍົກຂຶ້ນມານັ້ນ; ອົງການສື່ມວນຊົນ ຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ສ້າງເງື່ອນ ໄຂໃນການພັດທະນານັກຂ່າວ ໃຫ້ມີຄວາມສຳນານໃນການນໍາໃຊ້ເຕັກໂນໂລຊີ ແລະ ຕິດພັນກັບການກຳ ແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍ ແລະ ຈັນຍາບັນນັກຂ່າວ, ບໍ່ຄວນອີງໃສ່ແຕ່ເຕັກໂນໂລຊີຈົນຫຼາຍເກີນໄປ; ຕິດຕາມຢ່າງໃກ້ຊິດບັນດາສື່ສັງຄົມອອນລາຍ ເພື່ອຄົ້ນເຫັນ ແລະ ຕີຖອຍຂໍ້ມູນ-ຂ່າວສານ ທີ່ບິດເບື່ອນໃສ່ຮ້າຍປ້າຍສີ ເພື່ອສ້າງໃຫ້ສັງຄົມເຂົ້າໃຈ ແລະ ທັງເປັນການຍົກສູງບົດ ບາດຂອງສື່ມວນຊົນ.
ບົດບາດຂອງສື່ມວນຊົນປະຕິວັດຫວຽນາມ, ໃນພາລະກິດແຫ່ງການຕໍ່ສູ້, ປ້ອງກັນປະເທດຊາດ ແລະ ສ້າງສາພັດທະນາປະເທດຂອງຫວຽດນາມ. ສາມາດຕີລາຄາໄດ້ວ່າ: ສື່ມວນຊົນມີບົດບາດສໍາຄັນພິເສດ ຊຶ່ງເກີດຂຶ້ນພ້ອມກັບການຕໍ່ສູ້ປົດປ່ອຍປະເທດຊາດຫວຽດນາມ, ບັນດາຜູ້ເຮັດວຽກສື່ມວນຊົນໄດ້ເຮັດໜ້າທີ່ອັນໜັກໜ່ວງ ກາຍເປັນມູນເຊື້ອອັນສະຫງ່າອົງອາດ ແລະ ໜ້າພາກພູມໃຈຕໍ່ສື່ມວນຊົນປະຕິວັດຫວຽດນາມ. ບັນຫາທີ່ສໍາຄັນໃນການເຮັດວຽກສື່ມວນຊົນ ກໍແມ່ນເຮັດການປະຕິວັດ, ເຮັດວຽກສື່ແມ່ນຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນ. ຄືປະທານ ໂຮ່ຈີມິນ ເວົ້າວ່າ: “ພະນັກງານສື່ມວນຊົນ ກໍແມ່ນນັກຮົບປະຕິວັດ, ບິກ ແລະ ເຈ້ຍ ແມ່ນອາວຸດອັນແຫຼມຄົມຂອງເຂົາເຈົ້າ”.
ຕະຫຼອດການນໍາພາເຄື່ອນໄຫວການປະຕິວັດ ໄລຍະຕໍ່ສູ້ກູ້ຊາດ ກໍຄືການສ້າງສາພັດທະນາປະ ເທດຊາດ ຂອງພັກກອມມູນິດຫວຽດນາມ ໄລຍະຜ່ານມາ ປະສົບຜົນສໍາເລັດນັ້ນ ສື່ມວນຊົນໄດ້ມີບົດບາດສໍາຄັນຍິ່ງ ໃນການເຜີຍແຜ່ແນວທາງ, ປຸກລະດົມຂົນຂວາຍ ປະຊາຊົນເຂົ້າຮ່ວມ. ເຫັນວ່າຍາມໃດ ພັກ-ລັດຫວຽດນາມ ລ້ວນແຕ່ເອົາໃຈໃສ່ກໍ່ສ້າງ ແລະ ພັດທະນາສື່ມວນຊົນປະຕິວັດຫວຽດນາມ ຖືນັ້ນແມ່ນໜຶ່ງໃນບັນດາພາຫະນະເພື່ອປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ຕ້ານບັນດາທັດສະນະຜິດເຂວ, ປໍລະປັກ. ຍ້ອນແນວນັ້ນ, ພື້ນຖານສື່ມວນຊົນປະຕິວັດຫວຽດນາມ ສາມາດຍາດໄດ້ຫຼາຍຜົນງານ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາປະເທດ ເວົ້າລວມ ແລະ ການປົກປັກຮັກສາແນວຄິດຂອງພັກ
ວັນສື່ມວນຊົນຫວຽດນາມ ຄົບຮອບ 100 ປີ (21/6/1925-21/6/2025) ໂດຍປະທານ ໂຮ່ຈີມິນ ເປັນຜູ້ສ້າງຕັ້ງ ເປັນຂີດໝາຍປະຫວັດສາດແຫ່ງການກໍາເນີດຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ. ຄວາມໝາຍປະຫວັດສາດນັ້ນ ຖັນແຖວສື່ມວນຊົນປະຕິວັດຫວຽດນາມ ຜ່ານໄລຍະທາງອັນຍາວນານໃນການຕໍ່ສູ້ອັນມີກຽດສະຫງ່າ, ຮ່ວມເດີນທາງກັບປະເທດຊາດ ແລະ ປະຊາຊົນຫວຽດນາມ ສົມກັບເປັນກໍາລັງຫຼັກແຫຼ່ງ, ນໍາໜ້າໃນບັ້ນຮົບແນວຄິດ – ວັດທະນະທໍາ, ໄດ້ເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອພາລະກິດການຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ປັດຈຸບັນ, ເຫັນວ່າສື່ມວນຊົນຫວຽດນາມ ພວມຍູ້ແຮງການຫັນປ່ຽນເປັນດີຈີຕອນ, ການເຄື່ອນໄຫວຂອງບັນດາອົງການສື່ມວນຊົນ ໄດ້ຫັນປ່ຽນໄປສູ່ຮູບແບບອົງການສື່ທີ່ມີຫຼາຍຜະລິດຕະພັນ, ຫຼາຍພື້ນຖານ, ປະຕິ ບັດດ້ວຍປະເພດສື່, ສະໜອງການບໍລິການດ້ານໂທລະຄົມ ຕອບສະໜອງຄວາມຕ້ອງການຂໍ້ມູນຂ່າວສານນັບມື້ສູງຂຶ້ນ ແລະ ຫຼາກຫຼາຍສີສັນຂອງມວນຊົນ. ພ້ອມກັນນັ້ນກໍເຫັນວ່າ ໃນສະພາບການເກີດມີສື່ສັງຄົມອອນລາຍ, ຂ່າວປອມເກີດຂຶ້ນຫຼາຍ, ສື່ມວນຊົນຕ້ອງປະເຊີນໜ້າກັບໄພອັນຕະລາຍຂອງສື່ສັງຄົມອອນລາຍຄອບຄອງ ໂດຍສະ ເພາະແມ່ນຂ່າວກ່ຽວກັບບັນຫາຫຍໍ້ທໍ້ໃນສັງຄົມ, ການພັດທະນາຂອງເຕັກໂນໂລຊີໂທລະຄົມມະນາ ຄົມ ທັງສ້າງໂອກາດ ທັງສ້າງສິ່ງທ້າທາຍໜັກໜ່ວງຕໍ່ສື່ມວນຊົນ.
ສະຫາຍໄດ້ເຫັນວ່າ ຈາກແນວຄິດ ຂອງປະທານ ໂຮ່ຈີມິນ ຕໍ່ກັບອາຊີບສື່ໃນປັດຈຸບັນ ແມ່ນມີຄວາມສໍາຄັນພິເສດ ເພາະການເຮັດວຽກສື່ແມ່ນເນື້ອໃນສໍາຄັນດ້ານແນວຄິດ ຊຶ່ງມີຄຸນຄ່າທາງທິດສະດີ ແລະ ພຶດຕິກໍາຕົວຈິງທີ່ເລິກເຊິງ ປະກອບສ່ວນອັນໃຫຍ່ຫຼວງການໃນວຽກກໍານົດທິດ ແລະ ສຶກສາອົບຮົມໃຫ້ນັກຂ່າວຄົນລຸ້ນໃໝ່ ຫວຽດນາມ ມີຄົບທັງຄຸນສົມບັດ, ຄວາມສາມາດ ກາຍເປັຮກໍາລັງນໍາໜ້າໃນແນວຮົບສື່ມວນຊົນ. ສະນັ້ນ ນັກສື່ມວນຊົນ ຕ້ອງມີຫຼັກໝັ້ນການເມືອງໜັກແໜ້ນ, ສັດຊື່ຕໍ່ພັກ, ຕໍ່ປະຊາຊົນ ແລະ ຕິດພັນກັບປະຊາຊົນ, ໝົດຈິດໝົດໃຈຮັບໃຊ້ປະຊາຊົນ, ນັກສື່ມວນຊົນ ຕ້ອງມີຄວາມອົດທົນ, ຝຶກຝົນຕົນເອງ ຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ.