ພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70ປີ (20/07/1955 – 20/07/2025)


ເພື່ອຫວນຄືນປະຫວັດມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກໍ່ຄືພາລະກິດພັດທະນາແມ່ຍິງລາວ. ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70ປີ ຂຶ້ນໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ໂດຍການເປັນປະ ທານ ແລະ ປາຖະກະຖາຂອງທ່ານ ນາງ ອາລີ ວົງຫນໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະ ພັນແມ່ຍິງລາວ; ເຂົ້າຮ່ວມມີ: ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາ ຊົນ, ຕາງຫນ້າຈາກ3ອົງການຈັດຕັ້ງມະຫາຊົນ, ບັນດາຫົວຫນ້າກົມ, ຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ພ້ອມດ້ວຍສະ ມາຊິກສະຫະ ພັນແມ່ຍິງທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ນາງ ຈັນສຸກ ພິມມະວັນ ປະທານສະຫະພັນແມ່ຍິງ ຄອສພ ຂຶ້ນກ່າວຈຸດປະສົງໃນການປາຖະກະຖາຄັ້ງນີ້ເພື່ອຫວນຄືນມູນເຊື້ອແຫ່ງການການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງລາວ, ເພື່ອນຳໄປຜັນຂະຫຍາຍໃຫ້ກ້ວາງຂວາງ ແລະ ທົ່ວເຖິງ.
ຫຼັງຈາກນັ້ນ ທ່ານ ນາງ ອາລີ ວົງຫນໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວໄດ້ໃຫ້ກຽດກ່າວຫວນຄືນມູນເຊື້ອແຫ່ງການການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານໃນແຕ່ລະໄລຍະ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ, ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ນັບແຕ່ຄັ້ງທີ I-VIII, ມູນເຊື້ອອັນດີງາມຂອງສະຫະພັນແມ່ຍິງລາວ ແລະ ການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສ້າງສາພັດທະນາປະເທດຊາດໃນໄລຍະໃໝ່; ສະຫະພັນແມ່ຍິງລາວ ໄດ້ເອົາໃຈໃສ່ສຶກສາອົບຮົມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມແມ່ຍິງລາວເຂົ້າຮ່ວມຢ່າງຕັ້ງໜ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະການພັດທະນາແມ່ຍິງໃນທຸກດ້ານ, ຊຶ່ງໃນນັ້ນ, ສະຫະພັນແມ່ຍິງລາວໄດ້ເອົາໃຈໃສ່ຕໍ່ການສຶກສາອົບຮົມການເມືອງ-ແນວຄິດດ້ວຍຫຼາຍວິທີເປັນຕົ້ນ: ການໂຄສະນາຜ່ານສື່ຂອງສະຫະພັນແມ່ຍິງລາວເຊັ່ນ: ໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ ແລະ ເວັບໄຊ ໃນການໂຄສະນາ ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ;ມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຜົນງານການເຄື່ອນໄຫວຂອງ ສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ, ບຸກຄົນ, ຄອບຄົວ, ການຈັດຕັ້ງທີ່ເປັນຕົວແບບໃນດ້ານຕ່າງໆຢ່າງກວ້າງຂວາງ; ເຊິ່ງແມ່ຍິງລາວ ຍາມໃດກໍເປັນສັນຍາລັກທາງດ້ານວັດທະນະທໍາອັນຈົບງາມ ຂອງຊາດທີ່ມີຄວາມສຸພາບຮຽບຮ້ອຍ, ຄວາມນິ້ມນວນອ່ອນຫວານ, ສະຫງ່າງາມ, ມີຄວາມຮັກໄຄ່,ໂອບເອື້ອອາລີ, ມີຄວາມອົດທົນ, ເສຍສະຫຼະ ແລະ ດຸໝັ່ນຂະຫຍັນພຽນໃນການດໍາລົງຊີວິດ ເຊິ່ງເປັນສ່ວນປະກອບອັນສໍາຄັນທີ່ສຸດເຂົ້າໃນການຈັດຕັ້ງໃນການປະຕິບັດໜ້າທີ່ຕ່າງໆໃຫ້ປະກົດເປັນຈິງເທື່ອລະກ້າວ “ດັ່ງສູນທອນພົດຂອງ ທ່ານ ຄຳໄຕ ສີພັນດອນ ບາງຕອນທີ່ກ່າວຕໍ່ກອງປະຊຸມໃຫຍ່ຄັ້ງທີ III ຂອງແມ່ຍິງລາວ ທົ່ວປະເທດວ່າ: “ຫາກມີແມ່ທີ່ດີຫຼາຍເທົ່າໃດ ປະເທດເຮົາກໍຈະມີຜົວທີ່ດີ ແລະ ມີລູກຫຼານທີ່ດີຫຼາຍເທົ່ານັ້ນ, ມີແມ່ດີພໍ່ດີ ແລະ ລູກດີ, ຄອບຄົວກໍຈະມີຄວາມເອກະພາບ ແລະ ມີຄວາມອົບອຸ່ນເບີກ ບານ ຖ້າຫາກວ່າ ຄອບຄົວໃດກໍເປັນຄືແນວນັ້ນ ພວກເຮົາກໍຈະມີກຳລັງແຮງຊຸກດັນໃຫ້ຂະບວນການຕ່າງໆກ້າວຂຶ້ນເຮັດໃຫ້ທົ່ວສັງຄົມມີສັນຕິສຸກ, ມີບັນຍາກາດແຈ່ມໃສ, ຊື່ນບານ ແລະ ເຂັ້ມແຂງ.”