ຄອນສະຫວັນ ຄອນ

ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ

ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ     ໃນວັນທີ 05 ທັນວາ 2024, ທີ່ຫ້ອງປະຊຸມຊັ້ນ5 ຄະນະໂຄສະນາອົບຮົມສູນກາງພັກ ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ  ສະມາຊິກພັກທັງສອງກົມເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຕາງໜ້າເລຂາໜ່ວຍພັກຂື້ນມີຄຳເຫັນຕໍ່ສອງສະຫາຍສະມາຊິກພັກສຳຮອງທີ່ຈະເລື່ອນຂຶ້ນເປັນສະມາຊິກພັກສົມບູນໃນຄັ້ງນີ້ວ່າ: ການສືບຕໍ່ສ້າງພະນັກງານສືບທອດຜູ້ທີ່ມີຕາມມາດຖານເງື່ອນໄຂຄົບຖ້ວນ ແລະ ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕົນເອງ, ການກໍ່ສ້າງສະມາຊິກພັກຜູ້ຫ້າວຫັນແມ່ນແນໃສເພີ່ມກຳລັງແຮງເຂົ້າໃນຖັນແຖວສະມາຊິກພັກ-ພະນັກງານໃຫ້ເປັນກຳລັງແຮງໜຸ່ມແໜ້ນເພື່ອສືບທອດພາລະກິດຂອງພັກໃນອະນາຄົດ. ຫຼັງຈາກນັ້ນກໍໄດ້ຈັບມືຮັບເອົາ 2 ສະຫາຍສະມາຊິກພັກສົມບູນໃໝ່ເຂົ້າດຳເນີນຊີວິດໜ່ວຍພັກແຕ່ລະກົມຕາມກົດລະບຽບຂອງພັກ. ໃນຕອນທ້າຍພິທີ ສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີຄຳເຫັນໂອ້ລົມເຊິ່ງກ່ອນອຶ່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາສະມາຊິກພັກໃໝ່ ທັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກໃໝ່ນີ້ຈົ່ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ຢ່າງເຂັ້ມງວດໂດຍສະເພາະ 11 ຂໍ້ຫ້າມ, ສິດຂອງສະມາຊິກພັກສົມບູນ 11 ຂໍ້, […]

ກອງປະຊຸມຝຶກອົບຮົມແນະນຳວິທີວິທະຍາ ການຂຽນສະຫຼຸບ 40 ປີການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ

ກອງປະຊຸມຝຶກອົບຮົມແນະນຳວິທີວິທະຍາ ການຂຽນສະຫຼຸບ 40 ປີການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ໃນຕອນເຊົ້າວັນທີ 04 ທັນວາ 2024 ຫ້ອງການສະພາທິດສະດີສູນກາງພັກ ຈັດກອງປະຊຸມຝຶກອົບຮົມກອງປະຊຸມຝຶກອົບຮົມແນະນຳວິທີວິທະຍາ ການຂຽນສະຫຼຸບ 40

ທ່ານ ນ. ວິລະວອນ ພັນທະວົງ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເຮັດວຽກ ຢູ່ແຂວງ ເຊກອງ

ເພື່ອຕິດຕາມ, ຊຸກຍູ້ວຽກງານການເມືອງ – ແນວຄິດ, ວຽກງານໂຄສະນາອົບຮົມ ຢູ່ທ້ອງຖິ່ນ ໃຫ້ດໍາເນີນໄປປົກກະຕິ, ທັງມີການຫັນປ່ຽນຢ່າງຕັ້ງໜ້າ

ປະທານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມວຽກງານກຳມະບານ ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາອົບຮົມ ແລະ ຂ່າວສານ ຂອງກໍາມະບານຈີນ”

ປະທານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມວຽກງານກຳມະບານ ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາອົບຮົມ ແລະ ຂ່າວສານ ຂອງກໍາມະບານຈີນ” ໃນວັນທີ 25 ພະຈິກ2024, ຄະນະຜູ້ແທນສະຫະພັນກຳມະບານລາວ ໄດ້ເຂົ້າຮ່ວມຝຶກອົບຮົມຢູ່ທີ່ ສປ ຈີນ ໃນຫົວຂໍ້ “ສ້າງຄວາມເຂັ້ມແຂງວຽກງານກຳມະບານໂຄສະນາອົບຮົມ ແລະ ວຽກງານຂ່າວສານ” ນຳໂດຍທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ,ປະທານສະຫະພັນກຳມະບານ

ພົບປະສອງຝ່າຍ ລະຫວ່າງສະພາທິດສະດີສູນກາງພັກປະ​ຊາ​ຊົນ​ປະ​ຕິ​ວັດລາວ ແລະ ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດນາມ

ພົບປະສອງຝ່າຍ ລະຫວ່າງສະພາທິດສະດີສູນກາງພັກປະ​ຊາ​ຊົນ​ປະ​ຕິ​ວັດລາວ ແລະສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດນາມ ໃນໂອກາດມາຮ່ວມກອງ​ປະ​ຊຸມສໍາມະນາທິດສະດີ ຄັ້ງ​ທີ XI ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ

1 2 3 4 5 14