“ວັນທີ 22 ກຸມພາ 2025, ການນຳສູງສຸດ ຂອງພັກ-ລັດສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈັຍ ໄດ້ມີການພົບປະກັນ (ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີ) ຢູ່ນະຄອນໂຮຈີມິນ ສສຫວຽດນາມ”.
ໃນການພົບປະຂອງສາມການນໍາສູງສຸດຂອງພັກ-ລັດ 3 ຊາດ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນໃນໄລຍະມໍ່ໆມານີ້ທັງແຈ້ງໃຫ້ກັນຊາບກ່ຽວກັບສະພາບ ການຂອງແຕ່ລະພັກ, ແຕ່ລະປະ ເທດ ໃນປີທີ່ຜ່ານມາ; ຕີລາຄາໝາກຜົນຂອງການຮ່ວມມື ແລະ ວາງທິດທາງການຮ່ວມມື ລະ ຫວ່າງ ສາມພັກ, ສາມປະເທດໃນຕໍ່ໜ້າ.
ໃນການພົບປະຄັ້ງນີ້ທັງສາມຊາດໄດ້ມີຄວາມເປັນເອກະພາບສູງພ້ອມກັນຕີລາຄາຕໍ່ບັນຫາທີ່ສຳຄັນດັ່ງນີ້:
- ສາມການນໍາສູງສຸດ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ທີ່ສາມ ພັກ, ສາມປະເທດ ສາມາດຍາດມາໄດ້ ເປັນຕົ້ນແມ່ນ ຮັບປະກັນໄດ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະ ກິດຂະຫຍາຍຕົວຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມໝັ້ນຄົງ ແລະ ນັບມື້ນັບໄດ້ຮັບການ ປັງປຸງເທື່ອລະກ້າວ;
- ສາມຝ່າຍ ເນັ້ນໜັກວ່າ ສາຍພົວພັນອັນໃກ້ຊິດ, ສະໜິດແໜ້ນ ແລະ ມີຄວາມໝາຍຍຸດທະສາດ ລະຫວ່າງສາມປະເທດ, ເນັ້ນ ໜັກເຖິງສະຖຽນລະພາບ, ຄວາມສະຫງົບ ແລະ ການພັດທະນາຂອງປະເທດນີ້ ກໍຈະເປັນສະຖຽນລະພາບ, ຄວາມສະຫງົບ ແລະ ການພັດທະນາຂອງອີກສອງປະເທດທີ່ຍັງເຫລືອ;
- ພ້ອມກັນນັ້ນ ກໍຢືນຢັນຕໍ່ກັບນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງສາມພັກ, ສາມປະເທດ ເຊິ່ງຍາມໃດກໍໃຫ້ບຸລິມະສິດອັນດັບຕົ້ນແກ່ການພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສາມພັກ, ສາມລັດ ແລະ ປະຊາຊົນສາມປະເທດລາວ-ຫວຽດນາມ-ກໍາປູເຈຍ;
- ສາມການນໍາສູງສຸດ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງ ສາມປະເທດສາມາດ ບັນລຸໄດ້ຫລາຍຜົນສໍາເລັດເປັນທີ່ເພິ່ງພໍໃຈ ແລະ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ;
- ໃນນັ້ນ, ການພົວພັນທາງດ້ານການເມືອງ ສືບຕໍ່ເປັນພື້ນຖານໃຫ້ແກ່ການພົວພັນສາມພັກ, ມີບົດບາດໃນການກໍານົດ ທິດໃຫ້ແກ່ການພົວພັນຂອງສາມປະເທດ;
- ການພົວພັນທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການ ຊຸກຍູ້ຢ່າງມີປະສິດທິຜົນ;
- ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ມີບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າ;
- ໃນທ່າມກາງສະພາບການພາກພື້ນ ແລະ ໂລກ ສືບຕໍ່ຜັນແປໄປຢ່າງສັບສົນ, ຄາດຄະເນໄດ້ຍາກ, ສາມຝ່າຍ ເຫັນດີເປັນເອກະພາບ ສືບຕໍ່ເຮັດໃຫ້ການພົວພັນລະຫວ່າງສາມພັກ, ສາມປະເທດ ເລິກເຊິ່ງຮອບດ້ານ ແລະ ເປີດກວ້າງໃຫ້ຫລາຍຂຶ້ນກວ່າເກົ່າ, ຮັດແໜ້ນ, ໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ການພົວພັນລະຫວ່າງບັນດາສະຫາຍການນໍາຂັ້ນສູງ;
- ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຮ່ວມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກ ຄີທີ່ສະໜິດສະໜົມລະຫວ່າງ ສາມປະເທດ, ຖືສິ່ງດັ່ງກ່າວ ເປັນມໍລະ ດົກອັນລໍ້າຄ່າ, ເປັນກົດເກນພາວະວິໄສ ສໍາລັບການຮັບປະກັນແວດລ້ອມ ສັນຕິພາບ, ຄວາມສະຫງົບ ແລະ ພັດທະນາຂອງແຕ່ລະປະເທດ;
- ເຫັນດີເປັນເອກະພາບ ຮັກສາ ແລະ ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນຊັ້ນຄົນຕ່າງໆໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມໃຫ້ເຂົ້າໃຈແຈ້ງ ແລະ ຈົດຈໍາມູນເຊື້ອຄວາມສາມັກຄີອັນສະໜິດແໜ້ນນີ້ໄວ້ຕະ ຫລອດໄປ;
- ສາມຝ່າຍ ຍັງເຫັນດີເປັນເອກະພາບ ປັບປຸງເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນການຮັບມືຢ່າງມີປະສິດທິຜົນ ຕໍ່ກັບບັນດາສິ່ງທ້າທາຍ ຄວາມບໍ່ສະຫງົບຮູບແບບເກົ່າ ແລະ ຮູບແບບ ໃໝ່;
- ເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານ, ໃຫ້ຄໍາປຶກສາຫາລື, ປະສານສົມທົບຢ່າງສະໜິດແໜ້ນ, ສະໜັບສະໜູນ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງກັນ ແລະ ກັນ, ຮ່ວມກັນຮັບມືກັບບັນດາສິ່ງທ້າທາຍລວມ;
- ສາມການ ນໍາສູງສຸດ ເນັ້ນໜັກເຖິງການສືບຕໍ່ສ້າງບາດກ້າວບຸກທະລຸໃນການຮ່ວມມືທາງດ້ານເສດຖະກິດ, ຍູ້ແຮງການເຊື່ອມຈອດສາມພື້ນຖານເສດຖະກິດ ເປັນຕົ້ນແມ່ນ ການເຊື່ອມຈອດດ້ານຄົມມະນາຄົມ, ການຄ້າ ແລະ ການທ່ອງທ່ຽວ;
- ຍູ້ແຮງການຮ່ວມມືດ້ານວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ ບົນພື້ນນຖານການເສີມຂະຫຍາຍ ຄວາມອາດສາມາດ, ທ່າແຮງຂອງແຕ່ລະປະເທດ;
- ສາມການນໍາສູງສຸດ ເຫັນດີເປັນເອກະພາບ ເສີມ ຂະຫຍາຍຢ່າງມີປະສິດທິຜົນ ບັນດາກົນໄກ, ຮູບແບບການຮ່ວມມືທີ່ມີຢູ່ໃນປັດຈຸບັນ, ສືບຕໍ່ແລກປ່ຽນ, ຊອກຫາຮູບແບບວິທີໃໝ່ ເພື່ອເຮັດໃຫ້ການຮ່ວມມືນັບມື້ນັບມີຄຸນນະພາບ, ມີປະສິດທິຜົນ, ແທດຕົວຈິງ ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະ ຜົນປະໂຫຍດລວມຂອງປະຊາຊົນສາມປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ໃນພາກພື້ນ ແລະ ຢູ່ໃນໂລກ.
ໃນໂອກາດດຽວກັນນີ້, ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ປະທານພັກປະຊາຊົນກໍາ ປູເຈຍ ສົມເດັດ ເຕໂຈ ຮຸນເຊນ ໄດ້ສົ່ງຄໍາອວຍພອນໄຊ ແດ່ ເລຂາທິການໃຫຍ່ ໂຕເລິມ ແລະ ບັນດາການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມທຸກທົ່ວໜ້າ ເນື່ອງໃນໂອກາດ ປີ 2025 ເປັນປີສະເຫຼີມສະຫຼອງວັນປົດປ່ອຍ ພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025), ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ແລະ ວັນເກີດປະທານ ໂຮ່ຈີ່ມິງ ຄົບ ຮອບ 135 ປີ (19/5/1890-19/5/ 2025).
ຕໍ່ກັບທິດຊີ້ນຳຂອງສາມພັກທີ່ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດເຂົ້າສູ່ຕົວຈິງ ນາຍົກລັດຖະມົນຕີທັງສາມປະເທດເຊັ່ນ:
(ສອງ). ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ແລະ ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີແຫ່ງຣາຊານະຈັກກຳປູເຈຍ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືແລກ ປ່ຽນຢ່າງເລິກເຊິ່ງ ກ່ຽວກັບເນື້ອໃນຈິດໃຈ ແລະ ທິດຊີ້ນຳຂອງ 03 ຜູ້ນຳສູງສຸດຂອງ 03 ພັກ.
ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ທັງ 03 ໄດ້ສະແດງເຫັນດີເປັນເອກະພາບໃນການຫັນເອົາທິດ ຊີ້ນຳຂອງຜູ້ນຳສູງສຸດຂອງສາມພັກ ເປັນວຽກລະອຽດ ເພື່ອຊີ້ນຳລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງແຕ່ລະເທດ ນຳໄປຈັດຕັ້ງຜັນຂະຫຍາຍທິດນຳຂອງຜູ້ນຳສູງສຸດຂອງສາມພັກ ໃຫ້ປາກົດຜົນເປັນຈິງ, ສະແດງຄວາມປິຕິຊົມຊື່ນທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງ 03 ປະເທດ ຍາມໃດກໍໄດ້ຮັບການຊຸກຍູ້ຈາກບັນດາການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 03 ປະເທດ, ພວມມີບາດກ້າວພັດທະນາຢ່າງຕັ້ງໜ້າ, ປະກອບສ່ວນແທດຕົວຈິງເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືຂອງ 03 ປະເທດນັບມື້ນັບໄດ້ຮັບການພັດທະນາ.
- ບັນດາການນຳໄດ້ເນັ້ນໜັກເຖິງຄວາມສຳຄັນທາງຍຸດທະສາດ ຂອງສາຍພົວພັນມິດຕະພາບອັນສະໜິດສະໜົມ, ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງ 03 ປະເທດ;
- ນາຍົກລັດຖະມົນຕີ ທັງ 03 ປະເທດໄດ້ຢືນຢັນວ່າ: ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ການປະສານ ສົມທົບລະຫວ່າງ 03 ປະເທດຮັກສາການພົບປະຂັ້ນສູງເປັນປະຈຳ ແລະ ການຕິດຕໍ່ພົວພັນໃນທຸກຂົງເຂດ, ເພີ່ມທະ ວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ພິເສດແມ່ນບັນດາແຂວງທີ່ມີຊາຍແດນຮ່ວມກັນ ແລະ ການພົບປະແລກ ປ່ຽນປະຊາຊົນ;
- ຜັນຂະຫຍາຍບັນດາກົນໄກ ແລະ ຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານ, ທັດສະນະ ແລະ ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ;
- ສືບຕໍ່ເພີ່ມທະວີການຮ່ວມມື ດ້ານປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປົກປັກຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ສະກັດກັ້ນອາຊະຍາກຳຂ້າມຊາດເຊັ່ນ: ການຄ້າຢາເສບຕິດ, ການຄ້າມະນຸດ, ການຟອກເງິນ;
ຍຶດໝັ້ນ ຫລັກການບໍ່ໃຫ້ບຸກຄົນ ຫລື ກຳລັງໃດໜຶ່ງ ນຳໃຊ້ຜືນແຜ່ນດິນຂອງປະເທດໜຶ່ງ ສ້າງຄວາມເສຍຫາຍຕໍ່ຄວາມໝັ້ນຄົງ ຂອງປະເທດໜຶ່ງ, ຮ່ວມມືກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການພັດທະນາ;
- ນາຍົກລັດຖະມົນຕີທັງ 03 ຍັງໄດ້ເຫັນດີສືບຕໍ່ມີບັນດານະໂຍບາຍ, ມາດຕະການເພື່ອອຳນວຍຄວາມສະດວກ, ຊຸກຍູ້ການຄ້າ ແລະ ການລົງທຶນຕື່ມອີກ.
ໃນນັ້ນ, ມີການຄ້າຊາຍແດນ ແລະ ຊຸກຍູ້ລະບົບດ່ານຊາຍແດນທາງບົກລະຫວ່າງ 03 ປະເທດ;
- ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ ແລະ ການເຊື່ອມຕໍ່ເສດຖະກິດ ຂອງ 3 ປະເທດ;
- ສະແດງຄວາມຊົມເຊີຍ ແລະ ເຫັນດີສ້າງຕັ້ງກົນໄກຮ່ວມມືຂອງສາມລັດຖະມົນຕີວ່າການກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອເປັນເອກະພາບແຜນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 03 ປະເທດ, ປະຕິບັດຮູບແບບການທ່ອງທ່ຽວ “ໜຶ່ງເສັ້ນທາງ, ສາມຈຸດໝາຍ” ເຫັນດີເປັນເອກະພາບສົມທົບກັນຮັກສາຄວາມສາມັກຄີ ແລະ ຫລັກໝັ້ນ, ຮ່ວມກັນຊຸກຍູ້ບົດບາດການເປັນໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະ ບັນຫາພາກພື້ນສາມຝ່າຍມີຄວາມສົນໃຈຮ່ວມກັນ.