“ໜິ້ວໃນຖົງນໍ້າບີ” ໄພໃກ້ຕົວທີ່ບໍ່ຄວນເບິ່ງຂ້າມ

ໜິ້ວໃນຖົງນໍ້າບີໄພໃກ້ຕົວທີ່ບໍ່ຄວນເບິ່ງຂ້າມ

          ໜິ້ວໃນຖົງນໍ້າບີ (Gall Stone) ເປັນພະຍາດທີ່ສາມາດເກີດຂຶ້ນກັບທຸກຄົນໄດ້ ແລະ ມີຄວາມອັນຕະລາຍ ຖ້າບໍ່ຮີບປິ່ນປົວ ໜິ້ວໃນຖົງນໍ້າບີນັ້ນ ເກີດຈາກການຕົກຕະກອນຂອງຫີນປູນ ຫຼືຄໍເລສເຕີຣອລໃນນໍ້າບີ ເຮັດໃຫ້ເກີດມີໜິ້ວ  ໂດຍລັກສະນະໜິ້ວມີ 3 ປະເພດ ໄດ້ແກ່.

  1. ໜິ້ວຈາກຄໍເລສເຕີຣອລ (Cholesterol Stones) ອາດເປັນສີເຫຼືອງ ຂາວ ຂຽວ ເກີດຈາກການຕົກຕະກອນໄຂມັນ ເນື່ອງຈາກຄໍເລສເຕີຣອລເພີ່ມຫຼາຍຂຶ້ນໃນຖົງນໍ້າບີ.
  2. ໜິ້ວຈາກເມັດສີ (Pigment Stones) ອາດເປັນສີດໍາຄໍ້າ ເກີດຈາກຄວາມຜິດປົກກະຕິຂອງເລືອດ ເລືອດຈາງ ຕັບແຂງ.
  3. ໜິ້ວຂີ້ຕົມ (Mixed Gallstones) ເປັນຄ້າຍຂີ້ຕົມ ໜຽວ ເກີດຈາກການຕິດເຊື້ອໃກ້ຕັບ ທໍ່ນໍ້າບີ ແລະ ຕັບອ່ອນ.

ຈະຮູ້ໄດ້ຢ່າງໃດວ່າເປັນໜິ້ວ ?

ໂດຍທົ່ວໄປແລ້ວ ໜິ້ວໃນຖົງນໍ້າຈະມີການສະແດງອາການ ຫາກກ້ອນໜິ້ວຕິດຄ້າງຢູ່ທີ່ປາກທາງອອກຂອງຖົງນໍ້າບີ ແລະ ເກີດອາການອຸດຕັນ ການທຳງານຂອງລະບົບເຊິ່ງຈະສະແດງອາການດັ່ງນີ້:

  • ທ້ອງອືດ
  • ແໜ້ນທ້ອງ
  • ປວດໃຕ້ຮູຄໍ/ໃຕ້ກະດູກຂ້າງດ້ານຂວາ
  • ປວດທີ່ບ່າໄຫຼ່/ຫຼັງຂວາ
  • ປຸ້ນທ້ອງປວດຮາກ (ຖົງນໍ້າບີຕິດເຊື້ອ)
  • ມີໄຂ້ໜາວສັ່ນຕາເຫຼືອງ (ເມື່ອກ້ອນໜິ້ວອຸດໃນທໍ່ນໍ້າບີ)
  • ປັດສາວະສີເຂັ້ມ (ເມື່ອກ້ອນໜິ້ວອຸດໃນທໍ່ນໍ້າບີ)
  • ອຸດຈາລະສີຂາວ (ເມື່ອກ້ອນໜິ້ວອຸດໃນທໍ່ນໍ້າບີ)

ວິທີປ້ອງກັນໜິ້ວໃນຖົງນໍ້າບີຕ້ອງປະຕິບັດດັ່ງນີ້

  1. ຄວນຮັບປະທານອາຫານໃຫ້ກົງເວລາ ແລະ ຄົບຄາບທຸກວັນ(ເຊົ້າ, ສວຍ, ແລງ)
  2. ຄວນຄວບຄຸມນໍ້າໜັກ ແລະ ລະດັບໄຂມັນໃນເລືອດໃຫ້ຢູ່ໃນເກນປົກກະຕິ ເພື່ອປ້ອງກັນບໍ່ໃຫ້ມີການຫຼັ່ງຄໍເລສເຕີຣອລໃນນໍ້າບີຫຼາຍເກີນໄປ.
  3. ຫາກຕ້ອງການຫຼຸດນໍ້າໜັກ ຄວນຫຼຸດຢ່າງຖືກວິທີ ແລະ ຄ່ອຍເປັນຄ່ອຍໄປ ເພາະການທີ່ນໍ້າໜັກຫຼຸດລົງຢ່າງວ່ອງໄວ ຈະເຮັດໃຫ້ຕັບຫຼັ່ງຄໍເລສເຕີຣອລໃນນໍ້າບີຫຼາຍກວ່າປົກກະຕິ.

ທີ່ມາ: https://v2.vientianemai.net/archives/14731