ຄອນສະຫວັນ ຄອນ

ຫລັກການພື້ນຖານຂອງອາຊຽນ:

ຫລັກການພື້ນຖານຂອງອາຊຽນ ອາຊຽນຖືວ່າເປັນອົງການຈັດຕັ້ງທີ່ຢຶດຫມັ້ນໃນຫລັກການຂອງຄວາມ ປານີປານອມ, ການຜ່ອນສັ້ນຜ່ອນຍາວ ແລະ ດວ້ຍຄວາມສະຫມັກໃຈຂອງບັນດາ ປະເທດສະມາຊິກເປັນຕົ້ນຕໍ, ໃນການຕັດສິນໃຈ ຫລື ການຕົກລົງບັນຫາໃດຫນຶ່ງແມ່ນ ອີງໃສ່ຫລັກການຂອງການປຶກສາຫາລືລະຫວ່າງປະເທດສະມາຊິກເພື່ອໃຫ້ບັນລຸໄດ້ ເຖິງຄວາມເປັນເອກະສັນ, ສິ່ງສໍາຄັນທີ່ສຸດແມ່ນການຫລີກລຽງການອ້າງສິດ ຫລື ການແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ ໂດຍສະເພາະແມ່ນ ທາງດ້ານການເມືອງ ແລະ ຄວາມຫມັ້ນຄົງເຊິ່ງຮູ້ກັນໂດຍທົ່ວໄປກໍ່ຄື: ວິຖີທາງອາ ຊຽນ ຫລື ASEAN WAY ຫມາຍຄວາມວ່າ ຮ່ວມມືກັນໂດຍປັດສະຈາກການໃຊ້ ຄວາມຮຸນແຮງຕໍ່ກັນ, ເຖິງແມ່ນວ່າ ແຕ່ລະປະເທດສະມາຊິກອາຊຽນຈະມີຄວາມ ແຕກຕ່າງກັນໃນດ້ານໂຄງສ້າງທາງການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳກໍຕາມ. ສະນັ້ນ, ເພື່ອເຮັດໃຫ້ວັດຖຸປະສົງທີ່ກ່າວມາຂ້າງເທິງຖືກ ນໍາໄປຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທຳ, ບັນດາປະເທດສະມາຊິກອາຊຽນ ຈິ່ງໄດ້ຢືນຢັນ ແລະ ຢຶດໝັ້ນໃນຫລັກການດັ່ງຕໍ່ໄປນີ້: ການເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເຫມີພາບ, ຜືນແຜ່ນດີນ ອັນຄົບຖວັນ ແລະ ເອກະລັກຂອງປະເທດສະມາຊິກອາຊຽນທັງປວງ. ມີຄວາມຜູກພັນ ແລະ ມີຄວາມຮັບຜິດຊອບຮວມກັນໃນການປົກປັກຮັກສາ ສັນຕິພາບ, ຄວາມ […]

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າພົບປະພິເສດກັບ ລັດຖະມົນຕີກະຊວງຖະແຫຼ່ງຂ່າວກຳປູເຈຍ

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າພົບປະພິເສດກັບ ລັດຖະມົນຕີກະຊວງຖະແຫຼ່ງຂ່າວກຳປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດສື່ມວນຊົນເອຊີຄັ້ງທີ 20 (20th Asia Media Summit) ທີ່ປະເທດກຳປູເຈຍເປັນເຈົ້າພາບນີ້ ເຊິ່ງຈັດຂຶ້ນໃນວັນທີ 22 ກໍລະກົດ ປີ 2025 ທີ່ນະຄອນສຽມຣຽບ ປະເທດກຳປູເຈຍ.

ກອງປະຊຸມສໍາມະນາລະດັບຊາດ ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ”

ກອງປະຊຸມສໍາມະນາລະດັບຊາດ ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສົມທົບກັບ ສູນກາງແນວລາວສ້າງຊາດ

ພິທີລະນຶກເຖິງ ວັນທີ 15 ກໍລະກົດເຊິ່ງເປັນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດຕວັກກີ

ພິທີລະນຶກເຖິງ ວັນທີ 15 ກໍລະກົດເຊິ່ງເປັນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດຕວັກກີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມພິທີລະນຶກເຖິງ ວັນທີ 15 ກໍລະກົດ ວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດຕວັກກີ ຄົບຮອບ 9 ປີ ທີ່ສະຖາທູດຕວັກກີປະຈຳສປປ ລາວ, ນະຄອນຫຼວງວຽງຈັນ. ໃນພິທີ ທ່ານ ນາງ ໂອຢາ ຢາຊາ (Ms Oya Yazar) ເອກອັກຄະລັດຖະທູດຕວັກກີປະຈຳສ ປປ ລາວ ໄດ້ຂຶ້ນກ່າວຄຳປາໄສ ເພື່ອລະນຶກເຖິງເຫດການຄົບຮອບ 9 ປີ ເຊິ່ງເປັນເຫດການທີ່ສຳຄັນທີ່ສຸດໃນປະເທດຕວັກກີແລະ ຖືກຳນົດໃຫ້ເປັນ “ວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ” ຂອງປະເທດຕວັກກີ. ເຫດການທີ່ເກີດຂຶ້ນໃນຕອນຄ່ຳຂອງວັນທີ 15 ກໍລະກົດ, 2016, “ອົງກອນກໍ່ການຮ້າຍ ເຟທຸລີ” ໄດ້ພະຍາຍາມກໍ່ລັດຖະປະຫານຢ່າງນອງເລືອດຕ້ານປະຊາຊົນ ແລະ ໂຄ່ນລົ້ມລັດຖະບານຂອງຕວັກກີ.ກອງກຳລັງທະຫານໃນເຄືອຂອງ […]

ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມ ແລະ ພົບປະຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມ ແລະ ພົບປະຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 15 ກໍລະກົດ 2025 ທີ່ຫ້ອງຮັບແຂກຄະນະໂຄສະນາອົບຮົມສູນກາງພັກ ທ່ານ ນ. ເມແກນ ໂຈນສ (Megan Jones)

1 6 7 8 9 10 29