ໜ່ວຍພັກກົມຂໍ້ມູນຂ່າວສານ ເລື່ອນມະຫາຊົນກ້າວໜ້າຂຶ້ນ ເປັນສະມາຊິກພັກສຳຮອງ.
ໜ່ວຍພັກກົມຂໍ້ມູນຂ່າວສານ ຮັບມະຫາຊົນກ້າວໜ້າຂຶ້ນ ເປັນສະມາຊິກພັກສຳຮອງ. ໃນວັນທີ 19 ມີນາ 2021 ທີ່ຜ່ານມາ ໜ່ວຍພັກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ; ມີຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ຄອສພ ແລະ ພະນັກງານສະມາຊິກພັກສົມບູນ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ຄະນະຈັດຕັ້ງພິທີໄດ້ຂຶ້ນກ່າວຈຸດປະສົງ ຫຼັງຈາກນັ້ນໄດ້ສະເໜີໃຫ້ຕາງໜ້າສະມາຊິກພັກສຳຮອງຂື້ນຜ່ານໃບສະໝັກ. ຫຼັງຈາກນັ້ນ ສະຫາຍ ວັນຕຸລາ ຣັກນຸດ ເລຂາໜ່ວຍພັກ ກົມຂໍ້ມູນຂ່າວສານ ຂື້ນກ່າວຮັບເອົາສະມາຊິກພັກສຳຮອງໃໝ່ ທີ່ໄດ້ຜ່ານການຮຽນສະໜັບສະໜູນ ແລະ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ແລະ ຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດເປັນໄລຍະເວລາ 6 ເດືອນ. ຈາກນັ້ນ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກສໍາຮອງໃໝ່ ຊຶ່ງທ່ານໄດ້ຍົກໃຫ້ເຫັນທາດແທ້, ອຸດົມການ ແລະ ມູນເຊື້ອທີ່ອົງອາດ […]