ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.


ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີທີຈະມາເຖິງນີ້, ຂ້າພະເຈົ້າຂໍສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 68 ປີຜ່ານມາ ພັກເຮົາໄດ້ເປັນແກນນໍາພັກໃນການວາງແນວທາງອັນຖືກຕ້ອງສອດຄ່ອງ ກັບສະພາບຄວາມເປັນຈິງຂອງປະເທດເຮົາໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ ມີຜົນສໍາເລັດຫຼາຍດ້ານອັນໄດ້ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວ, ພື້ນຖານໂຄງຮ່າງໄດ້ຮັບການພັດທະນາຂະຫຍາຍຕົວ ແຕ່ຕົວເມືອງຮອດຊົນນະບົດ, ຕາໜ່າງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ມີການປັບປຸງຄຸນນະພາບ ໃຫ້ດີຂຶ້ນເລື້ອຍໆ, ມໍລະດົກ, ວັດທະນະທໍາອັນລໍ້າຄ່າຂອງຊາດ ໄດ້ຮັບການປົກປັກຮັກສາ ແລະ ບູລະນະ ສປປ ລາວ ໄດ້ມີການພົວພັນຮ່ວມມືກັບສາກົນນັບມື້ຫຼາຍຂຶ້ນອັນໄດ້ເຮັດໃຫ້ຊື່ສຽງ ແລະ ບົດບາດສູງຂຶ້ນໃນເວທີພາກພຶ້ນ ແລະ ສາກົນ.
ບັນດາຜົນສໍາເລັດທີ່ໄດ້ມານັ້ນ ແມ່ນຍ້ອນພັກໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນທີ່ສຸດຕໍ່ວຽກງານການເມືອງ-ແນວຄິດ ຊຶ່ງໄດ້ກໍານົດທິດທາງ-ໜ້າທີ່ຂອງວຽກງານຢ່າງມີຈຸດສຸມ, ເປັນລະບົບສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງແຕ່ລະໄລຍະ, ໄດ້ນໍາພາ-ຊີ້ນໍາປັບປຸງບັນດາອົງການເສນາທິການ ແລະ ບໍາລຸງສ້າງບຸກຄະລາກອນທີ່ເຮັດວຽກງານການເມືອງ-ແນວຄິດ ເພື່ອຍົກສູງຄຸນນະພາບຂອງວຽກງານການ ເມືອງ-ແນວຄິດໃຫ້ສູງຂຶ້ນ, ຖືວຽກງານການເມືອງ-ແນວຄິດເປັນກົກ, ມີບົດບາດ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານເຮັດໃຫ້ລະບົບແນວຄິດ, ທິດສະດີ, ແນວທາງນະໂຍບາຍຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດໃນທົ່ວສັງຄົມ, ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.
ໃນນາມສະມາຊິກພັກຜູ້ໜຶ່ງ ຍາມໃດກໍເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ປະເທດຊາດຂອງພວກເຮົາຈະສາມາດຜ່ານຜ່າບັນດາອຸປະສັກຄວາມຫຍຸ້ງຍາກຕ່າງໆ ນໍາພາປະເທດຊາດ ແລະ ປະຊາຊົນກ້າວເດີນໄປຕາມເສັ້ນທາງທີ່ໄດ້ກໍານົດໄວ້, ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ຂໍອວຍພອນໃຫ້ການນໍາພັກ-ລັດທຸກໆຂັ້ນ ຈົ່ງມີສຸຂະພາບພະລານາໄມສົມບູນ ແຂງແຮງ ສືບຕໍ່ນໍາພາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ ແລະ ພາບ: ໜັງສືພິມປະຊາຊົນ