ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ທີ່ ມະຫາວິທະຍາໄລແຫ່ງຊາດ.


ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ທີ່ ມະຫາວິທະຍາໄລແຫ່ງຊາດ.
ໃນຕອນເຊົ້າຂອງວັນທີ 15 ມີນາ 2023 ທີ່ຜ່ານມາ. ຢູ່ທີ່ສະໂມສອນ ຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ນາງ ວິລະວອນ ພັນທະວົງ, ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ສະຫາຍ ສິນທະວອນ ດາລາວົງ ຄະນະພັກ ມຊ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງຊາວໜຸ່ມ ມຊ, ສະຫາຍ ສີສຸພັນ ພົມມະນີວົງ, ຮອງເລຂາຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ທັງເປັນເລຂາຊາວໜຸ່ມ ມຊ ພ້ອມດ້ວຍບັນດາຄະນະບໍລິຫານງານຊາວໜຸ່ມ, ຜູ້ຕາງໜ້າຊາວໜຸ່ມຮາກຖານທົ່ວ ມຊ ຕະຫຼອດຮອດສະມາຊິກເຂົ້າຮ່ວມຫຼາຍກວ່າ 200 ສະຫາຍ.

ໃນພິທີ ສະຫາຍ ສີສຸພັນ ພົມມະນີວົງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມ ມຊ ທີ່ໄດ້ພ້ອມກັນສູ້ຊົນບຸກບືນ ໃນການຈັດຕັ້ງປະຕິບັດວຽກງານຕາມການມອບໝາຍໃນໄລຍະຜ່ານມາ ແລະ ຜົນສຳເລັດໃນແຕ່ລະດ້ານ.
ໃນພິທີ ເພື່ອເປັນການລະນຶກ ແລະ ຫວນຄືນເຖິງມູນເຊື້ອວັນສ້າງຕັ້ງພັກ ຄົບຮອບ 68 ປີ ທັງເປັນການເຮັດໃຫ້ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກ ໄດ້ຮັບຮູ້ເຂົ້າໃຈ ພ້ອມກັນນຳເອົາແບບຢ່າງທີ່ດີ ໄປນຳໃຊ້ເຂົ້າໃນວຽກງານຂອງຕົນ, ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ເລົ່າຫວນຄືນເຖິງມູນເຊື້ອຂອງພັກປະຊາ ຊົນປະວັດລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ວ່າ: ພັກປະຊາຊົນ ປະຕິວັດລາວ ກໍາເນີດຂຶ້ນໃນເງື່ອນໄຂປະເທດຊາດ ຕົກຢູ່ໃນແອກປົກຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່, ການກໍາເນີດຂອງພັກເຮົາ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ເພື່ອນໍາພາປະຊາຊົນລາວທັງຊາດຕໍ່ສູ້ກູ້ຊາດ ຍາດເອົາເອກະລາດມາສູ່ປະຊາຊົນລາວບັນດາເຜົ່າ, ເພື່ອເຮັດໃຫ້ປະຊາຊົນລາວເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ຮອດປີ 2023 ພັກປະຊາຊົນ ປະຕິວັດລາວ ມີອາຍຸ ຄົບຮອບ 68 ປີ ເຊິ່ງຜ່ານການນໍາພາ-ຊີ້ນໍາ ຕະຫຼອດໄລຍະທີ່ຜ່ານມາ ສາມາດຢັ້ງຢືນວ່າ ພັກເຮົາມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ນັບແຕ່ການນໍາພາຕໍ່ສູ້ກູ້ຊາດ ກ້າວໄປເຖິງຢຶດອໍານາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກາຍເປັນພັກກໍາອໍານາດ, ຜ່ານການນໍາພາ-ຊີ້ນໍາຕະຫຼອດໄລຍະທີ່ຜ່ານມາ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດ ເຮັດໃຫ້ປະເທດຊາດຂອງພວກເຮົາ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະເທດຊາດມີຄວາມໝັ້ນຄົງທາງດ້ານການເມືອງ, ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ແລະ ເຮັດໃຫ້ບົດບາດຂອງ ສປປ ລາວ ສູງເດັ່ນຂຶ້ນໃນເວທີສາກົນ.
ຈາກບົດບາດ ແລະ ຜົນງານຂອງພັກເຮົາ ໃນການນໍາພາປະເທດຊາດກ້າວຂຶ້ນສູ່ເສັ້ນທາງສັງຄົມນິຍົມ ແມ່ນພາລະກິດ ແລະ ເສັ້ນທາງທີ່ຖືກຕ້ອງໃນການຂະຫຍາຍຕົວຂອງມວນມະນຸດ ເພາະເສັ້ນທາງດັ່ງກ່າວນີ້ ຈະເປັນການນໍາພາປວງຊົນລາວທັງຊາດກ້າວຂຶ້ນສູ່ຄວາມສີວິໄລໃນອະນາຄົດ ແລະ ກໍເປັນການຢັ້ງຢືນຄວາມຖືກ ຕ້ອງໃນການເລືອກເສັ້ນທາງເດີນຕາມລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເຮົາ ແລະ ກໍມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພັກເຮົາຈະສືບຕໍ່ເຂັ້ມແຂງຂຶ້ນເລື້ອຍໆ ແລະ ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ແລະ ຈະນໍາພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງແນ່ນອນ. “ພັກປະຊາຊົນປະຕິວັດລາວ ຜູ້ຈັດຕັ້ງນໍາພາທຸກໄຊຊະນະຂອງການປະຕິວັດລາວໝັ້ນຍືນ”

ຫຼັງຈາກນັັັ້ນ, ສະມາຊິກຊາວໜຸ່ມກໍຄືຕາງໜ້ານັກສຶກສາທີ່ເຂົ້າຮ່ວມໃນງານໃນຄັ້ງນີ້ ຍັງໄດ້ຮ່ວມກິດຈະກໍາ ຖາມ-ຕອບ ຄວາມຮູ້ຮອບຕົວກ່ຽວກັບພັກປະຊາຊົນປະຕິວັດລາວ ເພື່ອຮັບຂອງລາງວັນນຳອີກ.


ຂ່າວ ແລະ ພາບ: ມີໄຊ