ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
ໃນວັນທີ 21-23 ຕຸລາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງຊຽງຂວາງ ຈັດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະ ນາອົບຮົມແຂວງ, ເມືອງ ແລະ ຂະແໜງການອ້ອມຂ້າງ ພາຍໃຕ້ການເປັນປະທານ ໂດຍ ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງ, ເມືອງ, ສະຫະພັນແມ່ຍິງ, ແນວລາວສ້າງຊາດ ແລະ ອົງການກວດກາລັດ ຂອງແຂວງຊຽງຂວາງ ເຂົ້າຮ່ວມ ທັງໝົດ 28 ທ່ານ, ຍິງ 14 ທ່ານ. ໃນພິທີ ທ່ານ ວັນນະສິນ ຜະລິຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວຊຽງຂວາງ ໄດ້ກ່າວຈຸດປະສົງ ແລະ ຄວາມສໍາຄັນໃນຊຸດຝຶກອົບຮົມໃນຄັ້ງນີ້; ຈາກນັ້ນ ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ […]
ໃນຕອນເຊົ້າຂອງ ວັນທີ 15 ຕຸລາ 2024, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກ ງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ III ແລະ ທິດທາງແຜນການປະຈໍາໄຕມາດ IV ປີ 2024 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບ ຮົມ, ມີຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງການ, ຮອງຫົວຫນ້າຂະແໜງການ, ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງ ຄອຮ.ຂ ແລະ ພະນັກງານພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ຄອສພ. ໃນພິທີ ທ່ານ ພູວັນ […]
ໃນຕອນເຊົ້າ ຂອງວັນທີ 19 ກັນຍາ 2024 ຫນ່ວຍສະຫະພັນແມ່ຍິງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5 ຂອງຄະນະໂຄສະນາອົບຮົມສູນກາງພັກ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ປະທານສະຫະພັນກຳມະບານ ຄອສພ , ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ນາງ ພວງມະລີ ອັກຄະມຸນຕີ ກຳມະການຄະນະພັກ, ຄະນະບໍລິຫານງານປະທານສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ຄອສພ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ມີບັນດາສະຫາຍຕ່າງໜ້າຈາກໜ່ວຍສະຫະພັນແມ່ຍິງອ້ອມຂ້າງ ຄອສພ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນຂອງກົມ ພ້ອມດ້ວຍສະມາຊິກແມ່ຍິງພາຍໃນຫນ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
ພະນັກງານຂອງມະຫາວິທະຍາໄລ ສຸພານຸວົງ ເຂົ້າຢ້ຽມຊົນ ແລະ ເກັບກຳຂໍ້ມູນຢູ່ ຫ້ອງສະໝຸດ ຄະນະໂຄສະນາອົບຮົມສູນກາງພັກ ໃນຕອນບ່າຍຂອງວັນທີ 26 ສິງຫາ 2024 ທີ່ຫ້ອງສະໝຸດ ຄະນະໂຄສະນາອົບຮົມສູນກາງພັກ ຕາງໜ້າໃຫ້ພະແນກສຳເນົາ ແລະ ຫ້ອງສະໜຸດ
ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍຮາກຖານຊາວໜຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນເຊົ້າຂອງວັນທີ 6 ສິງຫາ 2024 ໜ່ວຍຮາກຖານຊາວໜຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ