ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ.

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ. ໃນວັນທີ 4-6 ສິງຫາ 2023 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ຈັດຊຸດຝຶກອົບຮົມວຽກ ງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຣນິກ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ບຸນສຸລີ ໂລມາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ແລະ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 11 ທ່ານ. ໃນພິທີ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ […]

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ.

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ. ໃນຕອນເຊົ້າວັນທີ 7 ສິງຫາ 2023 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ຈັດຊຸດຝຶກອົບ ຮົມວຽກງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຣນິກ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ໄຊຊານົນ ທິແກ້ວ ຮອງຫົວໜ້າຄະ ນະໂຄສະນາອົບຮົມແຂວງ ໄຊຍະບູລີ ແລະ ທ່ານ. ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 16 ທ່ານ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ […]

ກອງປະຊຸມສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ (video conference).

ກອງປະຊຸມສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ (video conference). ໃນຕອນເຊົ້າຂອງ ວັນທີ 26 ກໍລະກົດ 2023, ພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈຳໄຕມາດ II (4,5,6)  ແລະ ທິດທາງປະຈຳໄຕມາດ III (7,8,9)   ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ

ພິທີປິດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ.

ພິທີປິດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບ ຮົມສູນກາງພັກ. ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ໄດ້ສໍາເລັດການ ຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ; ເຊິ່ງພິທີປິດດັ່ງກ່າວໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ໃຫ້ກຽດເຂົ້້າຮ່ວມມີ ທ່ານ ສີສຸພັນ ທັນສະໄໝ ອະດີດຜູ້ທີ່ເຄີຍມີປະສົບການໃນການພັດທະນາວຽກງານໄອທີ ທັງເປັນຜູ້ເຮັດຕົວຈິງ, ມີ ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ສະຫາຍ. ໃນພິທີໄດ້ຮັບຟັງການລາຍງານຜົນສໍາເລັດໃນການຝຶກອົບຮົມຄັ້ງນີ້ ພ້ອມທັງຕີລາຄາດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ, ຂໍ້ສະເໜີຂອງນັກຝຶກອົບຮົມ ແລະ […]

ພະນັກງານວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ເຂົ້າຮ່ວມຝຶກອົບຮົມທາງດ້ານເຕັກນິກເວັບໄຊວາລະສານອະລຸນໃໝ່

ພະນັກງານວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ເຂົ້າຮ່ວມຝຶກອົບຮົມທາງດ້ານເຕັກນິກເວັບໄຊວາລະສານອະລຸນໃໝ່     ໃນວັນທີ 03 ຫາ 06 ກຸມພາ 2023 ທີ່ຫ້ອງຝຶກອົບຮົມວາລະສານອະລຸນໃໝ່(ໜອງບອນ) ວາລະສານກົງສ້ານ ສສ ຫວຽດນາມ ຮ່ວມກັບບໍລິສັດຫວຽດເທວ ແລະ ວາລະສານອະລຸນໃໝ່

1 2 3 4 5 6 16