ຂ່າວສານ ຄອສພ

ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະ ນະພັກ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.     ໂດຍປະຕິບັດຕາມແຜນການສ້າງຂະບວນການ ແລະ ໂຄສະນາ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນບ່າຍວັນທີ 17 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ຈິງໄດ້ສ້າງຂະບວນການແຂ່ງຂັນກິລາໝາກບຸ້ນທີມຍິງ-ຊາຍ ຊີງຂັນເລຂາຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ. ໂດຍໃຫ້ກຽດເຂົ້າຮ່ວມເປີດປະເດີນໂດຍ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລາວ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວຄອສພ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.     ຈຸດປະສົງຂອງການຈັດກິດຈະກຳຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກ ທີ່ຈະເປີດຂື້ນໃນຕໍ່ໜ້ານີ້, ທັງເປັນການສ້າງຄວາມສາມັກຄີຮັກແພງ ແລະ ສ້າງມິດຕະພາບລະຫວ່າງສະມາຊິກພັກ, ພະນັກງານລັດຖະກອນທັງ ໝົດໃຫ້ ແໜ້ນແຟ້ນເພື່ອພ້ອມກັນກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໂດຍຈິດໃຈຟົດຟື້ນປະຕິວັດ.      ການແຂ່ງຂັນໄດ້ດໍາເນີນໄປທາມກາງບັນຍາກາດອັນຟົດຟື້ນ, ມ່ວນຊື່ນ […]

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ.

  ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ.      ໃນຕອນເຊົ້າ ຂອງວັນທີ 16 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີເປີດຂະບວນການ

ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດນຳໃຊ້ເວັບໄຊຂອງຕົນຢ່າງເປັນທາງການ.

    ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດນຳໃຊ້ເວັບໄຊຂອງຕົນຢ່າງເປັນທາງການ.        ໃນຕອນບ່າຍວັນທີ 13 ສິງຫາ 2021 ຜ່ານມາ, ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ

ໂຮງພິມແຫ່ງລັດມອບປຶ້ມບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ

ໂຮງພິມແຫ່ງລັດມອບປຶ້ມບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ           ໃນວັນທີ 11 ສິງຫາ 2021 ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ),

ກອງປະຊຸມປະກອບຄຳເຫັນໃສ່ 3 ຮ່າງເອກະສານສໍາຄັນຂອງກອງປະຊຸມໃຫຍ່ຄັ້ງທີ V ຂອງຄອສພແລະ ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ຊຸດໃໝ່ຮອບ II.

ກອງປະຊຸມປະກອບຄຳເຫັນໃສ່ 3 ຮ່າງເອກະສານສໍາຄັນຂອງກອງປະຊຸມໃຫຍ່ຄັ້ງທີ V ຂອງຄອສພແລະ ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ຊຸດໃໝ່ຮອບ II.     ໃນຕອນເຊົ້າວັນທີ 06 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະ ນາວຽກງານໂຄສະນາອົບຮົມ, ບົດສຳຫຼວດການນຳພາຂອງຄະນະພັກ ແລະ ທາບທາມບຸກກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ສະໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ; ໂດຍໃຫ້ກຽດເປັນປະທານກອງປະຊຸມ ໂດຍສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຮອງເລຂາຄະນະພັກ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະມາຊິກພັກອາວຸໂສບຳນານ ແລະ ສະມາຊິກພັກສົມບູນທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.    ໃນພິທີ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນກ່າວຈຸດປະສົງຂອງກອງປະຊຸມຄື:1. ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກໃຫ້ບັນລຸຕາມແຜນການທີ່ກໍານົດວາງໄວ້.2. ເພື່ອພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ 3 […]

1 37 38 39 40 41 57