ຂ່າວສານ ຄອສພ

ພະນັກງານ, ນັກຮົບແນວຄິດ ຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາຂີ່ລົດໄຟຄວາມໄວສູງລາວ-ຈີນ.

ໃນວັນທີ 26 ພະຈິກ 2021, ພະນັກງານ, ນັກຮົບແນວຄິດ ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ນາງ ບົວລີ ບັນຊາລິດ  ຫົວໜ້າກົມໂຄສະນາ ໄດ້ນຳພາພະນັກງານລັດຖະກອນພາຍໃນ ຄອສພ ເດີນທາງໄປ ທັດສະນະສຶກຂີ່ລົດໄຟຄວາມໄວສູງລາວ-ຈີນ ຢູ່ທີ່ ສະຖານນີໂດຍສານລົດໄຟລາວ-ຈີນນະຄອນຫຼວງວຽງຈັນ.

ກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ.

ໃນຕອນບ່າຍວັນທີ 24 ພະຈິກ 2021 ທີ່ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໂດຍຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ  ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ. ຕາງໜ້າ ຄອສພເຂົ້າຮ່ວມແມ່ນ ທ່ານ ອານົງສັກ ອິນທະວົງ ກຳມະການພັກ, ຫົວໜ້າກົມຈັດຕັ້ງພະນັກງານພ້ອມດ້ວຍຄະນະກົມ ແລະ ຫົວໜ້າພະແນກ ເຊິ່ງໄດ້ຈັດຂື້ນຢູ່ຫ້ອງປະຊຸມທາງໄກຊັ້ນ 4 ຂອງ ຄອສພ.

ພິທີປີດຊຸດຝຶກອົບຮົມການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ.

ໃນວັນທີ 16 ພະຈິກ 2021, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ມີພິທີປິດຊຸດຝຶກອົບຮົມ ກ່ຽວກັບການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ ເຊິ່ງຈັດໂດຍ ກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ; ມີທ່ານ ນ. ຈູເຈ່ຍດີ້ (Zhu Jia Di) ຫົວໜ້າພະແນກຝຶກອົບຮົມສາກົນຂອງສະຖາບັນຄົ້ນຄວ້າຂອງກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດ, ຄະນະຈັດຕັ້ງພ້ອມດ້ວຍອາຈານ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

ພິທີເປີດຊຸດຝຶກອົບຮົມການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ.

ພິທີເປີດຊຸດຝຶກອົບຮົມການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ.     ໃນຕອນເຊົ້າຂອງ ວັນທີ 3 ພະຈິກ 2021 ນີ້, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ມີພິທີເປີດຊຸດຝຶກອົບຮົມ ກ່ຽວກັບການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ ເຊິ່ງຈັດໂດຍ ກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ; ໃຫ້ກຽດເຂົ້າ ຮ່ວມມີ: ທ່ານ ຊາງ ຈິນ ຮອງຫົວໜ້າກົມຮ່ວມມືສາກົນແຫ່ງລັດ ວິທະຍຸກະຈາຍສຽງ ສປ ຈີນ, ທ່ານ ລິວລິງໄຫ ຮອງຄະນະບໍດີ ສະຖາບັນຄົ້ນຄ້ວາກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ, ທ່ານ ຣັດສະໝີ ດວງສັດຈະ ເລຂາທິການ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ ແລະ ພະນັກງານຕາງໜ້າ ຈາກບັນດາກະຊວງ, […]

ຊອກຮູ້ກຳແໜ້ນເນື້ອໃນສຳຄັນຂອງສອງວາລະແຫ່ງຊາດ

ຄຳສັ່ງເລກທີ 01 ແລະ 02 ຂອງກົມການເມືອງສູນກາງພັກ ລົງວັນທີ 26 ກໍລະກົດ 2021 ຜ່ານມາເຊິ່ງຄຳສັ່ງເລກທີ 01 ວ່າດ້ວຍການເພີ່ມທະວີການນຳພາຊີ້ນຳ

1 35 36 37 38 39 57