ສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມອບປື້ມໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ.

 

ສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມອບປື້ມໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ.
ໃນຕອນບ່າຍ ຂອງວັນທີ 28 ພຶດສະພາ 2024 ທີ່ຫ້ອງສະໝຸດ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີການມອບ-ຮັບປື້ມ ລະຫວ່າງສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດກ່າວມອບໂດຍ ທ່ານ ໄຊຍະພອນ ອານຸລາດ ເລຂາໜ່ວຍພັກ ຄະນະອໍານວຍການສໍານັກພິມ ແລະ ຈໍາໝ່າຍປື້ມແຫ່ງລັດ ພ້ອມດ້ວຍຄະນະ ຮັບໂດຍ ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົບ ພ້ອມດ້ວຍຄະນະ.
ປື້ມທີ່ນໍາມາມອບໃນຄັ້ງນີ້ປະກອບມີ 15 ຫົວເລື່ອງ ( ຫົວເລື່ອງລະ 10 ຫົວ) ຄິດສະເລ່ຍເປັນມູນຄ່າຈຳນວນ 20,000,000 ກີບ. ໃນໂອກາດດັ່ງກ່າວ ທ່ານ ໄຊຍະພອນ ອານຸລາດ ເລຂາໜ່ວຍພັກ ຄະນະອໍານວຍການສໍານັກພິມ ແລະ ຈໍາໝ່າຍປື້ມແຫ່ງລັດ ມອບປື້ມໃນຄັ້ງນີ້ຈຸດປະສົງຄື:
1. ເພື່ອສົ່ງເສີມ ແລະ ປະກອບສ່ວນເຂົ້າໃນການຄົ້ນຄ້ວາຂີດຂຽນ ເຂົ້າໃນວຽກງານໂຄສະນາອົບຮົມ.2. ເພື່ອເປັນການຜັນຂະຫຍາຍການຊີ້ນໍາ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ທັງເປັນການຜັນຂະຫຍາຍຄາດໝາຍ, ຈຸດສຸມຕໍ່ໜ້າ ຂອງກອງປະຊຸມວຽກງານການເມືອງແນວຄິດ ທົ່ວປະເທດຄັ້ງທີ 5 ເຂົ້າໃນສະພາບຕົວຈິງຂອງປະເທດເຮົາຕິດພັນກັບການຊອກຮູ້ຮໍ່າຮຽນເອົາບົດຮຽນທີ່ຍອດຍິ່ງຂອງໂລກເພື່ອມາໝູນໃຊ້ເຂົ້າໃນວຽກງານຂອງຕົນ.
3. ເປັນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ລາວ-ຫວຽດນາມ ຫວຽດນາມ-ລາວ.
4. ເປັນການປະກອບສ່ວນຜົນງານຂອງການຮ່ວມມືສອງສໍານັກພິມ( ສໍານັກພິມ ແລະ ຈໍາໜ່າຍປຶມ ແຫ່ງລັດ ແລະ ສໍານັກພິມຈໍາໜ່າຍການເມືອງແຫ່ງຊາດ ສຶ້ເຖີດ)
ໃນໂອກາດທີ່ມີຄວາມສໍາຄັນນີ້ ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຕາງໜ້າໃຫ້ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມອບໃບກຽດຕິຄຸນ ແລະກ່າວສະແດງຄວາມຂອບໃຈທີ່ໄດ້ຮັບການຊຸກຍູ້ຊ່ວຍເຫຼືອ ຈາກສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ໄດ້ມອບປື້ມດັ່ງກ່າວ ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ ເພື່ອເປັນຂໍ້ມູນໃນການຄົ້ນຄ້ວາຂີດຂຽນ ໃຫ້ແກ່ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ ຫຼື ຜູ້ອື່ນໆ ທີ່ມີຄວາມສົນໃຈຢາກຈະສຶກສາຄົ້ນຄ້ວາ ແລະ ຈະນໍາໃຊ້ປື້ມດັ່ງ ກ່າວໃຫ້ເກີດປະໂຫຍດສູງສຸດ.

ຂ່າວ: ນ.ພອນວິໄລ ມະໂນທຳ