ສະພາທິດສະດີສູນກາງພັກ ຮັບຮອງເນື້ອໃນໂຄງການລະດັບຊາດ ຫົວຂໍ້: “ ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ”

ສະພາທິດສະດີສູນກາງພັກ ຮັບຮອງເນື້ອໃນໂຄງການລະດັບຊາດ ຫົວຂໍ້: “ ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ

ສະພາທິດສະດີສູນກາງພັກ ຈັດກອງປະຊຸມພິຈາລະນາຮັບຮອງເນື້ອໃນ ຜົນຂອງການຄົ້ນຄວ້າໂຄງການລະດັບຊາດຫົວຂໍ້: “ ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ ” ຂຶ້ນໃນວັນທີ 15 ທັນວາ 2022, ທີ່ຫ້ອງປະຊຸມໃຫຍ່ ຂອງສະພາທິດສະດີສູນກາງພັກ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະປະຈໍາ, ສະມາຊິກສະພາທິດສະດີສູນກາງພັກ, ຄະນະກຳມະການສັງເກດຕີລາຄາຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ປອ ອຸ່ນແກ້ວ ວຸທິລາດ ຄະນະຮັບຜິດຊອບໂຄງການ ໄດ້ສະເໜີເນື້ອໃນສໍາຄັນຂອງການຄົ້ນຄວ້າດັ່ງກ່າວ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການສຸມໃສ່ຄົ້ນຄວ້າທິດສະດີແລະພຶດຕິກຳ ແຫ່ງການສ້າງລັດທີ່ປົກ ຄອງດ້ວຍກົດໝາຍຢູ່ປະເທດເຮົາ ທັງນີ້ກໍເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ໃນຂົງເຂດອຳນາດລັດ ແລະ ກົດໝາຍ ໃຫ້ລະອຽດ ແລະ ຈະແຈ້ງ, ແນໃສ່ສ້າງຄວາມເຂົ້າໃຈ, ເປັນເອກະພາບ ແລະ ສາມາດຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ; ຈາກນັ້ນ, ປະທານກອງປະຊຸມ ກໍຄື ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຕັ້ງຄໍາຖາມເຈາະຈີ້ມ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເປັນຂໍ້ມູນໃຫ້ແກ່ການປັບປຸງ ແລະ ກຳນົດແນວທາງຂອງພັກ ໃນຂົງເຂດສ້າງລັດ ທີ່ປົກຄອງດ້ວຍກົດໝາຍຢູ່ປະເທດເຮົາ ໃຫ້ມີປະສິດທິພາບກວ່າເກົ່າ; ຫຼັງຈາກນັ້ນ, ກອງປະຊຸມ ໄດ້ລົງຄະແນນສຽງ ແລະ ຕົກລົງຮັບຮອງເອົາໂຄງການຄົ້ນຄວ້າດັ່ງກ່າວຢ່າງເປັນເອກະພາບກັນ.

ໂຄງການຄົ້ນຄວ້າລະດັບຊາດ ຫົວຂໍ້: “ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ” ເປັນໜຶ່ງ ໃນ 9 ໂຄງການຄົ້ນຄວ້າລະດັບຊາດທີ່ໄດ້ຖືກຮັບຮອງເອົາຕາມມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 108/ຄລສພ, ລົງວັນທີ 05 ກັນຍາ 2012 ເຊິ່ງແມ່ນສະພາທິດສະດີສູນກາງພັກ ຮັບຜິດຊອບໃນການດໍາເນີນການຄົ້ນຄວ້າ.