ປະຫວັດມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2025)
ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ (22 ມີນາ 1955), ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະຖື ແມ່ຍິງເປັນພາກສ່ວນໜຶ່ງ ໃນກຳລັງແຮງທີ່ສໍາຄັນ ຂອງພັກ. ພາຍໃຕ້ຄັນທຸງຂອງແນວໂຮມປົດປ່ອຍຊາດ, ສູນກາງ ແນວລາວອິດສະຫຼະ ກໍ່ຄືສູນກາງພັກປະຊາຊົນລາວ ໄດ້ປະກາດສ້າງຕັ້ງ: ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂັ້ນສູນກາງຢ່າງເປັນທາງການໃນວັນທີ 20 / 7 / 1955 ຢູ່ທີ່ສໍານັກງານສູນກາງແນວລາວອິດສະຫຼະ ຊຶ່ງໃນເວລານັ້ນຕັ້ງຢູ່ ແຄມຫ້ວຍນໍ້າໂສຍ, ເມືອງວຽງໄຊ, ແຂວງຫົວພັນ (ຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປັດຈຸບັນ). ໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນະລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ.