ສາລະໜ້າຮູ້

ສະພາບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ( COVID-19 ) : ຄວາມເປັນມາ, ສາເຫດ, ຄວາມອັນຕະລາຍ, ສິ່ງທ້າທ້າຍ ແລະ ຜົນກະທົບ ຕໍ່ເສດຖະກິດສັງຄົມ.

ສະພາບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ( COVID-19 ) : ຄວາມເປັນມາ, ສາເຫດ, ຄວາມອັນຕະລາຍ, ສິ່ງທ້າທ້າຍ ແລະ ຜົນກະທົບ ຕໍ່ເສດຖະກິດສັງຄົມ.

ສປ ຈີນ ນໍາໃຊ້ ( ນໍ້າເລືອດ) ຄົນໄຂ້ໄວຣັສໂຄວິດ-19 ທີ່ຫາຍດີແລ້ວ ນໍາມາປິ່ນປົວຄົນເຈັບອື່ນໆ.

ສປ ຈີນ ນໍາໃຊ້ ( ນໍ້າເລືອດ) ຄົນໄຂ້ໄວຣັສໂຄວິດ-19 ທີ່ຫາຍດີແລ້ວ ນໍາມາປິ່ນປົວຄົນເຈັບອື່ນໆ. (ສໍານັກຂ່າວສານ Chan-nel News Asia) ລາຍງານວ່າ: ທ່ານໝໍຢູ່ນະຄອນຊຽງໄຮ້ ຂອງ ສປ ຈີນ ກໍາລັງໃຊ້ສານລະລາຍຈາກ ນໍ້າເລືອດ ຫຼື  Plasma (ພລາສມາ) ຈາກຄົນທີ່ຟຶ້ນໂຕຈາກການຕິດເຊື້ອໄວຣັສໂຄວິດ-19 ມາໃຊ້ກັບຄົນທີ່ຕິດເຊື້ອ ເພື່ອເພີ່ມພູມຕ້ານທານໃຫ້ແກ່ຄົນເຈັບ ວິທີການນີ້ມີປະສິດທິຜົນສໍາລັບຜູ້ຕິດເຊື້ອນີ້ມາແລ້ວ. ສາດສະດາຈານ ຫູ່ ກ່າວວ່າ: ທາງໂຮງຫມໍໄດ້ສ້າງຕັ້ງຄລິນິກພິເສດ ສໍາລັບການປິ່ນປົວດ້ວຍພລາສມາ ແລະ ເລືອກເອົາຄົນເຈັບທີ່ຍິນຍອມບໍລິຈາກເລືອດໂດຍເລືອດດັ່ງກ່າວຈະຜ່ານການຄັດເລືອກ ເພື່ອປ້ອງກັນການຕິດເຊື້ອໄວຣັສຕັບອັກເສບ (ຕັບບີ ແລະ ຊີ); ເຊື່ອໝັ້ນວ່າ ວິທີການນີ້ຈະມີປະສິດທິຜົນສູງ ສໍາລັບຄົນເຈັບທີ່ຕິດເຊື້ອໄວຣັສນີ້. ທ່ານ ດຣ. ໄມໄຣອັນ ຫົວໜ້າໂຄງການສຸກເສີນຂອງອົງການອະນາໄມໂລກ (WHO) ໄດ້ໃຫ້ຄໍາເຫັນຕໍ່ເລື່ອງນີ້ວ່າ: ການນໍາໃຊ້ນໍ້າເລືອດຈາກຄົນເຈັບທີ່ຫາຍດີມາໃຊ້ ແມ່ນວິທີການທີ່ສົມເຫດສົມຜົນຫຼາຍ ທີ່ຈະໄດ້ຮັບການທົດສອບ ເພາະວ່າມັນໄດ້ພິສູດວ່າມີປະສິດທິຜົນໃນການສູ້ກັບພະຍາດຕິດຕໍ່ອື່ນໆ ລວມທັງເຊື້ອພິດໝາວໍ້ ແລະ ພະ ຍາດຄໍຕີບ, ແຕ່ສິ່ງສໍາຄັນຄືການໃຊ້ເວລາທີ່ເໝາະສົມ […]

ສີ່ງທີ່ຄວນຮູ້ໄວ້ໄດ້ປະໂຫຍດສຳລັບນັກຂັບຂີ່

ສີ່ງທີ່ຄວນຮູ້ໄວ້ໄດ້ປະໂຫຍດສຳລັບນັກຂັບຂີ່ ທ່ານຮູ້ແລ້ວບໍ່ວ່າການສັນຈອນໃນໂລກມີຈັກປະເທດທີ່ສັນຈອນເບື້ອງຂວາມື ແລະ ຊາຍມື ເຮົາມັກຈະເຫັນເລື້ອຍໆເວລາທີ່ເຮົາໄປປະເທດເພື່ອນບ້ານທີ່ມີການສັນຈອນຕ່າງຈາກບ້ານເຮົາ ຫຼາຍຄົນກໍ່ອາດຈະຍັງບໍ່ຮູ້ວ່າການສັນຈອນເບື້ອງຂວາມື ແລະ ຊ້າຍມືມີຈັກປະເທດໃນໂລກ ແລະ ໃນອາຊຽນມີຈັກປະເທດ. ເຊີ່ງທີມງານພວກເຮົາກະກຽມນຳສະເໜີໃຫ້ຜູ້ອ່ານຮັບຮູ້ໄດ້ດັ່ງນີ້: ການຈະລາຈອນເບື້ອງຊ້າຍມື (ພາສາອັງກິດ: left-hand traffic (LHT)) ແລະ ການຈະລາຈອນເບື້ອງຂວາມື (ພາສາອັງກິດ: right-hand traffic (RHT)) ເປັນກົດລະບຽບທີ່ກຳນົດສຳລັບໂດຍມີ 163 ປະເທດ ທີ່ຂັບຂີ່ຈະລາຈອນເບື້ອງຂວາມື, ມີ 76 ປະເທດທີ່ຂັບຂີ່ຈະລາຈອນເບື້ອງຊ້າຍມືໂດຍສະເລ່ຍປະເທດທີ່ໃຊ້ການຈະລາຈອນເບື້ອງຊາຍມືກວມເອົາ 1 ໃນ 6 ພື້ນທີ່ ແລະ 1 ໃນ 4 ຂອງຖະໝົນໂລກ. ໃນ 1 ປະເທດອາຊຽນມີ: ລາວ, ຫວຽດນາມ, ມຽນມ້າ, ກຳປູເຈຍ, ຟີລິບປິນ ແມ່ນຂັບຂີ່ເບື້ອງຂວາມື ສ່ວນ ໄທ, ມາເລເຊຍ, ສິງກະໂປ, ອິນໂດເນເຊຍ ແລະ ບູໄນ ແມ່ນຂັບຂີ່ເບື້ອງຊາຍມື ສີແດງ: ໝາຍເຖີງຂັບລົດເບື້ອງຂວາ ພວງມະໄລຊ້າຍ ສີຟ້າ: ໝາຍເຖີງຂັບລົດເບື້ອງຊ້າຍ ພວງມະໄລຂວາ […]

1 5 6 7 8