ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
ໜັງສືພິມປະຊາຊົນ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ປຶກສາຫາລືວຽກງານການຄຸ້ມຄອງເວັບໄຊ ໃນວັນທີ 07 ກຸມພາ 2024 ທີ່ຫ້ອງປະຊຸມຊັ້ນ 4 ຄະນະໂຄສະນາອົບຮົມສູນກາງພັກ ໜັງສືພິມປະຊາຊົນ ແລະ ກົມຂໍ້ມູນຂ່າວສານ
ຈັດກອງປະຊຸມປຶກສາຫາລືວຽກງານຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນວັນທີ 05 ກຸມພາ 2024 ທີ່ຫ້ອງປະຊຸມຊັ້ນ 4 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຫັນເປັນທັນສະໄໝເພື່ອຈັດຕັ້ງປະຕິບັດບົດ
ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງສາລະວັນ ຈັດຊຸດຝຶກອົບຮົມ ວຽກງານໄອທີ ໃນວັນທີ 15-17 ມັງກອນ 2024 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງສາລະວັນ ຈັດຊຸດຝຶກອົບຮົມ
ໃນຕອນບ່າຍຂອງວັນທີ 25 ທັນວາ 2023 ຜ່ານມາ ທີ່ ຫ້ອງຮັບແຂກ ຄອສພ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດິງ ຍື ຮວານ ຮອງບັນນາທິການໃຫຍ່ໜັງ ສືພິມ ເຍິນເຍິນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະ ຫວ່າງວັນທີ 24-29 ທັນວາ 2023 ນີ້.
ໃນຕອນເຊົ້າຂອງ ວັນທີ 13 ທັນວາ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ IV ແລະ ສະຫຼຸບການເຄື່ອນໄຫວວຽກງານເວັບໄຊປະຈໍາປີ 2023 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ຜູ້ຊີ້ນໍາກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຜູ້ຊີ້ນໍາວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ, ມີ ຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບເວັບໄຊສ ແລະ ພະນັກງານວິຊາການ […]