ສື່ມວນຊົນ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບການເຂົ້າພົບປະ ແລະ ອວຍພອນຜົນສຳເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ການຕ້ອນຮັບ ແລະ ອວຍພອນຜົນສຳເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I                 ໃນຕອນບ່າຍຂອງວັນທີ 15 ກໍລະກົດ 2026, ຄະນະນໍາ ຫ້ອງວ່າການສຳນັກງານປະທານປະເທດ ນໍາໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ.

ບົດບາດຂອງກົມສື່ມວນຊົນ ກັບການຄຸ້ມຄອງສື່ສັງຄົມອອນລາຍ

ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025) ຕິດພັນກັບເຫດການພາຍຫຼັງທີ່ມີການໂອນເອົາ 5 ພາກສ່ວນວຽກງານຖະແຫຼງຂ່າວ ຈາກກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະເມື່ອບໍ່ດົນຜ່ານມານີ້ ເຊິ່ງ 1 ໃນ 5 ພາກສ່ວນນັ້ນ ກໍຄືກົມສື່ມວນຊົນ ທີ່ເຮັດບົດບາດຄຸ້ມຄອງສື່ປະເພດຕ່າງໆ ທັງສື່ແບບເກົ່າ ແລະ ສື່ແບບໃໝ່ ເຊິ່ງກົມສື່ມວນຊົນ ມີພາລະບົດບາດ ໜ້າທີ່ ໃນການຄຸ້ມຄອງ ແລະ ບໍລິການສື່ມວນຊົນ ກໍຄືການຄຸ້ມຄອງຜະລິດຕະພັນສື່ມວນຊົນ ແລະ ພັດທະນາເຕັກໂນໂລຊີຖະແຫຼງຂ່າວ ແລະ ສື່ມວນຊົນ ລວມທັງຂໍ້ມູນ-ຂ່າວສານ, ອິນເຕີເນັດ ແລະ ດາວທຽມ.

ຝຶກອົບຮົມການບໍລິຫານຈັດການກະດານຂ່າວເອເລັກໂຕຼນິກໃຫ້ແກ່ຄະນະໂຄສະນາອົບຮົມແຂວງທົ່ວປະເທດຜ່ານລະບົບທາງໄກ(video conference)

ຝຶກອົບຮົມການບໍລິຫານຈັດການກະດານຂ່າວເອເລັກໂຕຼນິກໃຫ້ແກ່ຄະນະໂຄສະນາອົບຮົມແຂວງທົ່ວປະເທດຜ່ານລະບົບທາງໄກ(video conference) ໃນລະຫວ່າງວັນທີ 10 – 20 ມີນາ 2024 ທີ່ຫ້ອງປະຊຸມທາງໄກຂອງຄະນະໂຄສະນາອົບຮົມສູນກາງພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດຝຶກອົບຮົມການບໍລິຫານຈັດການກະດານຂ່າວເອເລັກໂຕຼນິກໃຫ້ແກ່ຄະນະໂຄສະນາອົບຮົມແຂວງທົ່ວປະເທດຜ່ານລະບົບທາງໄກ. ໂດຍໃຫ້ກຽດກ່າວເປີດພ້ອມທັງເປັນປະທານ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,