ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

    ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ ຈຳນວນ 2 ຄົນ ທີ່ຫ້ອງປະຊຸມຊັ້ນ 4 ຂອງຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ມີ: ຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານ, ຜູ້ຕ່າງໜ້າຈາກຫ້ອງການ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການ ຂອງກົມຂໍ້ມູນຂ່າວສານທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີມອບໃບຢັ້ງຢືນ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກຝຶກອົບຮົມ ໄດ້ຂື້ນຜ່ານບົດລາຍງານການລົງຝຶກງານ ຂອງ ນັກສຶກສາຝຶກງານທີ່ມາຈາກມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ ສາຂາບັນນາຣັກສາດ ແລະ ສາລະສົນເທດສາດເຊິ່ງເລີ່ມແຕ່ວັນທີ 11 ມີນາ ຫາ 19 ພຶດສະພາ 2024 ຢູ່ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ພະແນກຫ້ອງສະໝຸດ ແລະ ສໍາເນົາ, ພະແນກລະບົບເຄືອຂ່າຍ ແລະ ຄອມພິວເຕີ, ພະແນກເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພະແນກຝຶກອົບຮົມ) ໂດຍນໍາໃຊ້ທິດສະດີທີ່ຮຽນມາເຂົ້າສູ່ການປະຕິບັດຕົວຈິງ ເຂົ້າໃນວຽກງານບັນນາຣັກ(ຫ້ອງສະໝຸດ) ການນຳໃຊ້ໂປຣແກຣມ Photoshop, ການຖ່າຍຮູບພາບ, ຮຽນຮູ້ລະບົບເຄືອຂ່າຍ(Network), ການລົງໂປຼແກຼມຕ່າງໆ, ວຽກງານປະຈຳວັນແຕ່ລະມື້ຈັດລຽນປຶ້ມ, ຈັດໜ້າປົກປຶ້ມ, ຮຽນຮູ້ລະບົບຄອມພີວເຕີ ແລະ ກວດກາອິນເຕີເນັດ ແລະ ແຈກຢາຍໜັງສືພິມ, ເອກະສານຕ່າງໆໃຫ້ແກ່ແຕ່ລະກົມ.

ຫຼັງຈາກນັ້ນ ນັກສຶກສາຝຶກງານ ກໍ່ໄດ້ຂຶ້ນຜ່ານບົດລາຍງານຜົນສໍາເລັດ ດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ຂອງ ການລົງຝຶກງານຕົວຈິງໃນໄລຍະເວລາ 2 ເດືອນທີ່ຜ່ານມາ.

ໃນທ້າຍພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ເຊີ່ງກ່ອນອຶ່ນທ່ານໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບແຕ່ລະພະແນກທີ່ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕໍ່ກັບນັກສຶກສາທີ່ລົງພາກປະຕິບັດຕົວຈິງຢູ່ແຕ່ລະພະແນກໄດ້ແນະນຳການນຳໃຊ້ທິດສະດີເຂົ້າໃນການປະຕິບັດຕົວຈິງ. ນອກນັ້ນ ທ່ານຍັງໄດ້ເນັ້ນໃຫ້ ບັນດານັກສຶກສາຝຶກງານຈົ່ງນໍາເອົາບົດຮຽນ, ຄວາມຮູ້ທີ່ໄດ້ມາຈາກການຝຶກງານໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ປະສົບຜົນສໍາເລັດ.