3 ອົງການຈັດຕັ້ງມະຫາຊົນ

ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023).

ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023). ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2023, ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6), ພາຍໃຕ້ການເປັນປະທານ ແລະ ກ່າວເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ພວງມະລີ ອັກຄະມຸນຕີ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິິິິິິິິິິິິິິິິິິິິິິິິິິິິິງ ຄອສພ, ຕາງໜ້າບັນດາກົມ, ອົງການຈັດຕັ້ງມະຫາຊົົົນ, ຄະນະສະຫະພັນແມ່ຍິງ, ຫົວໜ້າໜ່ວຍແມ່ຍິງ, ຮອງໜ່ວຍແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ. ເນື່ອງໃນໂອກາດ ຄໍານັບຮັບຕ້ອນ […]

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນ ໄຫວທັດສະນະສຶກສາຢູ່ເຂື່ອນໄຟຟ້ານໍ້າງື່ມ 1 ແລະ ເຂື່ອນໄຟຟ້ານໍ້າມັງ 3 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ.

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວທັດສະນະສຶກສາຢູ່ເຂື່ອນໄຟຟ້ານໍ້າງື່ມ 1 ແລະ ເຂື່ອນໄຟຟ້ານໍ້າມັງ 3 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ. ເພື່ອເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 137 ປີ. ໃນວັນທີ 12 ພຶດສະພາ 2023 ສະຫະພັນກໍາມະບານ ຄະ ນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວທັດສະນະສຶກສາຢູ່ເຂື່ອນໄຟຟ້ານໍ້າງື່ມ 1 ແລະ ເຂື່ອນໄຟຟ້ານໍ້າມັງ 3 ເຊິ່ງນໍາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ທ່ານ ວັນຕຸລາ ຣັກນຸດ, ຄະນະພັກ ປະທານສະຫະພັນກໍາມະບານ ຄອສພ ພ້ອມດ້ວຍຄະນະ, ເຂົ້າຮ່ວມມີປະທານກໍາມະບານຮາກຖານຂອງບັນດາກົມ ແລະ ສະມາຊິກກໍາມະບານ ພາຍໃນ ຄອສພ ຈໍານວນ 60 ກວ່າສະຫາຍ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ໃນການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ […]

ກົດລະບຽບ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ສະໄໝທີ VIII

ກົດລະບຽບ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ສະໄໝທີ VIII (ກົດອ່ານ ຫຼື ດາວໂຫຼດ) ເອກະສານອ້າງອີງ: ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ສະຫະພັນແມ່ຍິງ ຄອສພ ຈັດເທດສະການອາຫານ ເນື້ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ

ສະຫະພັນແມ່ຍິງ ຄອສພ ຈັດເທດສະການອາຫານ ເນື້ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ ເນື້ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ ຄະນະສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດເທດສະການອາຫານຂອງເອື້ອຍນ້ອງແມ່ຍິງ ຄອສພ

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ. ໃນຕອນເຊົ້າຂອງວັນທີ 10 ກຸມພາ 2023, ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ(01/02/1956- 01/02/2023), ໃຫ້ກຽດປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກໍາມະບານ ຄອສພ, ຄະນະກໍາມະບານຮາກຖານ ພ້ອມດ້ວຍສະມາຊິກສະຫະພັນກໍາມະບານທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການປາຖະກະຖາແມ່ນເພື່ອເຮັດໃຫ້ສະມາຊິກກໍາມະບານໃນທົ່ວຄະນະໂຄສະນາອົບຮົມສູນກາງໄດ້ຫວນຄືນມູນເຊື້ອ ແລະ ຜົນງານການປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງອົງການຈັດຕັ້ງກໍາມະບານລາວໃນໄລຍະການປະຕິວັດຊາດປະຊາທິປະໄຕ ແລະ ໄລຍະແຫ່ງການປົກປັກຮັກສາສ້າງສາພັດທະນາປະເທດຊາດ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ-ລັດຖະກອນໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພາລະບົດບາດ, ຫນ້າທີ່ຂອງອົງການຈັດຕັ້ງກໍາມະບານລາວ ໃນໄລຍະໃຫມ່ຂອງການປະຕິວັດ, ຊຶ່ງເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊົ້ນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວໃນທົ່ວປະເທດ. ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, […]

1 2 3 4 10