ບັນຍາກາດການສະເຫຼີມສະຫຼອງປີໃໝ່ລາວຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ
ບັນຍາກາດການສະເຫຼີມສະຫຼອງປີໃໝ່ລາວຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເນື່ອງໃນໂອກາດປີໃໝ່ລາວ ພສ 2568, ຕອນເຊົ້າວັນທີ 9 ເມສາ 2025 ອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ຮ່ວມກັບສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ທີ່ແຂວງບໍ່ແກ້ວ ໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ດ້ວຍບັນຍາກາດຄືກຄື້ນເບີກບານມ່ວນຊື່ນ ເຊິ່ງ ເປັນກຽດເຂົ້າຮ່ວມພິທີຄັ້ງນີ້ ມີທ່ານ ພົນຈັດຕະວາ ແປ້ນຄຳ ບຸດດາແພງ ຮອງເລຂາພັກແຂວງບໍ່ແກ້ວ, ທ່ານ ເຄື່ອນເພັດ ວົງຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ, ຮອງຫົວໜ້າຄະນະຊີ້ນຳອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ທ່ານ ບຸນທອງ ແສງສີກອງ ຫົວໜ້າອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ທ່ານ ເກົ້າ ຫຼົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ທ່ານ ເວີຍ ຈົ່ງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ, ຄະນະນຳຂອງແຂວງ; ເມືອງຕົ້ນເຜີ້ງ, ຄະນະຄຸ້ມຄອງເຂດ, ຄະນະສະພາບໍລິຫານເຂດ, ເຖົ້າແກ່ແນວໂຮມ, ອຳນາດການປົກຄອງບ້ານ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ການສະເຫຼີມສະຫຼອງບຸນປີໃໝ່ລາວຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳປີນີ້ປະກອບມີກິດຈະກຳຫຼາຍຢ່າງເປັນຕົ້ນແມ່ນຕອນເຊົ້າໄດ້ມີພິທີໃສ່ບາດ […]