



ຄົ້ນຫາ
ຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ
ຖອດຖອນມາຈາກພຶດຕິກຳແຫ່ງການເຄື່ອນໄຫວເຮັດວຽກງານແນວຄິດ, ສະຫຼຸບເປັນທິດສະດີເພື່ອຊີ້ນຳການເຄື່ອນໄຫວວຽກງານແນວຄິດ, ແນ່ໃສ່ຈຳກັດຄວາມຜິດພາດ ແລະ ຂໍ້ບົກຜ່ອງເຮັດໃຫ້ການເຄື່ອນໄຫວວຽກງານແນວຄິດເອກະພາບໄດ້ຮັບໝາກຜົນສູງກວ່າເກົ່າ.
“ໜັກຕ້ອງເອົາ,ເບົາຕ້ອງສູ້ ແລະ ຜ່ານຜ່າຂໍ້ຫຍຸ້ງຍາກ ຈື່ງຈະເຮັດໃຫ້ຕົນເອງເຂັ້ມແຂງຂື້ນ”
ເຊື່ອມຕໍ່ເວັບໄຊ
ຕິດຕາມຊ່ອງທາງ Faebook ແລະ Youtube
ອົງການຈັດຕັ້ງມະຫາຊົນ
ຄະນະຊາວໜຸ່ມຮາກຖານ ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາທີ່ ຫໍພິພິທະພັນປະທານ ໄກສອນ ພົມວິຫານ.
ຕອນເຊົ້າ ເວລາ 8:30 ໂມງຂອງວັນທີ 12 ກຸມພາ 2026 ຄະນະຊາວໜຸ່ມຮາກຖານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄປທັດສະນະຢູ່ທີ່ ຫໍພິພິທະພັນປະທານ ໄກສອນ ພົມວິຫານ ເຊິ່ງນໍາໂດຍ ທ່ານ ພູວຽງ ພົງສະຫວັດດີ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ພ້ອມດ້ວຍຄະນະຊາວໜຸ່ມຮາກຖານ, ບັນດາເລຂາໜ່ວຍ ແລະ ສະມາຊິກຊາວໜຸ່ມ ທົ່ວຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 98 ສະຫາຍເຂົ້່າຮ່ວມຢ່າງຟົດຟຶ້ນ.
ກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ສະໄໝທີ IX ແລະ ປະກາດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V.
ໃນຕອນບ່າຍຂອງວັນທີ 22 ມັງກອນ 2026 ຄະນະບໍລິຫານງານຊາວຫນຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ສະໄໝທີ IX ແລະ ປະກາດກົງຈັກການຈັດຕັ້ງຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະ ນາອົບຮົມສູນກາງພັກ ສະໄໝທີ V
ຜ່ານຮ່າງເນືື້ອໃນເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນສະໝັກເຂົ້າຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ
ສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາງພັກ ໄດ້ຈັດກອງປະຊຸມຜ່ານຮ່າງເນືື້ອໃນເອກະສານກອງປະຊຸມໃຫຍ່ ແລະ ທາບ ທາມບຸກຄະລາກອນ ສະໝັກເຂົ້າຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX (ຮອບທີ 1) ຂຶ້ນໃນວັນທີ 29 ກໍ ລະກົດ ນີ້ ເພື່ອພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ 9 ໃຫ້ມີເນື້ອໃນຈະແຈ້ງ, ເລິກເຊິ່ງ, ຖືກຕ້ອງ, ຄົບຖ້ວນສົມບູນ.
