ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ.

 

ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ.

 

ໃນວັນທີ 18 ກັນຍາ 2026, ສະຫາຍ ປອ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ສະຫວັນນະເຂດ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ເຊິ່ງມີ ສະຫາຍ ຄຳຜຸຍ ສີບຸນເຮືອງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າຫ້ອງວ່າການແຂວງ ແລະ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມນໍາ.

ໃນພິທີ, ສະຫາຍ ປອ ຄໍາມອນ ຈັນທະຈິດ ກໍ່ໄດ້ລາຍງານໃຫ້ສະຫາຍ ເລຂາພັກແຂວງຊາບວ່າ: ຈຸດປະສົງຂອງການມາເຄື່ອນໄຫວ ວຽກງານທີ່ແຂວງສະຫວັນນະເຂດໃນຄັ້ງນີ້ ກໍ່ເພື່ອເກັບກຳຂໍ້ມູນ ຕົວຈິງໃຫ້ແກ່ການກະກຽມເຂົ້າຮ່ວມກອງປະຊຸມສໍາມະນາ ທິດສະດີສອງພັກ ລາວ-ຈີນ ຄັ້ງທີ XIV ທີ່ຈະຈັດຂຶ້ນຢູ່ ສປ ຈີນ, ພາຍໃຕ້ຫົວຂໍ້: ບົດຮຽນການຫັນເປັນຕົວເມືອງ ແລະ ການປົກຄອງຕົວເມືອງໃນການສ້າງສັງຄົມນິຍົມໃຫ້ກາຍເປັນ ທັນສະໄໝ, ບົດຮຽນຂອງລາວ ແລະຈີນ, ຈາກນີ້ ກໍ່ຈະໄດ້ເຂົ້າຮ່ວມ ກອງປະຊຸມເຮັດວຽກຮ່ວມກັບຄະນະນໍາຂອງແຂວງ ແລະ ພະແນກການກ່ຽວຂ້ອງ ໃນການຄຸ້ມຄອງ ແລະພັດທະນາຕົວເມືອງຂອງແຂວງ ແລະໃນພາກບ່າຍ ກໍ່ຈະໄດ້ຮ່ວມເຮັດວຽກກັບຄະນະ ໂຄສະນາອົບຮົມແຂວງ ເພື່ອຊຸກຍູ້ ແລະ ແນະນໍາບາງວຽກງານ ສໍາຄັນທີ່ກ່ຽວຂ້ອງຕື່ມອີກ.

ໂອກາດດັ່ງກ່າວ, ສະຫາຍເລຂາພັກແຂວງສະຫວັນນະເຂດ ກໍ່ໄດ້ ກ່າວສະແດງຄວາມຕ້ອນຮັບສະຫາຍຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ແລະໄດ້ຍົກໃຫ້ຮູ້ບາງບັນຫາສໍາຄັນຂອງແຂວງ ທີ່ກ່ຽວພັນເຖິງວຽກງານຂອງຄະນະໂຄສະນາອົບຮົມແຂວງ, ເຊິ່ງໃນໄລຍະຜ່ານມາ, ຄະນະນໍາຂອງ ແຂວງພວກເຮົາ ໄດ້ໃຫ້ຄວາມສໍາຄັນ ແລະເອົາໃຈໃສ່ເປັນພິເສດ ຕໍ່ວຽກງານໂຄສະນາອົບຮົມ ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອໃນ ການປັບປຸງພື້ນຖານໂຄງລ່າງສະຖານທີ່ເຮັດວຽກຂອງຄະນະໂຄສະນາອົບຮົມແຂວງ ແລະໄດ້ຊຸກຍູ້ອຸປະກອນຮັບໃຊ້ແກ່ ສື່ມວນຊົນຂອງແຂວງ ທີ່ເປັນກະບອກສຽງສໍາຄັນຂອງພັກ ເພື່ອໃຫ້ມີຄວາມທັນສະໄໝ ແລະ ເຄື່ອນໄຫວວຽກງານໃຫ້ມີ ຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ.

ຫຼັງຈາກນັ້ນ ສະຫາຍ ປອ ຄໍາມອນ ຈັນທະຈິດ ໄດ້ຮ່ວມ ພົບປະ ແລະເຮັດວຽກກັບຄະນະນໍາຂອງແຂວງ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາຕົວເມືອງ ພ້ອມທັງຮັບຟັງການລາຍງານໂດຍສັງເຂບ ຈາກສະຫາຍ ຄຳຜຸຍ ສີບຸນເຮືອງ ກ່ຽວກັບວຽກງານພັດທະນາ ແລະຄຸ້ມຄອງບໍລິຫານຕົວເມືອງ, ການສ້າງບ້ານໃຫຍ່ຄ້າຍຄື ຕົວເມືອງນ້ອຍຢູ່ຊົນນະບົດ, ການສ້າງຈຸດສຸມພັດທະນາ ພື້ນຖານໂຄງລ່າງ ແລະ ການຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນ ເພື່ອຍົກຍ້າຍໂຮມບ້ານຢູ່ເຂດຫ່າງໄກສອກຫຼີກ, ທຸລະກັນດານ ແລະ ສ່ຽງໄພພິບັດ ພ້ອມທັງມີການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານດັ່ງກ່າວນໍາອີກ.