
ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງຈໍາປາສັກ.
ໃນວັນທີ 16 ກັນຍາ 2026, ສະຫາຍ ປອ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຈໍາປາສັກ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ເຊິ່ງມີ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຫ້ອງວ່າການແຂວງ ເຂົ້າຮ່ວມນໍາ.

ໃນພິທີ, ສະຫາຍ ປອ ຄໍາມອນ ຈັນທະຈິດ ກໍ່ໄດ້ລາຍງານໃຫ້ສະຫາຍ ເລຂາພັກແຂວງຊາບວ່າ: ຈຸດປະສົງຂອງການມາເຄື່ອນໄຫວ ວຽກງານທີ່ແຂວງຈໍາປາສັກໃນຄັ້ງນີ້ ກໍ່ເພື່ອເກັບກຳຂໍ້ມູນຕົວຈິງໃຫ້ແກ່ການກະກຽມເຂົ້າຮ່ວມກອງປະຊຸມສໍາມະນາ ທິດສະດີສອງພັກ ລາວ-ຈີນ ຄັ້ງທີ XIV ທີ່ຈະຈັດຂຶ້ນຢູ່ ສປ ຈີນ, ພາຍໃຕ້ຫົວຂໍ້: “ບົດຮຽນການຫັນເປັນຕົວເມືອງ ແລະ ການປົກຄອງຕົວເມືອງໃນການສ້າງສັງຄົມນິຍົມໃຫ້ກາຍເປັນ ທັນສະໄໝ, ບົດຮຽນຂອງລາວ ແລະຈີນ”, ຈາກນີ້ ກໍ່ຈະໄດ້ເຂົ້າຮ່ວມ ກອງປະຊຸມເຮັດວຽກກັບຄະນະນໍາຂອງແຂວງ ແລະ ພະແນກການກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ພັດທະນາຕົວເມືອງຂອງແຂວງ.
ໃນຕອນບ່າຍ ສະຫາຍ ປອ ຄໍາມອນ ຈັນທະຈິດ ກຳມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ. ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງຈໍາປາສັກ, ການພົບປະຄັ້ງນີ້ ມີສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ-ນະຄອນ, ບັນດາຂະແໜງການທີ່ຂຶ້ນກັບ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
ກ່ອນການໂອ້ລົມ ສະຫາຍ ປະດິດ ວັນນະລັດສະໝີ ໄດ້ລາຍງານໂດຍຫຍໍ້ ສະພາບການຈັດຕັ້ງວຽກງານໂຄສະນາອົບຮົມແຂວງຈໍາປາສັກ ໃນໄລຍະຜ່ານມາ.
ພ້ອມນີ້ ຍັງໄດ້ສະເໜີບັນຫາຕໍ່ຂັ້ນເທິງ ປະກອບມີ ດ້ານບຸກຄະລາກອນ, ການຈັດຝຶກອົບຮົມ, ການສະໜອງອຸປະກອນ ຮັບໃຊ້ວຽກງານສື່ມວນຊົນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ພ້ອມທັງວາງທິດທາງວຽກງານສໍາລັບ 6 ເດືອນທ້າຍປີ.
ໃນການໂອ້ລົມ ສະຫາຍ ປອ. ຄໍາມອນ ຈັນທະຈິດ ເນັ້ນວ່າ ວຽກງານໂຄສະນາ-ອົບຮົມ ແມ່ນວຽກງານສໍາຄັນ ທີ່ຕ້ອງສືບຕໍ່ ປັບປຸງເນື້ອໃນ ແລະ ຮູບແບບການນໍາສະເໜີໃຫ້ໃໝ່ ແລະ ໜ້າສົນໃຈ ເພື່ອດຶງດູດຜູ້ຮັບຟັງ ແລະ ເຂົ້າເຖິງກຸ່ມເປົ້າໝາຍ.
ສໍາລັບການຜະລິດເນື້ອໃນໂຄສະນາ, ປາຖະກະຖາ ແລະ ເນື້ອໃນກ່ຽວກັບວັນສໍາຄັນຕ່າງໆ ຄວນປະສານກັບພາກສ່ວນກ່ຽວຂ້ອງ ເພື່ອກຳນົດປະເດັນສໍາຄັນ, ເລືອກວິທີນໍາສະເໜີໃຫ້ເໝາະສົມ ແລະ ໃຊ້ຫຼາຍຮູບແບບ. ດ້ານວຽກງານສື່ມວນຊົນ ເນື້ອຫາຮູບແບບຂ່າວ, ວິດີໂອ, ສຽງ, ຮູບພາບ ແລະ ສື່ອອນລາຍ ກໍ່ຕ້ອງໃຫ້ສອດຄ່ອງກັບຜູ້ຮັບຂ່າວສານແຕ່ລະກຸ່ມ.
ພ້ອມກັນນັ້ນ ການເກັບກຳຫາງສຽງຈາກສັງຄົມ ຕ້ອງອີງໃສ່ ຫຼັກການ, ຂໍ້ມູນ ແລະ ຫຼັກຖານ ເພື່ອໃຫ້ສາມາດສະທ້ອນ ສະພາບຕົວຈິງໄດ້ຢ່າງຮອບດ້ານ.
ສະຫາຍ ປອ. ຄໍາມອນ ຈັນທະຈິດ ຍັງເນັ້ນເຖິງບົດບາດຂອງ ສື່ມວນຊົນວ່າ ມີຄວາມສໍາຄັນຕໍ່ການສື່ສານ ແລະ ເປັນກະບອກສຽງສໍາຄັນຂອງພັກ-ລັດ. ດັ່ງນັ້ນ ຈຶ່ງຕ້ອງເອົາໃຈໃສ່ ພັດທະນາວຽກງານສື່ມວນຊົນໃຫ້ທັນຕໍ່ສະພາບການ.

