ບົດຮຽນ

ບົດຮຽນຈາກສ ປ ຈີນ “ການຄຸ້ມຄອງສັງຄົມໃນຍຸກສະໄໝແຫ່ງຂໍ້ມູນ-ຂ່າວສານ ແລະ ການປະດິດສ້າງໃໝ່ລະບົບສັງຄົມ”

ບົດຮຽນຈາກສ ປ ຈີນ ການຄຸ້ມຄອງສັງຄົມໃນຍຸກສະໄໝແຫ່ງຂໍ້ມູນ-ຂ່າວສານ ແລະ ການປະດິດສ້າງໃໝ່ລະບົບສັງຄົມ ສະເໜີໂດຍ: ສະຫາຍ ຈາງ ອີ້ ຄະນະບໍດີສະຖາບັນຍຸດທະສາດການພັດທະນາສັງຄົມ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດຈີນ ນັບຕັ້ງແຕ່ລິເລີ່ມການປະຕິຮູບ ແລະເປີດປະຕູສູ່ພາຍນອກ, ຄຽງຄູ່ກັບການພັດທະນາຢ່າງ ໄວວາດ້ານເສດຖະກິດ ແລະສັງຄົມ ຂອງປະເທດຈີນ, ການດໍາລົງຊີວິດຂອງປະຊາຊົນ ໄດ້ມີ ການປ່ຽນແປງຢ່າງເລິກເຊິ່ງເຊັ່ນ:ລະບົບ “ຄົນໃນຂະແໜງການ” ແລະ “ການບໍລິຫານ” ແບບເດີມທີ່ໄດ້ ສ້າງຂຶ້ນບົນພື້ນຖານຂອງສັງຄົມຖິ່ນຖານກຳເນີດ ທີ່ຄົນໃນສັງຄົມນັ້ນຮູ້ຈັກສະໜິດສະໜົມກັນປ່ຽນ ເປັນລະບົບ “ຄົນໃນສັງຄົມ” ແລະ “ການຄຸ້ມຄອງ” ທີ່ອີງໃສ່ການຍົກຍ້າຍຖິ່ນຖານ ແລະສັງຄົມທີ່ຄົນ ບໍ່ຄຸ້ນເຄີຍກັນ. ເຖິງແມ່ນວ່າການປ່ຽນແປງຈາກການຄຸ້ມຄອງສັງຄົມ ໄປສູ່ ການປົກຄອງສັງຄົມ ແມ່ນພຽງແຕ່ຄໍາສັບຫນຶ່ງທີ່ແຕກຕ່າງກັນ, ແຕ່ມັນສະທ້ອນໃຫ້ເຫັນເຖິງການປ່ຽນແປງຢ່າງເລິກເຊິ່ງ ຂອງແນວຄິດ ແລະລະບົບການປົກຄອງ ເຊິ່ງຮຽກຮ້ອງໃຫ້ມີການຊຸກຍູ້ການປະດິດສ້າງໃໝ່ ຂອງ ລະບົບສັງຄົມໂດຍຜ່ານການປະຕິຮູບ ທີ່ສະແດງໃຫ້ເຫັນເຖິງແນວຄິດການມີສ່ວນຮ່ວມຈາກຫຼາຍ ພາກສ່ວນ ແລະການຄຸ້ມຄອງຮ່ວມກັນພາຍໃຕ້ການນໍາພາຂອງພັກ ເຊິ່ງເປັນການສະທ້ອນໃຫ້ເຫັນ ເຖິງຄວາມກົມກຽວອັນດີງາມລະຫວ່າງອໍານາດການປົກຄອງລັດ ທີ່ນໍາພາໂດຍການຈັດຕັ້ງຂອງພັກ ກັບການປົກຄອງຕົນເອງ ແລະແກ້ໄຂບັນຫາດ້ວຍຕົນເອງຂອງສັງຄົມ. ກ້າວເຂົ້າຍຸກສະໄໝໃໝ່, ລະບົບສັງຄົມຂອງປະເທດຈີນໄດ້ຮັບການປະຕິຮູບຢ່າງ ເລິກເຊິ່ງ. […]